ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-15 16:49:26    
ການ​ຫົວ--ວິ​ຕາ​ມິນ​ຂອງ​ຊີ​ວິດ

cri Author: li
ການຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຫົວ​ໃຫຍ່​ຢ່າງ​ສົມ​ອົກ​ສົມ​ໃຈ 100 ​ເທື່ອ​ຮອດ 200 ​ເທື່ອ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ສູ່​ຮ່າງກາຍ​ຂອງ​ຄົນ​ເຮົາທໍ່​ກັບ​ພາຍ​ເຮືອ 10 ນາທີ. ການ​ຫົວ​ຈະ​ເຮັດ​ໃຫ້ເລືອດ​ໝູນວຽນ​​ເພີ່ມ​ຂຶ້ນ,​ເຮັດ​ໃຫ້​ໝາກ​ຫົວ​ໃຈ​ໄດ້​ຫັດ​ແຮງ,ສະໜອງ​ອອກ​ຊີໃຫ້​ປອດ,ກະຕຸກ​ສະໝອງ,​ເຮັດ​ໃຫ້​ລະບົບ​ພູມ​ຕ້ານທານ​ຄຶກຄັກ​ຂຶ້ນ,ສະກັດ​ກັ້ນຮອກ​​ໂມນ​ທີ່​ພາ​ໃຫ້​ເກີດ​ກຳລັງ​ກົດ​ໜີບ.

ຖ້າ​ທ່ານ​ເຄີຍ​ໄປ​ທ່ຽວ​ວັດ​ຈີນ,ທ່ານ​ອາດ​ຈະ​​ເຄີຍ​ເຫັນ​ພະພຸດທະ​ຮູບຕົນ​ໜຶ່ງ​ທີ່​ຮູບ​ຮ່າງ​ອ້ວນ​ທ້ວນສົມບູນ​,​ເບືອຍ​ເອິກ​ເບືອ​ຍປູມ,ນັ້ນກໍ​ຄືພະ​ສັງກະ​​ຈາຍ. ​ນັ່ງ​ຂັດ​ຕະໝາດ​ຫົວຢູ່​ເລື້ອຍໆ,​ໄດ້​ນຳ​​ເອົາ​ອາລົມ​ເບີກບານ​ມ່ວນ​ຊື່ນ​ມາ​ໃຫ້​ຜູ້​ທ່ອງ​ທ່ຽວ.

ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຍຸກ​ປັດຈຸບັນ​​ເຄັ່ງ​ຕຶງ​ຫຼາຍ,ຈົນ​ພາໃຫ້​ຄົນ​ທັງຫຼາຍ​ຕ້ອງໄປ​ຊອກ​ຫາ​ບ່ອນ​ພັກຜ່ອນ​ຢ່ອນ​ອາລົມ. ຖ້າ​ຊີວິດຂອງ​ຄົນ​ເຮົາ​ສາມາດ​ໃຊ້​ເຂິງ​ຮ່ອນ​ເອົາ​ສິ່ງ​ທີ່​ບໍ່​ຕ້ອງການ​ນັ້ນຖິ້ມ,ທ່ານ​ຈະ​ເຫັນ​ວ່າ,​ເລື່ອງ​ທີ່​ລຳ​ຄານ​ໃຈ​ແມ່ນຮ່ອນ​ຖິ້ມບໍ່​ໝົດ​ຈັກ​ເທື່ອ; ​ເລື່ອງ​ທີ່​ອຸກ​ອັ່ງ​ແກ້​ບໍ່​ໝົດ​ໝົດ​ຊາດ​ໄດ້.

ຖ້າ​ຄິດ​​ເບິ່ງ​ຢ່າງລະອຽດ​ແລ້ວກໍ​ເຫັນ​ໄດ້​ວ່າ,ຄວາມ​ລຳ​ຄານ​ໃຈ​ແລະ​ຄວາມ​ອຸກ​ອັ່ງລ້ວນ​ແຕ່​ເປັນ​ການ​​ທຳ​ໂທດ​ຕໍ່ຕົນ​ເອງ. ຄົນ​ຜູ້​ໜຶ່ງ ​ໃນ​ເວລາ​ອຸກ​ໃຈຫຼື​ເສົ້າໝອງ​ນັ້ນ,ສັບພະ​ຄຸນ​ຂອງ​​ເລືອດ​ລົມໃນ​ຮ່າງກາຍ​ກໍ​ຈະ​ເສຍ​ຄວາມ​ດຸນ​ດຽງ,ພາ​ໃຫ້​ສັບພະ​ຄຸນ​ຂອງ​ອະ​ໄວ​ຍະ​ວະ​ຜິດ​ປົກກະຕິ,​ແລ້ວ​ເປັນ​ພະຍາດ. ຄວາມອຸກ​ອັ່ງແລະ​ເສົ້າໝອງ​ເກີນ​ຄວນ​ຈະ​ສີ້​ນ​ເປືອງ​ແຮງ​ປອດ,​ເຮັດ​ໃຫ້​ຫັນ​ໃຈ​ບໍ່​ອິ່ມຫາຍ​ໃຈ​ຝືດ​ເປັນຕົ້ນ. ສ່ວນ​ກາ​ນຄິດຫຼາຍ​ແລະ​ອຸກ​ອັ່ງ​ເປັນ​ເວລາ​ດົນ​ນານ​ຈະ​ເຮັດ​ໃຫ້​ລົມ​ໃນ​ຮ່າງກາຍ​ບໍ່​ລຸ​ລ່ວງ,ດົນ​ໄປ​,ຈະ​ທຳລາຍ​ເລືອດລົມ,ແລະ​ມີອາການ​ອື່ນໆ​ເຊັ່ນຫົວ​ໃຈ​​ເຕັ້ນ​​ໄວ,ນອນ​ບໍ່ຫຼັບ,​ເຈັບຫົວ​ໃຈ,ກິນ​ໜ້ອຍ​ເປັນ​ຕົ້ນ. ​ເມື່ອ​ເປັນ​ແນວ​ນີ້,ສັບພະ​ຄຸນ​ຂອງ​ຮ່າງກາຍ​ຈະ​ຊຸດ​​ໂຊມ,​ເຮັດ​ໃຫ້​ເຖົ້າ​ໄວ.

ອາລົມ​ຈິດ​ທາງ​ລົບ​ເຫຼົ່ານີ້​ຈະ​ເປັນ​ໂທດ​ຕໍ່ສຸຂະພາບ,ຄົນ​ເຮົາ​ຄວນ​ຮຽນ​ຮູ້ປັບ​ຕົວ​ໃຫ້​ມຸ່ງໄປ​ສູ່​ທິດ​ທີ່​ມີ​ປະ​ໂຫຍ​ດຕໍ່​ສຸຂະພາບ,ຕ້ອງມີ​ຈິດ​ໃຈ​ທີ່​ອົດ​ກັ້ນ​ໄວ້,ອະນຸ​ໂລມ,​ໃຈກວ້າງ​ແລະ​ເຫັນ​ໄປ​ໃນ​ແງ່​ດີ,ສາມາດ​ຫັນ​ປ່ຽນ​ອາລົມ​​ທີ່​ບໍ່​ມ່ວນ​ຊື່ນ. ຈະເຮັດ​ໄດ້​​ແບບ​ນີ້,ວິທີ​ທີ່​ງ່າຍ​ແລະ​​ໄດ້​ຜົນ​ທີ່​ສຸດ​ກໍ​ແມ່ນ​ຫົວ​ເລື້ອຍໆ,ຊອກ​ຫາ​ສິ່ງ​ເປັນຕາ​ຫົວ,​ເຮັດ​ໃຫ້​ຊີວິດ​ເຕັມ​ໄປ​ດ້ວຍ​ສຽງ​ຫົວ.

ຢູ່​ຈີນ​ມີ​ຄຳ​ພັງ​ເພີຍວ່າ,"ຫົວ​ເທື່ອ​ໜຶ່ງ​,ໜຸ່ມ​ຂຶ້ນ 10 ປີ". ນັກ​ແພດສາດ​ກໍ​ບອກ​ຄົນ​ທັງຫຼາຍວ່າ,"ການ​ຫົວ​​ແມ່ນ​ວິຕາມິນ​ຂອງ​​ຊີວິດ". ​ໃນ​ເວລາ​ຫົວ​,​ກ້າມ​ເນື້ອ​ທຸກ​ພາກສ່ວນ​ຂອງ​ຮ່າງກາຍ​ລ້ວນ​ແຕ່​ຢູ່​ໃນ​ສະພາບ​ເໜັງ​ຕິງ,​ໃນ​ເວລາ​ເຊົາ​ຫົວ,ກ້າມ​ເນື້ອ​ເຫຼົ່ານີ້​ຈະຢູ່​ໃນ​ສະພາບ​ຜ່ອນ​ຍານ. ​ແຕ່​ຖ້າ​ກ້າມ​ເນື້ອ​ເຄັ່ງ​ຕຶງ​ຈະ​ພາ​ໃຫ້​ຮູ້ສຶກ​ເຈັບ,ສະນັ້ນ ຄົນ​​ເຈັບ​ທີ່​​ເຈັບຄໍ່,​ເປັນ​ພະຍາດ​ປະ​ດົງ​ແລະ​ພະຍາດ​ອື່ນໆ​ຈະ​ໄດ້​ຮັບຜົນປະ​ໂຫຍດ​ຈາກ​ການຫົວ​. ຖ້າ​ພວກ​ເຮົາຮັກສາ​ຮອຍ​ຍິ້ມ​ເລື້ອຍໆ,ກ້າມ​ເນື້ອ​ຍິ້ມ​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ເບິ່ງ​ຄື​ໜຸ່ມ​ກວ່າ​ອາຍຸ​,​ເບີກບານ,​ໃຈດີ​ເປັນ​ໜ້າ​ເຂົ້າ​ໃກ້ຊິດ.

ການ​ຫົວ​ໄດ້ຖືກພິສູດ​ໃນ​ຊີວິດຕົວ​ຈິງແລ້ວ​ວ່າ,​ແມ່ນ​ຢາ​ວິ​ເສດ​ທີ່​ຖືກ​ກວ່າ​ໝູ່,​ແລະ​ຢາ​ປັບມະນຸດ​ສຳພັນ​ທີ່​​ໄດ້​ຜົນທີ່​ສຸດ. ອົງການ​ອະນາ​ໄມ​ໂລກ​ໄດ້​ກຳນົດ​ມາດຖານ 10 ຂໍ້ກ່ຽວ​ກັບ​ສຸຂະພາບ,​ລວມມີ​ສາມ​ດ້ານ​ຄື​ຮ່າງກາຍ​ແຂງ​ແຮງ,ຈິດ​ໃຈ​ສົມບູນ​ແລະ​ມະນຸດ​ສຳຄັນ​ທີ່ດີ,ສ່ວນ​ການ​ຫົວ​ຍິ້ມ​ແມ່ນ​ວິທີ​ດຽວ​ທີ່​ດີ​ທີ່​ສຸດ​ທີ່​ລື່ນ​ກາຍສາມ​ດ້ານ​ດັ່ງກ່າວ.

ໃນ​ເວລາ​ຫົວ,ຍ້ອນ​ບົດບາດ​ຂອງ​ການ​ຫາຍ​ໃຈ,​ໄດ້​ເພີ່ມ​ພະລັງ​ແຮງໃຫ້​ໂຜ້ງ​ເອິກ​ແລະ​ເນື້ອ​ຫຸ່ມ​ເອິກ,ປອດ​ຈະ​​ແວບ​ລົງ,ປະລິມານ​ອອກ​ຊີ​ແຊນ​ໃນ​ເລືອດ​ຈະ​ເພີ່ມ​ຂຶ້ນ,ສະນັ້ນ ການ​ຫົວ​ເປັນ​ການ​ຫັດ​ໝາກ​ຫົວ​ໃຈ​ແລະ​ການ​ໝູນ​ວຽນ​ຂອງ​ເລືອດ​ທີ່​​ເໝາະສົມ,ມີ​ຜົນ​ດີ​ທີ່​ສຸດ​ຕໍ່​ການ​ປິ່ນປົວ​ຜູ້​ເປັນ​ພະຍາດ​ກ້າມ​ເນື້ອ​ຫົວ​ໃຈຕັນ​ແລະ​ມະ​ເຮັງ. ສຽງ​ຫົວ​ໃນ​ເວລາດີ​ໃຈສາມາດ​ເຮັດ​ໃຫ້​ເກີດ​ວັດຖຸ​ຕ້ານພະຍາດ​ຍິ່ງຫຼາຍ​ໃນ​ຮ່າງກາຍ,ສາມາດ​ກຳຈັດ​ພະຍາດ​ຢ່າງ​ບັງ​ເກີດ​ຜົນ. ການ​ຫົວ​​ເຮັດ​ໃຫ້ມ່ວນ​ຊື່ນ​ແລະ​​ຮູ້ສຶກ​ມີ​ຄວາມສຸກ​,ກຳຈັດ​ອາລົມ​​ບໍ່​ດີ​ທີ່​ບັ່ນ​ທອນ​ພູມ​ຕ້ານ​ທານ​ພະຍາດ,ການ​ຫົວມີ​ຜົນ​ດີ​ຕໍ່​ການ​ປິ່ນປົວ​ພະຍາດ​ລະບົບ​ປະສາດ.

ຊີວິດຄື​ກັບ​ໝາກທຸບ​ແທນ​ແຫ່ງ​ຄວາມລຳ​ຄານ​ພວງ​ໜຶ່ງ,ຜູ້​ທີ່​ມອງ​ໂລກ​ໄປ​ໃນ​ແງ່​ດີ​ນັ້ນ​ແມ່ນ​ນັບ​​ໄປ​ໝົດ​ພວງ​ດ້ວຍ​ຮອຍ​ຍິ້ມ. ການ​ຫົວ​ຈະ​ນຳ​ເອົາສິ່ງ​ອັດສະຈັນ​ມາ​ຍິງ​ຊີວິດ​ຂອງ​ທ່ານ,ການ​ຫົວ​ຈະ​ຊ່ອຍ​ທ່ານ​ເອົາ​ຊະນະ​ຄວາມ​ເຈັບ​ປວດ​ທຳ​ລະ​ມານ​ແລະ​ຫຼຸດ​ພົ້ນອອກ​ຈາກ​ຄວາມ​ອຸກ​ອັ່ງ,ລືມ​ຄວາມ​ເສົ້າໝອງ,​ແລະ​ນຳ​ເອົາ​ສຸຂະພາບ​ມາ​ຍັງ​ທ່ານ.