ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-15 17:42:52    
ວິ​ທີ​ເຮັດ​ໃຫ້​ຄວາມ​ຊົງ​ຈຳ​ດີ​ຂຶ້ນ

cri Author: ສຣ
ການ​​ເຮັດ​ໃຫ້​ຄວາມ​ຊົງ​ຈຳ​ດີຂຶ້ນອາດ​ຈະ​ແມ່ນ​ບັນຫາ​ຍາກ​ສຳລັບ​ມະນຸດ. ​ໃນ 10 ກວ່າ​ປີ​ມາ​ນີ້ ບັນດາ​ນັກ​ວິທະຍາສາດ​ໄດ້​ດຳ​ເນີນ​ການຄົ້ນຄວ້າ​ໃນ​ດ້ານ​ນີ້​ໂດຍ​ຕະຫຼອດ. ນັກ​ວິທະຍາສາດ​ປະກົດ​ເຫັນ​ວ່າ,​ເລື່ອງ​ທຳ​ມະ​ດາ​ທີ່​ຄົນ​ທຳ​ມະ​ດາ​ເຮັດ​ໄດ້​ນັ້ນສາມາດ​ເຮັດ​ໃຫ້ຄວາມ​ຊົງ​ຈຳ​ຂອງ​ຄົນ​ດີ​ຂຶ້ນ.

ນັກວິທະຍາສາດ​ປະກົດ​ເຫັນ​ວ່າ​ມີອາຫານ​ແລະ​ເຄື່ອງ​ດື່ມ​ຫຼາຍ​ຢ່າງ​ສາມາດ​​ເພີ່ມ​ຄວາມ​ຊົງ​ຈຳ​ຂອງ​ຄົນ. ນັກ​ວິທະຍາສາດ​ອິສຣາລາ​ແອນ​ຢືນຢັນ​ວ່າ,ກິນ​ກາ​ເຟຈະ​ຊ່ອຍ​ໃຫ້​ຄວາມ​ຊົງ​ຈຳດີ​ຂຶ້ນ. ຄວາມ​ຊົງ​ຈຳ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຈຸ​ລັງ​ປະສາດ​ໃນ​ສະໝອງ,ຕາມ​ເຫັນ​ວ່າ,ພາກສ່ວນ​ທີ່​ຮັບຜິດຊອບ​ຄວາມ​ຊົງ​ຈຳ​ໃນ​ສະໝອງ​ແມ່ນ"ກິ່ງ​ກ້ານຂອງ​ແຊນ​ປະສາດ". ນັກ​ວິທະຍາສາດ​ຂອງ​ອິສຣາ​ແອນ​ໄດ້​ແຍກ​ຈຸ​ລັງ​ກິ່ງກ້ານ​ເຫຼົ່ານີ້​ອອກ​ຈາກ​ສະໝອງ​ ​ແລ້ວ​ວາງ​​ໄວ້​ໃນ​ນ້ຳຢາ​ລ້ຽງ​ໄວ້,​ໃຕ້​ສະພາບ​ທີ່​ບໍ່​ມີ​ການ​ກະຕຸກ​ໃດໆ,ຈຸ​ລັງ​ເຫຼົ່ານີ້​ຈະ​ຢູ່​ຊື່ໆ 3-4 ຊົ່ວ​ໂມງ. ​ແຕ່​ໃນ​ເວລາ​ເອົາກາ​ເຟອິນລົງ​ໃສ່ນ້ຳຢາ​ລ້ຽງ​ແລ້ວ, ຈຸ​ລັງ​ກິ່ງ​ກ້ານ​ເຫຼົ່ານີ້​ກໍ​ເຕີບ​ໃຫຍ່​ຂຶ້ນແລະ​ຍາວອອກ, ບາງທີຈົນ​ມີ"ກິ່ງ​ງ່າ"​ໃໝ່​​ແຕກ​ອອກ​ຊຶ່ງ​ເປັນ​ປະກົດ​ການ​ທີ່ເຫັນ​ໜ້ອຍ,ນີ້​ໝາຍ​ຄວາມ​ວ່າ,ສັບພະ​ຄຸນ​ຂອງ​ຈຸ​ລັງ​ເຫຼົ່ານີ້​ໄດ້​ເພີ່ມ​ຂຶ້ນ. ນັກ​ເຄມີ​ສາດ​ຂອງ​ຍີ່​ປຸ່ນປະກົດ​ເຫັນ​ວ່າ,ຢາ​​ເອັນ​ຊິມ​ລະງັບ​ໝວດ​ໜຶ່ງ​ໃນ​ເຫຼົ້າ​ໂທມີ​ບົດບາດ​ເພີ່ມ​ຄວາມ​ຊົງ​ຈຳ.

ການຄົ້ນຄວ້າ​ການ​ພົວພັນ​ລະຫວ່າງ​ອາຫານ​​ເຄື່ອງ​ດື່ມກັບ​ຄວາມ​ຊົງ​ຈຳ​ແມ່ນ​ເນື້ອ​ໃນ​ສຳຄັນ​ລາຍ​ໜຶ່ງ​ຂອງ​ວິທະຍາສາດໂພຊະ​ນາ​ການ​ເສັ້ນປະສາດ​ທີ່​ຫາ​ກໍ່​ເລີ່ມຕົ້ນ. ການ​ກິນ​ວັດ​ຖຸທີ່​ມີ​ສານ​ເຄມີ​ປະສາດ​ທຳ​ມະ​ຊາດ​ຢ່າງ​ເໝາະ​ສົມສາມາດ​ເສີມ​ສະຕິ​ປັນຍາ,​ແລະ​ຍັງອາດ​ຈະ​ປ້ອງ​ກັນ​​ສະໝອງ​ເຖົ້າ​​ໄວ. ອາຫານ​ທີ່​ຊ່ອຍ​ຄວາມ​ຊົງ​ຈຳ​ເຫຼົ່ານີ້​ລວມມີ​ໝາກ​ໄມ້​ແລະ​ຜັກຕ່າງໆ,ປາ​ທີ່​ມີ​ໄຂມັນຫຼາຍ,ນ້ຳຕານ​ແລະ​ວິຕາມິນ​ເບ​ເປັນຕົ້ນ.

ການຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລຫຼັງໜຶ່ງ​ຂອງ​ອັງກິດ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຫຍ້ຳຊິງ​ກົມຈະ​ຊ່ອຍ​ຄວາມ​ຊົງ​ຈຳ. ຈາກການ​ທົດ​ລອງ​ປຽບທຽບ​ກັນປະກົດ​ເຫັນ​ວ່າ,ຄວາມ​ຊົງ​ຈຳ​ຂອງ​ຜູ້​ຫຍ້ຳຊິງ​ກົມ​ດີ​​ກວ່າ​ຜູ້​ທີ່​ບໍ່​ຫຍ້ຳ​ຊິງ​ກົມ. ຜູ້​ຄົ້ນຄວ້າ​ເຫັນ​ວ່າ,​ໃນ​ເວລາ​ຫຍ້ຳຊິງ​ກົມນັ້ນ ການ​ຫຍ້ຳບໍ່​ຢຸດບໍ່​ເຊົາ​ໄດ້​ເລັ່ງລັດ​ໃຫ້ຫົວ​​ໃຈ​ເໜັງ​ຕິງ,​ ສະໜອງ​ເລືອດ​ໃຫ້​ສະໝອງຫຼາຍຂຶ້ນ,​ແລ້ວ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ​ສະໝອງ,ຍົກ​ຄວາມ​ສາມາດ​ຄິດຫງຳ​ຂອງ​ຄົນ​ເຮົາ​ໃຫ້​ສູງ​ຂຶ້ນ. ພ້ອມ​ກັນນັ້ນ ການ​ຫຍ້ຳ​​ເຮັດໃຫ້​ມີ​ນ້ຳລາຍ​ຊຶມ​ອອກ,ສ່ວນ​ພາກ​ສ່ວນ​ທີ່​ຮັບຜິດຊອບ​ນ້ຳລາຍ​ຊຶມ​ອອກໃນ​ສະໝອງ​ພັດມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄວາມ​ຊົງ​ຈຳ​ແລະ​ການ​ຮ່ຳຮຽນ. ຜູ້​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຍີ່​ປຸ່ນກໍ​ປະກົດ​ເຫັນ​ວ່າ,ການ​ຫຍ້ຳຈະ​ກະຕຸກ​ພາກສ່ວນ​ທີ່​ກຳກັບ​ຄວາມ​ຊົງ​ຈຳ​ໃນ​ສະໝອງ. ຈຸ​ລັງນິ້ວຕີນ​ມ້ານ້ຳ​ໃນ​ສະໝອງ​ແມ່ນ​ພາກສ່ວນ​ທີ່​ກຳກັບ​ການ​ຮ່ຳຮຽນ​,ມັນ​ຈະ​​ເສື່ອມລົງ​ຕາມ​ການເ​ພີ່ມ​ຂຶ້ນ​ຂອງ​ອາຍຸ,ຄວາມ​ຊົງ​ຈຳ​ໄລຍະ​ສັ້ນກໍ​ຈະ​​ເສື່ອມ​ລົງ. ຜູ້​ຄົ້ນຄວ້າ​ຂອງ​ຍີ່​ປຸ່ນ​ໄດ້​ໃຊ້​ວິທີ​ສະ​ແກນ ປະກົດ​ເຫັນ​ວ່າ,ການ​​ຫຍ້ຳ​ຫຼື​ຄາງກະ​ໄຕ​ເໜັງ​ຕີງ​ສາມາດ​ເຮັດ​ໃຫ້​ຈຸ​ລັງ​ໃນ​ເຂດ​ນິ້ວຕີນ​ມ້ານ້ຳ​ໃນ​ສະໝອງ​ເພີ່ມ​ຂຶ້ນ,ປ້ອງ​ກັນ​ບໍ່​ໃຫ້​ມັນ​ເຖົ້າ​ແກ່.

ຜູ້​ຄົ້ນຄວ້າ​ປະກົດ​ເຫັນ​ວ່າ,ຜູ້​ທີ່​ນອນຫຼັບດີໆ​ພາຍ​ຫຼັງຮ່ຳຮຽນ​ແລະ​ຝຶກ​ສິ່ງ​ທີ່​ຮຽນໃໝ່​ນັ້ນ ມື້​ລຸນ​ມາ ​ເຂົາ​ຈະ​ຈື່​ຈຳ​ສິ່ງ​ທີ່​ຮຽນ​ໃນ​ມື້ກ່ອນ​ດີກວ່າ​ຜູ້​ທີ່​ຮຽນ​ແນວ​ດຽວ​ກັນ​ແຕ່ບໍ່ນອນໝົດຄືນ​. ການ​ປະກົດ​ເຫັນ​ຈຳນວນ​ໜຶ່ງ​ກໍ​ໄດ້​ຢັ້ງຢືນ​ຂໍ້​ສະຫຼຸບຂອງ​ນັກວິທະຍາສາດ​ອາ​ເມ​ລິ​ກາ​ດັ່ງ​ນີ້​ວ່າ:ຮັກສາ​ຈິດ​ໃຈ​​ໃຫ້​ສະຫງົບ​​ທຸ່ນ​ທ່ຽງ,ຮັກສາ​​ໃຫ້ໃຈຕ້ອມ,ເຮັດໃຫ້ສະໝອງ​ໄດ້​ພັກຜ່ອນ​ເປັນ​ຢ່າງດີ​ຈະຊ່ອຍ​ໃຫ້​ຄວາມ​ຊົງ​ຈຳ​ດີຂຶ້ນ. ວິທີ​ງ່າຍໆ​ທີ່​ຊ່ອຍ​ໃຫ້​ມີ​ສະພາວະ​​ດັ່ງກ່າວນັ້ນ​ກໍແມ່ນ​ນວດ,​ຄື​ໃຊ້​ນິ້ວ​ໂປ້​ແລະ​ນີ້ວ​ຊີ້ນ​ວດ​ໃບຫູ​ຈາກ​ເທິງ​ລົງ​ລຸ່ມ​ເບົາໆ,​ໃຊ້​ນີ້ວມື​ສອງ​ເບື້ອງ​ນວດ​ສອງຈຸດ​ຢູ່ຫວ່າງ​ກາງ​ແຄມ​ກັບ​ຄິ້ວ. ວິທີ​ເຫຼົ່ານີ້​ຈະ​ຊຸກ​ຍູ້​ໃຫ້​ເລືອດ​ໝູນວຽນ,ລົບ​ລ້າງ​ອຸປະສັກ​ຂັດຂວາງ​ຄວາມ​ຊົງ​ຈຳ​ແລະ​ເພີ່ມ​ຄວາມ​ຊົງ​ຈຳ​. ​ແຕ່​ທຳ​ມະ​ດາ​ແລ້ວ ​ເພີ່ມຄວາມ​ຊົງ​ຈຳ​ຍັງ​ພົວພັນ​ເຖິງ​ເງື່ອນ​ໄຂ​ສຸຂະພາບ​,ສິ່ງແວດລ້ອມ​ແລະ​ປັດ​ໄຈ​ອື່ນໆ,​ໂດຍ​ສະ​ເພາະ​ແມ່ນ​ນັກ​ວິທະຍາສາດ​​ໄດ້ປະກົດ​ເຫັນ​ວ່າ,ສະໝອງ​​ຍິ່ງ​ໃຊ້​ກໍຍິ່ງ​ດີ,​ໃຊ້​ສະໝອງ​ໃຫ້​ຫຼາຍ​ຢ່າງ​ເໝາະ​ສົມ,ຈະ​ເລື່​ອນ​ເວລາ​ລະບົບ​​ປະສາດ​ເຖົ້າ​​ໄວ,ຈະ​ຊ່ອຍ​ຮັກສາ​ແລະ​​ເສີມຄວາມ​ຊົງ​ຈຳ​ໃຫ້​ດີ​ຂຶ້ນ.