ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-15 19:14:31    
ອາ​ເມ​ລິ​ກາ​ອັງກິດ​ຄວນ​ຮັບ​ຜິດ​ຊອບ​ຕໍ່​​ເລື່ອງ​ອຳ​ນາດ​ການ​ປົກ​ຄອງ​ຊັດ​ດາມ​ຄ້າ​ເຖື່ອນ​ນ້ຳ​ມັນ​ເຊື້ອ​ໄຟ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ​ເມສາ ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ອາ​ເມ​ລິ​ກາ​ອັງກິດ​ຄວນ​ຮັບຜິດຊອບ​ຕໍ່​ເລື່ອງ​ອະດີດ​ອຳນາດ​ການ​ປົກຄອງ​ຂອງ​ຊັດ​ດາມ​ຂອງ​ອີຣັກຄ້າ​​ເຖື່ອນ​ນ້ຳມັນ​ເຊື້ອ​ໄຟ​ແລ້ວ​​ໄດ້​ຮັບ​ເງິນ​ທຶນ​ກ້ອນ​ໃຫຍ່​ຢ່າງ​ຜິດ​ກົດໝາຍ​ໃນ​ກໍລະນີ​ທີ່​ຖືກ​ອົງການ​ສະຫະ​ປະຊາ​ຊາດລົງ​ໂທດ.

ທ່ານ​ອານ​ນານ​ເວົ້າວ່າ,ຊ່ອງ​ທາງ​ຕົ້ນຕໍ​ທີ່​ທ່ານ​ຊັດ​ດາມ ອະດີດ​ຜູ້ນຳ​ຂອງ​ອີຣັກ​ໄດ້​ເງິນ​ທຶນທີ່​ຜິດ​ກົດໝາຍ​ໃນ​ຊຸມ​ປີ 90 ສະຕະວັດ​ທີ 20 ນັ້ນ​ແມ່ນ​ຄ້າ​ເຖື່ອນ​ນ້ຳມັນ​ເຊື້ອ​ໄຟ,ຫາກ​ບໍ່​ແມ່ນ​ແຜນການ"​ເອົາ​ນ້ຳມັນ​ເຊື້ອ​​ໄຟ​ແລກປ່ຽນ​ອາຫານ"ຂອງ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ອານ​ນານ​ຊີ້​ອອກ​ວ່າ,​ແຕ່​ເດີມ ອາ​ເມ​ລິ​ກາ​ແລະ​ອັງກິດ​ສາມາດ​ສະກັດ​ກັ້ນການ​ຄ້າ​​ເຖື່ອນ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ອຳນາດ​ການ​ປົກຄອງ​ຊັດ​ດາມ,​ແຕ່​ຍ້ອນ​ພິຈາລະນາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ,ຈຶ່ງປ່ອຍ​ໃຫ້​ອຳນາດ​ການ​ປົກຄອງ​​ຊັດ​ດາ​ມຄ້າ​ເຖື່ອນ​ນ້ຳມັນ​ເຊື້ອ​ໄຟ​ກັບ​ຕວກກີ​ແລະ​ຊອກ​ດາ​ນີ.