ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-17 17:05:08    
ຈີນ​ຈະ​ສ້າງ​ລະບົບ​ກົດ​ບັນ​ຍັດ​ດ້ານ​ຂະ​ແໜງ​ການ​ບໍ​ລິ​ການ​ຮັບ​ຮອງ​ເອ​ເລັກ​ໂຕຼ​ນິກ​ເປັນ​ກ້າວໆ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ຈະປະກາດ​ໃຊ້​ກົດໝາຍ​ກົດ​ບັນຍັດ​ຕ່າງໆ​ກ່ຽວ​ກັບ​ການ​ຮັບຮອງ​ເອ​ເລັກ​ໂຕຼນິກ,ສ້າງລະບົບ​ກົດ​ບັນຍັດ​ດ້ານ​ຂະ​ແໜງ​ການ​ບໍລິການ​ຮັບຮອງ​ເອ​ເລັກ​ໂຕຼນິກ​ເປັນ​ກ້າວໆ,​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ​ຢູ່​ຈີນ.

ຕາມ​ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານຈີນ​ແນະນຳ​ວ່າ,​ໃນຫຼາຍປີ​ມາ​ນີ້ ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂອງ​ຈີນ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ,​ແຕ່​ຢູ່​ໃຕ້​ສະພາບ​ແວດ​ລ້ອມ​ການ​ຄ້າ​ດັ້ງ​ເດີມ,ການ​ຂະຫຍາ​ຍຕົວ​ຂອງ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ກໍ​ໄດ້​ປະສົບ​ອຸປະສັກ​ດ້ານ​ກົດໝາຍ,ສະນັ້ນ ອົງການ​ນິຕິບັນຍັດ​ກໍ​ໄດ້​ເອົາ​ໃຈ​ໃສ່ຫຼາຍ​ນຳ​ວຽກ​ງານ​ສ້າງ​ກົດໝາຍ​ກ່ຽວ​ກັບ​ການ​ຮັບຮອງ​ເອ​ເລັກ​ໂຕຼນິກ. ສ່ວນ​ກົດໝາຍ​ເຊັນ​ຊື່​ເອ​ເລັກ​ໂຕຼນິກ​ທີ່​ຈີນ​​ເລີ່ມ​ປະຕິບັດ​ແຕ່​ເດືອນ​ນີ້​ເປັນຕົ້ນ​ໄປ​ກໍ​ແມ່ນ​ກົດໝາຍ​ສຳຄັນ​ສະບັບ​ໜຶ່ງ​ໃນ​ດ້ານ​ນີ້,​ມັນ​ແມ່ນ​ກົດໝາຍ​ສະບັບ​ທຳ​ອິດ​ໃນ​ຂົງ​ເຂດ​​ຂໍ້​ມູນ​ຂ່າວສານ​ຂອງ​ຈີນ,​ໄດ້​ກຳນົດ​ຜົນ​ສັກສິດ​ດ້ານ​ກົດໝາຍ​ຂອງ​ການ​ເຊັນ​ຊື່​ເອ​ເລັກ​ໂຕຼນິກ,​ເຮັດ​ໃຫ້ການ​ເຊັນ​ຊື່​ເອ​ເລັກ​ໂຕຼນິກ​ເປັນ​ແບບ​ສະບັບ,ຮັກສາ​ສິດ​ປະ​ໂຫຍດ​ອັນ​ຊອບ​ກົດໝາຍ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ,​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ດ້ານ​ລະບອບ​ກົດໝາຍ. ຕໍ່​ໄປ​ພາຍ​ໜ້າ,ຈີນ​ຍັງ​ຈະ​ວາງ​ວິທີ​ຄຸ້ມ​ຄອງ​ແລະ​ມາດຖານ​ທີ່​ສົມ​ຄູ່​ກັນ​ກ່ຽວ​ກັບ​ການ​ຮັບຮອງ​ເອ​ເລັກ​ໂຕຼນິກ​ອື່ນໆ.