ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-17 17:15:53    
ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕີນ​ອາດ​ຈະ​ເລື່ອນ​ເວ​ລາ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ​ເມສາ ຢູ່​ລາມາ​ລາ ທ່ານ​ຄາ​ຕູຣາ ຟາ​ເລັສ ສະມາຊິກ​ສະພາ​ນິຕິ​ບັນຍັດ​ປາ​ເລັສຕີນ ສະມາຊິກ​ອົງການ​ອານ​ຟາ​ຕາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,ການ​ເລືອກ​ຕັ້ງ​ສະພາ​ນິຕິ​ບັນຍັດ​ທີ່ຕົກລົງ​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ນັ້ນ​ອາດ​ຈະ​ເລື່ອນ​ເວລາ.

ທ່ານ​ຟາ​ເລັສ​ເວົ້າວ່າ,ອີງ​ຕາມ​ກົດໝາຍ​ພື້ນຖານ​ປາ​ເລັສຕີນ,ສະພາ​ນິຕິ​ບັນຍັດ​ຕ້ອງ​ຮັບຮອງ​ເອົາ​ກົດໝາຍ​ເລືອກ​ຕັ້ງ​ສະບັບ​ໃໝ່​ກ່ອນ​ຈັດການ​ເລືອກ​ຕັ້ງ 3 ​ເດືອນ,​ແຕ່​ຍ້ອນ​ອົງການ​ອານ​ຟາ​ຕາ​ທີ່​ກວມ​ບ່ອນ​ນັ່ງ 2 ສ່ວນ 3 ​ໃນ​ສະພາ​ດັ່ງກ່າວ​ມີ​ຄວາມ​ເຫັນ​ບໍ່​ເປັນ​ເອກະສັນ​ກັນ​ຕໍ່​ກົດໝາຍ​ເລືອກ​ຕັ້ງ​ສະບັບ​ໃໝ່,ສະນັ້ນ ການ​ເລືອກ​ຕັ້ງທີ່​ຕົກລົງ​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍລະກົດ​ນັ້ນ​ອາດ​ຈະ​ເລື່ອນ​ເວລາ​ຍ້ອນ​ບັນຫາ​ລະບຽບ​ການ.