ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 14:22:13    
ອ່ານ​ຈົດ​ຫມາຍ​ຜູ່​ຟັງ(ສຽງ)

cri Author: sayvanny

ຊົມ​ເຊີຍ​ທ່ານ​ສືບ​ຕໍ່​ຮັບ​ຟັງ​ລາຍການ​ເພື່ອນ​ມິດ​ຜູ່​ຟັງ,ທ່ານ​ຜູ່​ຟັງ,ທ່ານ​ກໍ່​ຕ້ອງ​ຮູ້​ອາ​ຈານ​ທອງ​ກ່ຳ.ອຸ​ທິດາ​ແລ້ວ​ເນາະ,ອາຈານ​ທອງ​ກ່ຳ​ແມ່ນ​ຜູ່​ໄດ້​ຮັບ​ລາງວັນ​ພິ​ເສດ​ໃນ​ການ​ຂຽນ​ບົດ​ຄວາມ​ຂ້ອຍ​ກັບ​ຄູ​ຂອງ​ຂ້ອຍ​ທີ່​ຈັດ​ໂດຍ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ທ່ານ​ໄດ້​ຮັບ​ເຊີນ​ໄປ​ທັດ​ສະ​ນະ​ຢ້ຽມຢາມ​ຢູ່​ແຂວງ​ຢຸນ ນານ​ຂອງ​ຈີນ,​ເມື່ອ​ອາຈານ​ທອງ​ກ່ຳ​ກັບ​ເມືອ​ຮອດ​ເມືອງ​ນ້ຳບາກ​ແຂວງ​ຫລວງ​ພະ​ບາງ​ແລ້ວ,ອາ​ຈານ​ກໍ່​ໄດ້​ເລົ່າ​ປະສົບ​ການ​ຢູ່​ຈີນ​ສູ່​ຫມູ່​ແລະ​ນັກ​ຮຽນ​ທັງ ຫລາຍ​ຟັງ,​ເມື່ອ​ໄດ້​ຟັງ​ແລ້ວ, ນັກຮຽນ​ຂອງ​ອາຈານ​ທອງ​ກ່ຳ​ກໍ່​ຕິດ​ອົກ​ຕິດ​ໃຈ​ຫລາຍ​ນຳ​ລາຍ​ການ​ຂອງ​ພວກ​ເຮົາ,ມື້​ນີ້ ສາຍ​ວັນນີ​ໄດ້​ຮັບ​ຈົດຫມາຍ​ຂອງ​ອາຈານ​ທອງ​ກ່ຳ​ແລະ​ນັກ​ຮຽກ​ສິບ​ກວ່າ​ຄົນຂອງ​ອາຈານ,​ໃນ​ຈົດຫມາຍ​ຂອງ​ນັກຮຽນ​ເຫລົ່າ​ນີ້​ໄດ້​ຖາມ​ຄຳ​ຖາມ​ຕ່າງໆ​ນາໆ,ສາຍ​ວັນນີ​ກໍ່​ຈະ​ອານ​ຈົດຫມາຍ​ຂອງ​ແຕ່ລະຄົນ​ໃນ​ລາຍການ​​ແຕ່​ລະອາ​ທິດອາທິດ,​ໃຫ້​ນັກຮຽນ​​ແລະ​ອາຈານ​ທອງ​ກ່ຳ​ທີ່​ໄດ້​ຂຽນ​ຈົດຫມາຍ​ມາ​ຫາ​ສາຍ​ວັນນີ​ນັ້ນຈົ່ງ​ຕິດຕາມ​ຮັບ​ຟັງ​ເດີ!ນະ​ທີ່​ນີ້,ສາຍ​ວັນນີ​ຈະ​ຈັດ​ເພງ​ສາຍ​ໄທ​ດຳ​ຕ່ຳ​ຜ້າ​ໃຫ້​ອາຈານ​ທອງ​ກ່ຳ​ພ້ອມ​ຄອບຄົວ​ແລະ​ນັກຮຽນ​ຂອງ​ອາຈານ​ຟັງ,ຂອບ​ໃຈ​ເພື່ອນ​ທັງຫລາຍ​ທີ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ນຳ​ລາຍການ​ຂອງ​ພວກ​ເຮົາ.

(ປ່ອຍ​ເພງ)
ທ່ານ​ຜູ່​ຟັງ, ມື້​ນີ້​ແມ່ນ​ວັນ​ສຸກວັນ​ທີ 15 ​ເມສາ​ປີ 2005 ກົງ​ກັບ​ວັນ​ເນົາ​ຂຶ້ນ 6 ຄ່ຳ​ເດືອນ​ຫ້າ,ບິດ​ມື້​ນີ້​ໄປ​ກໍ່​ຈະ​ແມ່ນ​ມື້​ສັງ​ຂານ​ຂຶ້ນ​ປີ​ໃຫມ່​ປີ​ກະລາ.ທ່ານ​ຜູ່​ຟັງ,ທ່ານ​ຮູ້​ບໍ່​ວ່າ, ນາງ​ແສງ​ແກ້ວ ​ໂຄສົກ​ວິ​ທະ​ຍຸ​ພວກ​ເຮົາ​ກຳ​ລັງ​ຢ້ຽມຢາມ​ຢູ່​ລາວ,ມື້​ນີ້ ​ເພິ່ນ​ໄດ້​ໄປ​ທ່ຽວ​ຊົມ​ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ,ຜູ່​ທີ່​ໄປ​ກັບ​ເພິ່ນ​ນັ້ນກໍ່​ມີ​ເພື່ອນ​ຜູ່​ຟັງ​ຂອງ​ລາຍ​ການ​ພວກ​ເຮົາ,​ເນຶ່ອງ​ໃນ​ໂອ​ກາດ​ປີ​ໃຫມ່​ລາວ​ວຽນ​ມາ​ເຖິງ​ນີ້,ຜູ່​ຟັງ​ເຫລົ່າ​ນີ້​ກໍ່​ມີ​ຄຳ​ອວຍ​ພອນ​ທີ່​ຢາກ​ເວົ້າຕໍ່​ຫມູ່​ເພື່ອນ​ແລະ​ຄອບ​ຄົວ​ຂອງ​ຕົນ​ເອງ​ໂດຍ​ຜ່ານ​ວິທະຍຸ,ຕໍ່​ໄປ ກໍ່​ໃຫ້​ພວກ​ເຮົາ​ຟັງ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້​ເວົ້າ​ຫຍັງ​ແລ້ວ?

"ຂ້າ​ພະ​ເຈົ້າ​ຊື່​ຈອມ​ມະນີ.ລັດ​ຕະ​ນະ​ຄຳ,ຮັບ​ຜິດ​ຊອບ​ວຽກ​ງານ​ພັດ​ທະ​ນາ​ຕົວ​ເມືອງ​ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ,​ໃນ​ນາມ​ເປັນ​ຮອງ​ປະ​ທານ​ພັດ​ທະ​ນາ​ຕົວ​ເມືອງ.ດຽວ​ນີ້ ອາກາດ​ຢູ່​ວຽງ​ຈັນ​ເຢັນ​ດີ,​ໃນ​ໂອກາດ​ປີ​ໃຫມ່​ລາວ, ຢູ່​ນະຄອນ ຫລວງ​ວຽງ​ຈັນ​ກໍ່​ຄື​ຢູ່​ທົ່ວ​ປະ​ເທດ​ຂອງ​ສປປລາວ​ກຳລັງ​ສະ​ເຫລີ​ມສະ​ຫລອງ​ວັນ​ປີ​ໃຫມ່,ປີ​ໃຫມ່​ປີ​ນີ້​ກໍ່​ມີ​ການ​ຫລິ້ນ​ປະ​ເພນີ​ລາວ​ຢ່າງ​ຄຶກຄື້ນມ່ວນ​ຊື່ນ, ປະ ຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ,ສະນັ້ນ ​ໃນ​ໂອກາດ​ປີ​ໃຫມ່​ລາວ​ນີ້, ຂ້າພະ​ເຈົ້າຂໍ​ມອບ​ເພງ​ອວຍພອນ​ປີ​ໃຫມ່​,ໃຫ້​ຄົນ​ລາວ​ທຸກ​ຄົນ​ຈົ່ງ​ມີ​ແຕ່​ຄວາມສຸກ,ຄົນ​ລາວ​ທຸກ​ຄົນ​ຈົ່ງ​ມີ​ແຕ່​ຄວາມ​ເບີກບານ​ມ່ວນ​ຊື່ນ."

"​ເຮົາ​ແມ່ນ​ຜູ່​ອຳນວຍ​ການ​ສູນ​ປະຕູ​ໄຊ,ຊື່​ບຸນ​ຍົງ.ລັດ​ສະ​ວົງ,ປີ​ໃຫມ່​ລາວ​ຂໍ​ອວຍພອນ​ໃຫ້​ຫມົດ​ທຸກ​ຄົນຈົ່ງ​ມີ​​ແຕ່​ຄວາມ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ,ມີ​ສຸກຂະພາບ​ແຂງ​ແຮງ."

"ຂ້າ​ພະ​ເຈົ້າ​ຊື່​ຄຳ​ພາ.ອຳ​ໄພ​ທິບ,ດຽວ​ນີ້​ຢູ່​ອຸ​ດົມ​ໄຊ,ຊ່ວງ​ໄລຍະ​ນີ້​ກຳລັງ​ແມ່ນ​ກຸດ​ສົງ​ການ,ຢູ່​ອຸດົມ​ໄຊ​ກໍ່​ບັນ​ຍາ​ກາດ​ຄຶກ​ຄື້ນ​ພໍ​ສົມ​ຄວນ.ມີ​ການ​ສະ​ເຫລີມ​ສະ​ຫລອງ​ປີ​ໃຫມ່,ອອກ​ໄປ​ຫົນ​ທາງ​ກໍ່​ມີ​ການ​ຫົດ​ນ້ຳກັນ,​ໄລຍະ​ນີ້​ແມ່ນ​ໄລຍະ​ສົງ​ນ້ຳພະ,ທຸກ​ຄົນ​ບ່າວໆ​ສາວໆ​ບັນດາ​ຊາວ​ຫນຸ່ມ​ຊາວ​ອຸດົມ​ໄຊ​ກໍ່​ພາກັນ​ໄປ​ຫົດ​ນ້ຳ​,​ໄປ​ສົງ​ນ້ຳພະຢູ່​ແຕ່​ລະ​ວັດ,ຢູ່​ໃນ​ໂອກາດ​ປີ​ໃຫມ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ທ່ານ,ບັນ​ດາ​ເພື່ອນ​,ບັນຫາ​ຊາວ​ຫນຸ່ມ,ບັນ​ດາ​ພໍ່​ແມ່​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ລາວ​ກໍ່​ຄື​ຄົນ​ລາວ​ທີ່​ຢູ່​ຕ່າງປະ​ເທດ,ຂໍ​ໃຫ້​ມີ​ຄວາມສຸກ​ຄວາມ​ສົມ​ຫວັງ​ໃນ​ສິ່ງ​ທີ່​ປາ​ຖະ​ຫນາ,​ໃນ​ໂອກາດ​ປີ​ໃຫ່,ປາ​ຖະ​ຫນາ​ສິ່ງ​ໃດ​ກໍ່ຂໍ​ມາ​ໄດ້​ສິ່ງ​ນັ້ນ,​ໄດ້​ແຕ່​ສິ່ງ​ທີ່​ດີໆຢູ່​ໃນ​ຊີ​ວິດ,​ໃຫ້​ມີ​ແຕ່​ຮອຍ​ຍິ້ມ​ອັນ​ສົດ​ໃສ​ຕະ ຫລາດ​ປີ​ໃຫມ່​ແລະ​ຕະ​ຫລອດ​ໄປ.ຢູ່​ໃນ​ຕອນ​ທ້າຍ, ຂ້າ​ພະ​ເຈົ້າ​ຂໍ​ຟັງ​ເພງ​ອວຍ​ພອນ​ປີ​ໃຫມ່,ຂໍ​ມອບ​ໃຫ້​ສາຍ​ວັນນີ ​ແສງ​ແກ້ວ​ແລະ​ນາງ​ນ້ອຍ​ທີ່​ເປັນ​ຜູ່​ຊ່ອຍ​ວຽກ,ນັກ​ຝຶກ​ງານ​ມາ​ຈາກ​ວິ​ທະ​ຍາ​ໄລ​ຫລວງ​ພະ​ບາງ​ທີ່​ເຮັດ​ວຽກ​ຊ່ອຍ​ທຸກໆ​ມື້​ນີ້.ຂໍ​ອວຍພອນ​ໃຫ້​ບັນດາ​ທ່ານ​ຮັບ​ຟັງ​ນຳ​ກັນ, ຈິ່ງ​ມີ​ຄວາມສຸກ."

ນະ​ທີ່​ນີ້ ສາຍ​ວັນນີ​ກໍ່​ຈະ​ຈັດ​ເພງ​ສຸກ​ສັນ​ວັນ​ປີ​ໃຫມ່​ໃຫ້​ຜູ່​ຟັງ​ທັງ​ຫລາຍ,ຂໍ​ອວຍ​ພອ​ນ​ໃຫ້​ທ່ານ​ທັງ​ຫລາຍ​ຈົ່ງ​ສະ​ບາຍດີ​ປີ​ໃຫມ່.