ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 18:17:22    
ຢູ່​ຫຼາຍ​ຕົວ​ເມືອງ​ຈີນ​ນິ​ຍົມ​ຈັດ​ການ​ແຂ່ງ​ຂັນ​ມາ​ລາ​ທອນ​(ສຽງ)

cri Author: huachunmei

ຫວ່າງ​ມໍ່ໆ​ນີ້, ​ຢູ່​ຫຼາຍ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ຈັດ​ການ​ແຂ່ງ​ຂັນ​ມາ​ລາ​ທອນ, ​ເຊັ່ນ: ​ມາ​ລາ​ທອນ​ປັກ​ກິ່ງ ມາ​ລາ​ທອນ​ເຊ້ຍ​ເໝິນ ມາ​ລາ​ທອນ​ຮົງ​ກົງ ມາ​ລາ​ທອນ​ຊິງ​ຕາວ ມາ​ລາ​ທອນ​ອູ​ຮ້ານ ມາ​ລາ​ທອນ​ລາ​ຊາ​ແລະ​ອື່ນ​ໆ, ​ຖ້າ​ວ່າ​ປະ​ຈຸ​ບັນ ​ໃນ​ວົງ​ການ​ແລ່ນ​ແລະ​ລານ​ຈີນ​ຮຸ່ງ​ທີ່​ສຸດ​ນັ້ນ​ແມ່ນ​ທ້າວ​ລິວ​ສຽງ ຜູ່​ຊິງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ ເພດ​ຊາຍ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ອາ​ແຕນ​ແລ້ວ, ​ສ່ວນ​ລາຍ​ການ​ ໃນ​ກິລາ​ແລ່ນ​ແລະ​ລານ​ຢູ່​ມາ​ລາ​ທອນ​ແມ່ນ​ແລ່ນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ສະ​ໜາມ​ແຂ່ງ​ຂັນ​ກວ້າງ​ກວ່າ​ໝູ່​ມີ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ໝູ່​, ສະ​ນັ້ນ, ​ການ​ແຂ່ງ​ຂັນ​ມາ​ລາ​ທອນ​​ກໍ​ເປັນ​ພາ​ທະ​ນາ​ໂຄ​ສະ​ນາ​ຕົວ​ເມືອງ​ທີ່​ເປັນ​ເຈົ້າ​ພາບ​ແລະ​ເປັນ​ພາ​ທະ​ນະ​​ໂຄ​ສະ​ນາ​ສິນ​ຄ້າ​ດີ​ທີ່​ສຸດ, ​ອົງ​ການ​ປົກ​ຄອງ​ເປັນ​ຜູ່​ຈັດ, ​ວິ​ສາ​ຫະ​ກິດ​ເປັນ​ຜູ່​ເຂົ້າ​ຮ່ວມ​ໂຄ​ສະ​ນາ, ​ການ​ແຂ່ງ​ຂັນ​ມາ​ລາ​ທອນ​ຈິ່ງ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ.

​ເມື່ອ​​ເອີ່ຍ​ເຖິງ​ກິລາ​ແລ່ນ​ທົນ, ຄົນ​ທັງຫຼາຍກໍ່​ມັກ​ຈະ​ຄິດ​ເຖິງ​ມາລາ​ທອນ, ​ໄລຍະ​ທາງ​ຂອງ​ມາລາ​ທອນ​ໃນ​ຍຸກ​ປະຈຸ​ບັນ​ມີ​ 42,195 ກິ​ໂລ​ແມັດ, ທຳ​ມະ​ດາ​ແລ້ວ​ແມ່ນ​ແລ່ນ​ຕາມ​ທາງຫຼວງ.

ຄົນ​ຈີນ​ຕິ​ລາຄາ​ຜົນ​ສະທ້ອນ​ແລະ​ບົດບາດ​ຂອງມາລາ​ທອນທີ່​ແລ່ນ​ໃນຕົວ​ເມືອງ​ແນວ​ໃດ? ​ໃນ​ກອງ​ປະຊຸມ, ເວທີ​ສຸດ​ຍອດ​ມາລາ​ທອນ​ຈີນ​ຄັ້ງປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເໝິນ, ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ແລະສິ້ນ​ສຸດ​ລົງຫວ່າງ​ມໍ່ໆ​ນີ້, ທ່ານ​ຫວັງ​ຕ້າ​ເວິ້ຍ ຮອງ​ປະທານ​ສະມາຄົມ​ກິລາ​ແລ່ນ​ແລະ​ລານ​ຈີນ​ເວົ້າວ່າ, "ກິລາ​ແລ່ນ​ແມ່ນ​ຮູບ​ການ​ຫັດກາຍ​ບໍລິຫານ​ທີ່​ງ່າຍດາຍ​ແລະ​ໃຊ້​ຕົ້ນທຶນໜ້ອຍທີ່​ສຸດ, ມວນຊົນ​ເຂົ້າຮ່ວມ​ການ​ແຂ່ງຂັນ​ລາຍ​ນີ້​ມີ​ຜົນ​ປະ​ໂຫຍ​ດຫຼາຍ. ການ​ພັດທະນາ​ກິລາ​ມາລາ​ທອນ​ສາມາດ​ຊຸກ​ຍູ້​ກິລາ​ຫັດກາຍ​ບໍລິຫານ​ທົ່ວ​ປວງ​ຊົນ​ຂອງ​ພວກ​ເຮົາ, ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ ຊັກ​ນຳ​ການ​ພັດທະນາ​ກິລາ​ແຂ່ງຂັນ, ​ໃນ​ງານ​ແຂ່ງຂັນ​ມາລາ​ທອນ​ສ່ວນ​ໜຶ່ງ​ຍັງ​ເຊີນ​ນັກ​ກິລາ​ລະດັບ​ສູງ​ມາ​ເຂົ້າຮ່ວມ, ນີ້​ກໍ່​ຈະ​ຊຸກ​ຍູ້​ລະດັບ​ກິລາ​ມາລາ​ທອນ​ຈີນ​ສູງ​ຂຶ້ນ."

ທ່ານ​ຫວັງ​ຕ້າ​ເວິ້ຍກ່າວ​ວ່າ, ​ເວົ້າສຳ​ລັບຕົວ​ເມືອງໜຶ່ງ, ຖ້າ​ຢາກ​ຈັດ​ງານ​ແຂ່ງຂັນ​ມາລາ​ທອນ​ຕ້ອງ​ມີ​ເງື່ອນ​ໄຂ​ເບື້ອງ​ຕົ້ນສາມ​ຂໍ້ດັ່ງ​ລຸ່ມ​ນີ້: ໜຶ່ງ​ຕ້ອງ​ມີ​ການ​ສະ​ໜັບສະ​ໜູນ​ຂອງ​ພາກສ່ວນ​ສາທາລະນະ​ຄື​ອົງການ​ປົກຄອງ​ເປັນ​ຕົ້ນ; ສອງ​ຕ້ອງ​ມີ​ເສັ້ນທາງ​ເໝາະ​ສຳລັບ​ການ​ແຂ່ງຂັນ; ສາມ​ມີ​ການ​ອຸປ​ະ​ຖຳ​ຂອງວິ​ສາ​ຫະກິດ​. ​ໃນ​ຂະ​ບວນ​ການ​ພັດທະນາ​ກິລາ​ມາລາ​ທອນ​ຂອງ​ຈີນ, ພາກສ່ວນ​ສາທາລະນະ​ຄື​ອົງການ​ປົກຄອງ​​ແລະ​ວິ​ສາ​ຫະກິດ​​ໃຫຍ່​ຂອງຈີນແລະ​ຕ່າງປະ​ເທດຈຳນວນ​ໜຶ່ງ​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ; ສະ​ທານີ​ໂທລະພາບ​​ແລະ​ສື່​ມວນ​ຊົນ​ອື່ນໆ​ບໍລິສັດ​ກິລາ​ໄດ້​ນຳ​ໃຊ້​ທ່າ​ແຮງຂອງ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ​ໃນ​ດ້ານ​ໂຄສະ​ນາ​ແລະ​ຫ້າງ​ຫາ​ເງິນ​ທຶນ​ໃຫ້​ແກ່ງານ​ແຂ່ງຂັນ​ມາລາ​ທອນ​ຂອງ​ຈີນ. ມາລາ​ທອນ​ສາກົນ​ປັກ​ກິ່ງ​ແຕ່ຄັ້ງປະຖົມມະ​ເລີດຮອດ​ປະຈຸ​ບັນ​ໄດ້​ຈັດ​ຂຶ້ນຢ່າງ​ສຳ​ເລັດ​ຜົນ 24 ຄັ້ງ​ແລ້ວ, ອົງການ​ປົກຄອງ​ບໍ່​ໄດ້​ລົງທຶນຈັດ​ອັດ​, ລ້ວນ​ແຕ່​ອາ​ໃສການ​ອຸປະຖຳ​ຂອງ​ວິ​ສາ​ຫະກິດ. ມາລາ​ທອນ​ສາກົນ​ເຊ້ຍ​ເໝິນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວນັ້ນ, ກໍ່​ໄດ້​ຮັບ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນຈາກ​ຝ່າຍ​ຕ່າງໆ​ທີ່​ໄດ້​ອຸປະຖຳ​ເງຶນທຶນ.

1  2