ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-19 13:30:58    
ຈີນ​ຈະ​ປະ​ກາດ​ໜັງ​ສື​ປົກ​ຂາວ"ຄວາມ​ຄືບ​ໜ້າ​ໃໝ່​ແຫ່ງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ"

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ຫ້ອງ​ການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ຈະ​ປະກາດ​ໜັງສື​ປົກ​ຂາວ"ຄວາມ​ຄືບ​ໜ້າ​ໃໝ່​​​ແຫ່ງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ"​ໃນ​ວັນ​ທີ21​ເມສາ.

ຜູ້​ຮັບຜິດຊອບ​ຜູ້​ໜຶ່ງ​ຂອງ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ,ໜັງສື​ປົກ​ຂາວ​ສະບັບ​ນີ້​ຈະ​ສະ​ເໜີ​ຄວາມ​ຄືບ​ໜ້າ​ສຳຄັນ​ຢ່າງ​ເປັນ​ລະບົບຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃນ10​ປີ​ທີ່​ຜ່ານ​ມາ.​​ເພື່ອ​​ໃຫ້​ປະຊາ​ຄົມ​ໂລກ​ຮັບ​ຮູ້​ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ຈີນ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ດີກ​ວ່າ​​ເກົ່າ.

ທ່ານ​ກ່າວ​ວ່າ,ໜັງສື​ປົກ​ຂາວ​ໄດ້​ແບ່ງ​ເປັນ10ພາກສ່ວນ​ຄື,ການ​ປົກ​ປ້ອງ​ສິດທິ​ບັດ,ການ​ປົກ​ປ້ອງກາໝາຍ​ສິນຄ້າ,ການ​ປົກ​ປ້ອງ​ລິ​ຂະ​ສິດ,ການ​ປົກ​ປ້ອງ​ສິດ​ຊັບ​ສິນທາງ​ປັນຍາ​ຂອງ​ເຄື່ອງ​ສຽງ​ແລະ​ພາບ,ການ​ປົກ​ປ້ອງ​ພືດ​ແນວ​ໃໝ່,ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ໂຈມ​ຕີ​ການ​ລ່ວງ​ລ້ຳສິດ​ຊັບ​ສິນ​ທາງ​ປັນຍາ,ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ທາງ​ຕຸລາ​ການ.