ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-19 16:35:28    
ງານ​ສະ​ແດງ​ລະຄອນ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 3 ​ໄດ້​​ເປີດ​ສາກ​ຢູ່​ປັກ​ກິ່ງ,

cri

ວັນທີ 8 ​ເມສາ ງານ​ສະ​ແດງ​ລະຄອນ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 3 ​ໄດ້​​ເປີດ​ສາກ​ຢູ່​ປັກ​ກິ່ງ,ລາຍການ​ລະຄອນ​ທີ່​ອຸດົມ​ສົມ​ບູນ​ຈະ​ສະ​ແດງ​ຢູ່​ສະຖານ​ທີ່​ສະ​ແດງ​ຕ່າງໆ​​ໃນງ​ນະຄອນ​ປັກ​ກິ່ງຕາມ​ລຳດັບ​ໃນ​ໄວໆ​ນີ້,ຜູ່​ຊົມ​ທີ່​ມັກ​ລະຄອນ​ໄດ້​ຕ້ອນຮັບຍາມ​ລາຕີທີ່​ເປັນ​ຫນ້າຕື່ນ​ເຕັ້ນ​ແລະ​ລືມ​ຍາກ


ທ່ານ​ຜູ່​ຟັງ  ທີ່​ຟັງ​ມາ​ນັ້ນ​ແມ່ນ​ອັດ​ສຽງຂອງລະຄອນ​ກາ​ຊາບຼັງກາທີ່​ສະ​ແດງ​ໃນ​ພິທີ​ໄຂ​ງານ,ສາກ​ຫຼັງທີ່​ໃຫຍ່​ສູງ  ​ແສງ​ໂຄມ​​ທີ່​ເຫື້ຼອມຕາພ້ອມ​ທັງ​ຫໍ​ແອບ​ແຟ້ນທີ່​ພໍ​ເຫັນ​ມົວໆ,​ເຮັດ​ໃຫ້​ຜູ່​ຊົມ​ເຫມືອນ​ດັ່ງ​ຢູ່​​ເອີ​ລົບພາຍ​ໃຕ້ການ​ປົກ​ຫຸ້ມ​ຂອງ​​ເງົາ​ມືດ​​ແຫ່ງສົງຄາມ.ລະຄອນ​ຟ້ອນ​ດົນຕີ​​​ທີ່​ແຕ່ງ​ໂດຍອາ​ເມ​ລິ​ກາ​ເລື່ອງ​ນີ້​​ແມ່ນຮຽບຮຽງ​ຂຽນ​ໃຫມ່​ຕາມ​ຮູບ​ເງົາທີ່​ມີ​ຊື່​ດຽວ​ກັນ​ທີ່​ຍອດ​ຍ້ຽມ​ຂອງ ໂຮ​ລີ​ວຸດ​ອາ​ເມ​ລິ​ກາປີ 1942 ,​​ໄດ້ເລົ່າ​​ເລື່ອງ​ຄວາມ​ຮັກ​ທີ່​ສັລສົນ​ລະຫວ່າງ ຄວາມ​ເປັນ​ທຳກັບອາລົມ​ຈິດ ຄວາມ​ເຊື່ອ​ຖື​ກັບ​ຄວາມ​ຮັກ ຄວາມ​ໄວ້​​ເນື້ອເຊື້ອ​ໃຈ​ກັນ​ກັບການ​ທໍລະ​ຍົດ​ຂອງນາງ​ເອກ​ພະ​ເອກ​ທີ່​ຕົກ​ຢູ່​ໃນ​ສະພາບວຸ້ນວາຍ​ແຫ່ງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​​ເມື່ອ 60 ປີ​ກ່ອນ. 


ທ່ານຢອນ​ຄຼີຟົດ  ຜູ່ກຳກັບ​ການສະ​ແດງ​​ລະຄອນ​ດັ່ງກ່າວ  ຜູ່ຮຽບຮຽງ​ແລະ​ນຳ​ສະ​ແດງ​ທີ່​ມີ​ຊື່​ສຽງ​ລະດັບໂລກ​​ແນະນຳ​ວ່າໃນ​ການສະ​ແດງ​ເທື່ອ​ນີ້  ພວກ​ຂ້າພະ​ເຈົ້າ​ໄດ້​ໃຊ້​ປັດ​​ໃຈທັງ​ຫມົດ​ທີ່​ສາມາດສະ​ແດງ​ນິທານ​ ລວມທັງ​ການ​ຮ້ອງ ການ​ຟ້ອນ​ແລະ​ການ​ອອກ​ແບບ​ໂຄມ​ໄຟ​ເປັນ​ຕົ້ນ  ຈາກ​ດ້ານ​ທີ່​ຕ່າງ​ກັນ  ຊ່ອຍ​ເພີ່ມ​ທະວີ​ປະສິດທິຜົນ​ລະຄອນ​ທີ່​ສະ​ແດງ​ດ້ວຍ​ການ​ຟ້ອນ


 ງານ​ສະ​ແດງ​ລະຄອນ​ສາກົນ​ປັກ​ກິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂະຫນາດ​ໃຫຍ່​ທີ່​ມີ​ລັກສະນະ​ສັນຍະ​ລັກ​ຂອງ​ນະຄອນ​ປັກ​ກິ່ງ,ນັບ​ມາ​ຮອດ​ປັດຈຸບັນ​ໄດ້​ຈັດ​ສອງ​ສະ​ໄຫມ​ຢ່າງ​ສຳ​ເລັດ​ຜົນ​ຕໍ່​ເນື່ອງ​ກັນ,​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ດ້ານວັດທະນະທຳ​ຂອງ​ມວນ​ຊົນ​ນະຄອນ​ປັກ​ກິ່ງ​ອຸດົມສົມບູນຂຶ້​ນຢ່າງຫຼວງ​ຫຼາຍ​,ຕາມ​ສະ​ເຫ​ນີວ່າ ​ໃນງານ​ສະ​ແດງລະຄອນ​ໃນ​ປີ​ນີ້​ຈະ​ສະ​ແດງລາຍການຍອດ​ຍ້ຽມ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ໃນການລະ​ສະ​ແດງ​ທີ່​ຈະດຳ​ເນີນ​​ໄປເປັນ​ເວລາ 20 ມື້, ລະຄອນ​ດີ​ເດັ່ນ 19 ​ເລື່ອງທີ່​ມາ​ຈາກ​ຈີນ​ແລະ​ຕ່າງປະ​ເທດ​ຈະສະ​ແດງ​ຢູ່​ນະຄອນ​ປັກ​ກິ່ງ​​ເປັນ​ລຳ​ດັບ,​ແລະຈະ​ສະ​ແດງ 50 ກວ່າ​ຮອບ ທ່ານ​ລ້ຽວເປິ່ນ ຜູ່​ຮັບຜິດຊອບ​ຜູ່​ຫນຶ່ງ​ຂອງ​ຝ່າຍ​ຈັດການ​ເຄື່ອນ​ໄຫວ​ເວົ້າ​ດ້ວຍ​ຄວາ​ມຊື່ນ​ໃຈ​ວ່າ:ງານ​ສະ​ແດງ​ລະຄອນ​ສາກົນ​ປັກ​ກິ່ງ​ພວມ​ນັບ​ມື້​ນັບ​ຂະຫຍາຍ​ໄປ​ສູ່ການ​ຫັນ​ເປັນ​ຍີ່ຫໍ້​  ຫັນ​ເປັນ​ແບບ​ສະບັບ​ແລະຫັນ​​ເປັນ​ຫຼາຍ​ຢ່າງ​ຫຼາຍ​ແນວ


 ຈຸດ​ຮຸ່ງ​​ຈຸດ​ຫນຶ່ງ​ໃນ​ງານສະ​ແດງ​ລະຄອນ​ປີ​ນີ້ ກໍ່​ແມ່ນ​ຈະ​ສະ​ແດງ10 ​ເລື່ອງ​ຍອດ​ຍ້ຽມທີ່​ໄດ້​ຮັບ​ນາມມະຍົດກິ​ດຈະ​ການ​ສີ​ລະ​ປະ​ເວທີ​ປາ​ໄສຍອດ​ຍ້ຽມ​​ແຫ່ງ​ຊາດຈີນ


 ກິດຈະການສີ​ລະ​ປະ​ເວທີ​ປາ​ໄສຍອດ​ຍ້ຽມ​​​ແຫ່ງ​ຊາດ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ກວດ​ສີ​ລະ​ປະ​ຍອດ​ຍ້ຽມແຫ່ງ​ຊາດ​ຈີນ​ປະຈຳ​ປີ,ລະຄອນ​ທີ່​​ໄດ້ຮັບ​ການ​ປະ​ກວດລ້ວນ​ແຕ່​ແມ່ນ​ລະຄອນ​ທີ່​ດີ​ເດັ່ນ​ກວ່າ​ຫມູ່​ຂອງ​ຈີນ​ປີ 2005 ແລະ​ຕາງຫນ້​າລະດັບ​ສູງ​ສຸດ​ຂອງ​ສີ​ລະ​ປະ​ເວທີ​ປາ​ໄສ​ຈີນ​ໃນ​ສະ​ເພາະ​ຫນ້າ​ນີ້ ,ປັດຈຸບັນ ​ລະຄອນ​ຄວາມຝັນ​ຄູຫາ​ຕຸ່ນຮວງ​​ເປັນ​ຕົ້ນ​​ໄດ້​ສະ​ແດງ​ຢ່າງ​ສຳ​ເລັດ​ຜົນ​ໃນ​ງານ​ສະ​ແດງ​ລະຄອນ,​ໄດ້​​ຮັບ​ຄວາມນິຍົມ​ຊົ​ມຊອບຈາກ​ຜູ່​ຊົມ


 ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ຂອງລະຄອນ​ຟ້ອນ​ຄວາມ​​ຝັນ​ຄູຫາ​ຕຸ່ນ​ຮວງ,ດົນຕີ​ລະຄອນ​ຟ້ອນມີ​​ເອກະລັກ​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອຂອງ​ຈີນ​ຢ່າງ​​ເຂັ້ມ​ຂຸ້ນ,ການອອກ​ແບບການ​ສະ​ແດງ​ການ​ຟ້ອນ​ກໍ​ເຕັມ​ໄປ​ດ້ວຍ​ລັກສະນະ​ລະຄອນ​ຢ່າງ​ຮຸນ​ແຮງ


 ຢູ່​ສະຖານ​ທີ່​ສະ​ແດງ ບໍ່​ພຽງ​ແຕ່​ມີ​ຜູ່​ຊົມ​ຈີນ​ຫຼາຍ​ໆ​ຄົນ​ມັກ​ລະຄອນ​ຟ້ອນ​ນິ້ ​ແລະຍັງ​ມີ​ເພື່ອນ​ຕ່າງປະ​ເທດ​ບາງ​ຄົນ​ກໍ​ໂອ້​ລົມສົນທະນາ​ເລື່ອງ​ການສະ​ແດງ​ຂອງ​ນັກສະ​ແດງ​ຢ່າງ​ຕິດ​ອົກ​ຕິດໃຈ.ທ່ານກາ​ມີ​ເຢີ ຜູ່​ຊົມ​ຝ​ຣັ່ງຜູ່​ຫນຶ່ງທີ່​ມາທ່ຽວປັກກິ່ງ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ,​ເພິ່ນ​ຮູ້ສຶກ​​ແປກໃຈ​ຕໍ່​ອິລິຍາ​ບົດ​ໃນ​ການຟ້ອນ​ຂອງ​ລະຄອນນີ້,​ເພິ່ນ​ເວົ້າ​ວ່າ,ລະຄອນ​ເລື່ອງ​ນີ້ມ່ວນຫຼາຍ,ມັນ​ຕ່າງ​ກັນ​ກັບ​ການ​ຟ້ອນ​ບານ​ເລ​ດັ້ງ​ເດີມ,ມັນ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງລະຫວ່າງ​ຊາວ​ຫນຸ່ມ​ດ້ວຍ​ຮູບ​ການ​ຟ້ອນ​ພິ​ເສດ​ແນວ​ນີ້,​ເຮັດ​ໃຫ້​ຄົນຮູ້​ສຶກກະຕຸ້ນ​ໃຈ,ຂ້າພະ​ເຈົ້າ​ມັກ​ທີ່​ສຸດ


ໃນ​ການສະ​ແດງ​ຂອງ​ງານສະ​ແດງລະຄອນ​ໃນຫຼາຍ​ມື້​ມານີ້, ລະຄອນ​ກິນ​ຊາ ​ເຊິ່ງ​ແມ່ນລະຄອນ​ດົນຕີ​ຈີນ​ເປັນ​ຜູ່​ແຕ່ງ​ນັ້ນ​ກໍ​ໄດ້​ດູດ​ດຶງສາຍຕາ​ຂອງ​ຜູ່​ຊົນ​ຈຳນວນ​ຫຼວງ​ຫຼາຍ  ລະຄອນ​ດັ່ງກ່າວ​ແມ່ນ​ທ່ານຊານປາວ ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນເປັນຜູ່​ແຕ່ງນົດ​​​ເພງແລະ​ຫົວຫນ້າຜູ່​ກຳກັບ​ການສະ​ແດງ


ເມື່ອ​ກ່າວ​ເຖິງ​ຂະ​ບວນການ​ແຕ່ງ​ລະຄອນ,ທ່ານ​ຊານ​ປາວ​ເວົ້າ​ວ່າຂ້າພະ​ເຈົ້າ​​ແມ່ນຢາກ​ໃຊ້​​ເນື້ອ​ເລື່ອງ​​ແບບ​ມວນ​ຊົນທີ່​​​ເຮັດ​ໃຫ້​ຄົນ​ຫຼາຍ​ກວ່າ​ເກົາ​ຮັບ​ເອົາ​ໄດ້  ​ເຮັດ​ໃຫ້​ຄົນ​ຫຼາຍຍິ່ງ​ຂຶ້ນຫວນ​ຄືນ​ວັດທະນະທຳ​ທີ່​ບັນພະ​ບຸລຸດ​ຈົ່ງ​ໄວ້​ໃຫ້​ພວກ​ເຮົາ ນີ້​ແມ່ນ​ຈຸດປະສົງຂອງ​ຂ້າພະ​ເຈົ້າ    ນຳ​ໃຊ້​ພາຫະນະ​ທີ່​ເຜີຍ​ແຜ່​ໃຫ້​ທົ່ວ​ເຖິງ  ​​ໃຫ້​ສາມັນ​ຊົນແລະ​ຜູ່​ຊົມ​ເຂົ້າ​ສູ່​ໂຮງ​ລະຄອນ,​ໄປ​ຊອກ​ຮູ້​ອາລະຍະ​ທຳ​ອັນກ້ານກຸ່ງ​ຮຸ່ງ​ເຮືອງ​ທີ່​ບັນພະບຸລຸດ​ປະດິດ​ສ້າງ​ໄວ້​ໃຫ້​ພວກ​​ເຮົາ,ນີ້ກໍ​​ແມ່ນຈຸດປະສົງ​ຂອງ​ຂ້າພະ​ເຈົ້າ​