ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 14:59:45    
[ກາ​ນ້ຳ​ຊາ​ສີ​ອິດ]

cri

 

 ຊຸດ​ນ້ຳ​ຊາ​ຂອງ​ຈີນມີຫຼາຍ ຢ່າງຫຼາຍ​ແນວ,​ໃນ​ນັ້ນ​ແມ່ນກາ​ນ້ຳ​ຊາ​ສີ​ອິດ​ທີ່​ເປັນ​ເຄື່ອງປັ້ນດິນ​ເຜົາ​ທີ່​ຜະລິດ​ຢູ່​ເມືອງ​ອີ​ຊິງ​ແຂວງ​ຈຽງ​ຈູ່​​ແມ່ນມີ​ຊື່​ສຽງ​ກວ່າ ຫມູ່.​ກາ​ນ້ຳ​ຊາ​ສີ​ອິດ​ທີ່​ເປັນເຄື່ອງປັ້ນດິນ​ເຜົາ​​ກຳ​ເນີ​ດ​ເກີດ​ຂຶ້ນ​ໃນ​ປີ​ໃດ, ປັດຈຸ ບັນ​ບໍ່​ມີ​ຂໍ້​ມູນພິສູດ​​ໃຫ້​ເຫັນ,​ແຕ່​ວ່າ​ເອກະສານ​ບູຮານ​ນະ​ຄະດີ​​ໄດ້​ພິສູດ​ໃຫ້​ເຫັນວ່າ ການ​ກຳ​ເນີ​ດກາ​ນ້ຳ​ຊາສີ​ອິດ​ທີ່​ເປັນ​ເຄື່ອງປັ້ນດິນ​ເຜົາຢ່າງ​ຫນ້ອຍ​ໄດ້​ມີ​ປະຫວັດ​ຫນຶ່ງ​ພັນ​ປີ​ແລ້ວ


ມູນ​ເຫດ​ກົກ​ຮາກ​ທີ່​ກາ​ນ້ຳ​ຊາ​ທີ່​ເປັນເຄື່ອງປັ້ນດິນ​ເຜົາ​ມີ​ຊື່ສຽງ​ໃນ​ໂລກ​ນັ້ນແມ່ນ​ຍ້ອນທ່າ​ແຮງ​ດິນສີ​ອິດ​ທີ່​ເຮັດ​ເປັນວັດຖຸ​ດິບ​ທີ່​ຜະລິດ​ກາ​ນ້ຳ​ຊາ​ສີ​ອິດ.​ໃນ​ເວລາ​ບົດ​ປະພັນກ່ຽວ​ກັບ​ເຄື່ອງປັ້ນ​ດິນ​ເຜົາ​ຫຼາຍໆ​ບົດ​ວິ​ເຄາະ​ວັດ​ຖຸດິບ​ດິນສີ​ອິດ​ໃນ​ສະ​ໄຫມ​ມໍ່,ລ້ວນ​ແຕ່​ກ່າວ​ວ່າ​ມີ​ທາດ​​ທີ່​ມີເຫຼັກ​ເຂົ້າ​ຫມ້ຽງ.ສິ່ງ​ທີ່​ເປັນ​ຫນ້າ​ປະຫຼາດ​ນັ້ນແມ່ນ​ດິນ​ທີ່​ມີ​ເຫຼັກ​ເຂົ້າ​ຫມ້ຽງ,​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນ​ມີຫ​ຫຼາຍໆ​ແຫ່ງ,​ແຕ່​ດິນຢູ່​ແຫ່ງ​ອື່ນໆ​ຜະລິດ​ກາ​ນ້ຳ​ຊາ​ສີ​ອິດ​ບໍ່​ໄດ້.ຕາມ​ວິທະ ຍາສາດ ​ສະ​ໄຫ​ມປັດຈຸບັນ​ວິ​ເຄາະ​ວິ​ໄຈວ່າ  ອົງ​ປະ​ກອບ​ໂມ​ເລ​ກຸນ​ຂອງ​ດິນສີ​ອິດ​ຕ່າງ​ກັນ​ກັບ​ດິນອື່ນໆ,​ເຖິງ​ວ່າ​ແມ່ນ​ດິນສີ​ອິດ​ຄື​ກັນ ອົງ​ປະກອບ​ຂອງ​ມັນ​ກໍ​ຕ່າງ​ກັນຫຼາຍ ​ແລະມີ​ຄວາມ​ແຕກ​ຕ່າງ​ກັນ​ບໍ່​ຫຼາຍ​ບໍ່​ຫນ້ອຍ.ສະນັ້ນ ຍ້ອນ​ວັດຖຸ​ດິບ​ຕ່າງ​ກັນ  ຈຶ່ງນຳ​ເອົາ​ສັບພະຄຸນ​ແລະ​ຄວາມ​ຮູ້ສຶກ​ຕ່າງ​ກັນມາ​ໃຫ້​ຄົນ​ທັງຫຼາຍ,ສະນັ້ນ  ການປະ​ເມີນທາດ​ດີ​ແລະ​ທາດ​ບໍ່​ດີ​ຂອງ​ກາ​ນ້ຳ​ຊາ​ສີ​ອິດ​ທີ່​ເປັນເຄື່ອງ​ປັ້ນດິນ​ເຜົາ​  ກ່ອນ​ອື່ນ​ແມ່ນ​ເບິ່ງ​ຄຸນ​ນະພາ​ບດິນ​ຂອງ​ມັນ

 


1  2  3  4  5  6