ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 15:19:38    
ການ​ຢ້ຽມຢາມ​ອາ​ຊີ​ອາ​ຄະ​ເນ​ຂອງ​ທ່ານ​ຫູ​ຈິນ​ທາວ​ມີ​ຄວາມ​ໝາຍ​ສຳ​ຄັນ

cri Author: q

CRIລາຍ​ງານ​ວ່າ,ຕອນ​ເຊົ້າ​ວັນ​ທີ20​ເມສາ,​ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ໄດ້​ຈາກ​ປັກ​ກິ່ງ,​ໄປ​ຢ້ຽມຢາມ​ບຼູ​ໄນ,ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ,​ແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ອາ​ຟິຼກ​ກາ​ປີ​2005​ແລະ​ການ​ເຄື່ອນ​ໄຫວ​ລະ​ລຶກ​ວັນ​ຈັດ​ກອງ​ປະ​ຊຸມ​ບັນ​ດຸງ​ຄົບ​ຮອບ​50​ປີ​ທີ່​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຊູ​ຊີ​ໂລ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ເອັມ​ເບ​ກີ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟີຼກ​ກາ​ໃຕ້. ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີ​ນກ່າວ​ວ່າ,​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນ​ທາວ​ເທື່ອ​ນີ້​ຍ່ອມຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຈີນ​ອາ​ຊຽນ​ລົງ​ສູ່​ລວງ​ເລິກ​ໃນ​ສະ​ຕະ​ວັດ​ໃໝ່,​ແ​ລະ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ.​ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະ​ອຽດ:

ໃນ​ເວລາ​ສະ​ເໜີ​ຈຸດປະສົງ​ແລະ​ຄວາມໝາຍ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນ​ທາວ,​ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ທີ່​ຕິດຕາມ​ທ່ານ​ຫູ​ຈິນທາວໄປ​ຢ້ຽມຢາມ​ນັ້ນ​ກ່າວ​ວ່າ:

"ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນທາວ​ເທື່ອ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສຳ​ຄັນ​ເທື່ອ​ໜຶ່ງ​ຂອງ​ຜູ້ນຳ​ສູງ​ສຸດ​ຈີນ​​ຕໍ່​ປະ​ເທດ​ອາ​ຊຽນໃນ​ປີ​ນີ້,​ແລະ​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​​ເທື່ອ​ໜຶ່ງ​ຂອງ​ຈີນ​ບົນ​ເວທີ​ການ​ທູດ​ຫຼາຍ​ຝ່າຍ​ໃນ​ປີ​ນີ້.ການ​ຢ້ຽມ​ຢາມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ບຼູ​ໄນ,ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ,​ແລະ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ອາ​ຊຽນ,​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊີ​ອາ​ຟິຼກ​ກາ,​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບປະ​ເທດ​ພວມ​ພັດ​ທະ​ນາ."

ຈີນ​ປະຕິບັດທິດ​ທາງ​ການຕ່າງປະ​ເທດຕໍ່​ປະ​ເທດ​ອ້ອມ​ຂ້າງ​ຄື​ ​ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,​ແລະ​ນະ​ໂຍບາຍ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,ຢູ່​ຮ່ວມ​ກັນ​ກັບ​ປະ​ເທດ​ໃກ້​ຄຽງ​ຢ່າງ​ສະ​ຫງົບ,ຮັ່ງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ.ຈີນ​ກັບປະ​ເທດ​ອາ​ຊີ​ອາ​ຄະ​ເນ​ມີ​ປະ​ຫວັດ​ຍາ​ວນານ​ແຫ່ງການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ.ບຼູ​ໄນ,ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ອາຊີ​ອາຄະ​ເນ,​ທັງ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ.​ຈີນ​ກັບ​ປະ​ເທດ​ອາ​ຊຽນ​​ແມ່ນປະ​ເທດ​ພວມ​ພັດ​ທະ​ນາ,​ມີ​ຄວາມ​ຄວາມ​ຮັບ​ຮູ້​ຄື​ກັນ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ບັນຫາ.ການ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ກັບປະ​ເທດ​ອາ​ຊຽນ​​ແມ່ນ​ນະ​ໂຍບາຍຂອງ​ລັດຖະບານ​ຈີນ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ.

ເນື້ອ​ໃນ​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ຢ້ຽມຢາມ​ອາຊີ​ອາຄະ​ເນຂອງ​ທ່ານ​ຫູ​ຈິນທາວ​ເທື່ອ​ນີ້​ແມ່ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ອາ​ຟິຼກກາປີ2005​ແລະ​ການ​ເຄື່ອນ​ໄຫວ​ລະ​ລຶກວັນ​ຈັດ​ກອງ​ປະຊຸມ​ບັນ​ດຸ​ງຄົບຮອບ50​ປີ.50ປີ​ກ່ອນ,ຜູ້​ແທນ304ທ່ານ​ຂອງ29​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ສອງ​ມະຫາ​ທະວີ​ບຄື​ອາຊີ​ແລະ​ອາ​ຟິຼກກາ​ໄດ້​ຈັດ​ກອງ​ປະຊຸມ​ບັນ​ດຸ​ງທີ່​ມີ​ຄວາມ​ໝາຍ​ໄຂ​ສັງກາດ​ໃໝ່​ຢູ່​ບັນ​ດຸ​ງ​ແຫ່ງ​ອິນ​ໂດ​ເນ​ເຊຍ,​ໄດ້​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຊຸກ​ຍູ້ການ​ສ້າງ​ຕັ້ງລະບຽບ​ການ​ເມືອງ​ແລະ​ເສດຖະກິດ​ສາກົນ​ໃໝ່​ທີ່ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ.

ເມື່ອ​ກ່າວ​ເຖິງ​ຈຸດປະສົງ​ຂອງການ​ຈັດກອງປະຊຸມ​ອາຊີ​ອາ​ຟິຼກກາ​ອີກ​ຫຼັງ​ກອງ​ປະຊຸມ​ບັນ​ດຸ​ງ50ປີ.ທ່ານ​ອາ​ຄູ​ສຕິ​ອາ ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນກ່າວ​ວ່າ:

"ຕໍ່​ໄປ​ພາຍ​ໜ້າ,ຈະ​​ເຊີດ​ຊູ​ຈິດ​ໃຈ​ບັນ​ດຸ​ງ​ໃນ​ທົ່ວ​ໂລກ​ແນວ​ໃດ?ນີ້​ຈະ​ຊີ້​ຂາດ​ຢູ່​ນຳ​ບັນດາ​ປະ​ເທດ​ອາຊີ​ອາ​ຟິຼກກາ​ພວກ​ເຮົາ​ຈະ​ຄຽງ​ບ່າ​ຄຽງ​ໄລ່​ກັນ​ປະ​ເຊີນ​ກັບ​ການ​ທ້າ​ທາ​ຍຮ່ວມ​ແນວ​ໃດ?ອິນ​ໂດ​ເນ​ເຊຍ​ແລະ​ລັດຖະບານ​ອາ​ຟິຼກກາ​ໃຕ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ອາຊີ​ອາ​ຟິຼກກາ​ເທື່ອ​ນີ້.​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ປະ​ເທດ​ອາຊີ​ອາ​ຟິຼກກາ​ຮັບ​ຮູ້​ວ່າ,ມີ​ແຕ່​ສາມັກ​ຄີ​ກັນ​ເຂົ້າ​ເທົ່າ​ນັ້ນ​ຈິ່ງ​ສາ​ມາດ​ບັນ​ລຸ​ຄວາມ​ຈະ​​ເລີນ​ຮຸ່ງ​ເຮືອງ​ໄດ້,​ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ໂລກ​ໄດ້."

ຕາມ​ໄດ້​ຊາບ,ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ"ຟື້ນ​ຟູ​ພະລັງ​ຊີວິດ​ຂອງ​ຈິດ​ໃຈ​ບັນ​ດຸ​ງ,ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ອາຊີ​ອາ​ຟິຼກ​ກາ​ແບບ​ໃໝ່."​ກອງ​ປະ​ຊຸມ​ຈະ​ເຊັນ​ຄຳ​ຖະ​ແຫຼ​ງການ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ອາ​ຊີ​ອາ​ຟິຼກ​ກາ​ແບບ​ໃໝ່,​ປະ​ກາດ​ຖະ​ແຫຼ​ງການ​ຮ່ວມ​ຫຼຸດ​ໄພ​ພິ​ບັດ​ຂອງ​ຜູ້ນຳ​ອາຊີ​ອາ​ຟິຼກກາ.

ຈີນ​ແມ່ນ​ປະ​ເທດ​ສຳຄັນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນ​ດຸ​ງ​ເມື່ອ​ປີ1955,​ໄດ້​ປະ​ກອບ​ສ່ວນ​ອັນ​ສຳຄັນ​​ເຂົ້າໃນ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​.ທ່ານ​ຖຽງ​​ເຈຍ​ສວນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ໃນ​ໄລຍະ ​ພັດ​ທະ​ນາ​ໃນ​ປະ​ຫວັດ​ສາດ​ໃໝ່.​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະ​ເທດ​ອາ​ຊີ​ອາ​ຟິຼກ​ກາ​ສົ່ງ​ເສີມ​ຈິດ​ໃຈ​ບັນ​ດຸງ,​ຊຸກ​ຍູ້​ການ​ຮ່ວມ​ມື​ອາຊີ​ອາ​ຟິຼກ​ກາ.​ທ່ານ​ກ່າວ​ວ່າ:

"ຈີນ​ຈະ​ຍຶດໝັ້ນ​ເດີນ​ໄປ​ຕາມ​ເສັ້ນທາງສັນຕິພາບ​ແລະ​ການ​ພັດທະນາ​.​ເປັນ​​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ, ເພື່ອນ​ທີ່​ດີ,ໝູ່​ຄູ່​ທີ່​ດີ​ຂອງ​ປະ​ເທດ​ອາຊີ​ອາ​ຟິຼກກາ​ຈົນ​ເທົ່າ​ໃດໆ.ການ​ພັດ​ທະ​ນາ​ຂອງ​ຈີນ​ບໍ່​ຫ່ອນ​ຈະກີດຂວາງ​ຫຼື​ຂົ່ມ​ຂູ່​ປະ​ເທດ​ອື່ນ,​ມີ​ແຕ່​ຈະ​ປະ​ກອບ​ສ່ວນ​ຍິ່ງ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບຂອງ​ໂລກ​ແລະການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ."