|
 |
(GMT+08:00)
2005-04-20 16:38:30
|
ປັກກິ່ງຈະຈ້າງບໍລິສັດຕ່າງປະເທດມາຄຸ້ມຄອງເຂດທິວທັດປະເພດວັດຖຸບູຮານ
cri
Author: q
ຕາມຂ່າວໜັງສືພິມເປຈິ່ງເສິນປ້າວຂອງຈີນ,ປັດຈຸບັນ,ປັກກິ່ງນະຄອນຫຼວງຈີນພວມວາງແຜນຈະນຳເຂົ້າບໍລິສັດຄຸ້ມຄອງການອະນຸລັກວັດຖຸບູຮານຂອງຕ່າງປະເທດ,ເພື່ອເປັນທີ່ປຶກສາຄຸ້ມຄອງເຂດທິວທັດປະເພດວັດຖຸບູຮານຢູ່ປັກກິ່ງ.
ໜັງສືພິມເປຈິ່ງເສິນປ້າວສະບັບວັນທີ20ເມສາໄດ້ຍົກເອົາຄຳເວົ້າຂອງທ່ານເວິນຈືຈີ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນປັກກິ່ງມາລາຍງານວ່າ, ການຄຸ້ມຄອງດັ່ງກ່າວບໍ່ແຕະຕ້ອງບັນຫາສິດຊັບສິນແລະສິດຄຸ້ມຄອງໂດຍກົງ.ວຽກງານທົດລອງທີ່ກ່ຽວຂ້ອງຈະດຳເນີນໄປພາຍໃຕ້ປະຖົມປັດໄຈທີ່ບໍ່ລະເມີດກົດໝາຍອະນຸລັກວັດຖຸບູຮານ.
|
|
|