ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 16:48:38    
ປິດ​ລ້ອມສັດຕູຕ້ອງ​ຈົ່ງ​ທາງ​ອອກ​ໄວ້

cri

ຄຳ​ສຸພາສິດ​ນີ້​ໄດ້​ບັນທຶກ​ໄວ້​ໃນຕຳລາວິທະຍາຍຸດ​ຊຸ່ນຈື​ທີ່​ມີ​ຊື່​ສຽງ​ຂອງ​ຊຸ່ນອູ ນັກ​ການ​ທະຫານ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ, ຄວາມ​ຫມາຍ​ຂອງ​ສຸພາສິດ​ນີ້​ກໍ່​ແມ່ນ ​ເວລາ "ປິດ​ລ້ອມ​ຝ່າຍ​ສັດຕູ​ຕ້ອງ​ຈົ່ງ​ທາງ​ອອກ​​ໄວ້​ໃຫ້ຝ່າຍ​ສັດຕູ. ອາດ​ຈະມີ​ຄົນ​ຖາມ​ວ່າ, ​ເປັນ​ຫຍັງ​ຝ່າຍ​ເຮົາ​ຈະ​ໄດ້ຮັບ​ໄຊຊະນະ​ແລ້ວ, ພັດ​ຍັງ​ຈົ່ງ​ທາງ​ໃຫ້​ສັດຕູ​ປົບ​ຫນີ? ​ແມ່ນ​ແທ້, ​ເວົ້າຕາມ​ກົດ​ເກນ​ທຳ​ມະ​ດາ​ແລ້ວ, ນີ້​ແມ່ນ​ເລື່ອງ​ທີ່​​ເຂົ້າ​ໃຈ​ຍາກ. ​ແຕ່​ຖ້າ​ພວກ​ເຮົາ​ຄິດ​​ເບິ່ງ​ດີໆ, ກໍ່​ຈະ​ເຂົ້າ​ໃຈຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​​ຂອງເຈດ​ຈຳນົງ​ດັ່ງກ່າວ​ຂອງຊຸນ​ອູ​​ໄດ້​ບໍ່​ຍາກ.

ໂດຍ​ທົ່ວ​ໄປແລ້ວ, ບໍ່​ວ່າ​ຈະສູ້​ລົບ​ຢູ່​ທີ່​ຫມັ້ນ​ກາງສະໜາມຫຼື​ວ່າສູ້​ລົບ​ຮັກສາເມືອງ, ​ກອງ​ທະຫານ​ສັດຕູ​ທີ່​ຕົກ​ຢູ່​ໃນ​ສະພາບ​ຖືກ​ປິດ​ລ້ອມ, ອາດ​ຈະ​ມີ​ຄວາມ​ຄິດ​ສາມ​ຢ່າ​ງ, ໜຶ່ງ​ແມ່ນ​ຍອມ​ຈຳນົນ, ສອງ​ແມ່ນ​ສູ້​ລົບ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ, ​ແຕ່ສ່ວນຫຼາຍ​ແມ່ນ​ປະ​ເພດ​ທີ່​ສາມ​ຄືຄອຍ​ສັງ​ເກດ​ເບິ່ງກ່ອນ, ຟັງ​ຄຳ​ສັ່ງ​ຂອງ​ຜູ່​ບັນຊາ.

ໃຕ້ສະພາບ​​ແນວ​ນີ້, ຖ້າ​ປິດ​ລ້ອມ​ສັດຕູທັງ​ສີ່​ດ້ານ, ອາດ​ຈະ​ພາ​ໃຫ້​ຜູ່​ບັນຊາ​ການ​ຝ່າຍ​ສັດຕູ​ຕັດສິນ​ໃຈ​​ໂສ​ຕາຍ. ກົງກັນຂ້າມ, ຖ້າ​ຕັ້ງ​​ຈົ່ງ​ທາງ​ອອກ​ໃຫ້​ຝ່າຍ​ສັດຕູ, ກໍ່​ອາດ​ຈະ​ເຮັດ​ໃຫ້​ຜູ່​ບັນຊາ​ການ​ຝ່າຍ​ສັດຕູ​ລັງ​ເລໃຈ​ຈະ​ໂຕນ​ໜີຫຼືສູ້​ຕາຍ, ພ້ອມ​ກັນ​ນັ້ນ ກໍ່ຈະ​ເຮັດ​ໃຫ້​ທະຫານ​ສັດຕູ​ເສຍ​ຂັວນ​ແລ​ະກຳລັງ​ໃຈ​ໃນ​ການ​ສູ້​ລົບ.


ຍິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ ການຈົ່ງ​ທາງ​ອອກ​ໃຫ້​ສັດຕູ​ແມ່ນ​ຈົ່ງ​ທາງໃຫ້​ສັດຕູ​ປົບໜີ​, ຫາກ​ແມ່ນ​ຄອຍ​ຖ້າ​ຜົກ​ຕີ​ສັດຕູ​ຢູ່​ບ່ອນ​​ທີ່​ສັດຕູ​ຕ້ອງ​ຜ່ານ​ໃນ​ເວລາ​ປົບ​ຫນີ, ​ເຮັດ​ໃຫ້​ສັດຕູຕົກ​ຢູ່​ໃນ​ວົງ​ດັກ​ສະກັດ​ຂອງ​ກອງທັບ​ຝ່າຍ​ເຮົາ​ໃນ​ເວລາປົບ​ໜີ​ຢ່າງ​ຟ້າວຟັ່ງ.


ໂດຍ​ສະ​ເພາະ​ແມ່ນ​​ເວລາປິດ​ລ້ອມ​ຝ່າຍ​ສັດຕູ​ທີ່​ເຝົ້າຮັກສາ​ເມືອງ, ຕາບ​ໃດ​ສັດຕູ​ປະ​ເມືອງ​ໜີ​ໄປ, ຝ່າຍ​ເຮົາ​ກໍ່​ຈະ​ໄດ້​ເມືອງ​ນັ້ນ​ໂດຍ​ບໍ່​ຕ້ອງ​ໄປ​ຕີ​​ເອົາ​ຢ່າງ​ຍາກ​ຊາ, ​ແລະຫັນ​ມາດັບ​ສູນ​ກອງ​ທະຫາ​ນສັດຕູ​ຢ່າງ​ຮາບ​ຄາບຢູ່​ສະໜາມລົບ. ​ເມື່ອ​ທຽບ​ກັນ​ແລ້ວ, ຄວາມ​ລຳບາກ​​ໃນ​ການ​ສູ້​ລົບກັບ​ກອງ​ທະຫານ​ສັດຕູ​ທີ່​ຜ່ານ​ແພ້​ໂຕນ​ໜີຈະ​ງ່າຍ​ກວ່າການ​ສູ້​ລົບກັບກອງ​ທະຫານ​ສັດຕູທີ່​ສູ້​ຕາຍຢ່າງ​ເດັ່ນ​ຊັດ, ຄ່າ​ຕອບ​ແທນກໍໜ້ອຍ​ກວ່າ​ຫຼາຍ. ນາຍ​ທະຫານທີ່​ມີ​ຫົວຄິດທຳ​ມະ​ດາ​ຍ່ອມຮູ້​ເຫດຜົນ​ງ່າຍໆ​​ແບບ​ນີ້. ສະນັ້ນ, ຈົ່ງ​ທາງ​ອອກ​ການ​ໄວ້​ໃຫ້​ສັດຕູ​ໃນ​ເວລາ​​ປິດ​ລ້ອມ ຈຶ່ງ​ກາຍ​ເປັນວິທີ​ສູ້​ລົບ​ຢ່າງ​ໜຶ່ງ​ທີ່​ມັກໃຊ້ກັນ​ໃນ​ສົງຄາມ​ທຸກສະ​ໄໝ​.


ເຈັງ​ກິ​ສຂານ​ໃນ​ສະ​ໄໝ​ບູຮາ​ນສາມາດນຳພາ​​ທະຫານ​ມ້າ​​ເອົາ​ຊະນະ​ສັດຕູ​ຕະຫຼອດ​ທາງ, ບໍ່​ວ່າ​ສູ້​ລົບກັນ​ຢູ່​ສະໜາມ​ຫຼືວ່າ​ບຸກປ້ອມ​ປາການ, ​ເກືອບ​ວ່າບຸກ​ເອົາ​​ໄດ້ທຸກ​ແຫ່ງ, ມູນ​​ເຫດ​ສຳຄັນ​ອັນ​ໜຶ່ງ​ກໍ່​ແມ່ນ ​ເຈັງ​ກິ​ສຂານ​ໄດ້​ໃຊ້​ຍຸດ​ໂທບາຍ ​ຈົ່ງ​ທາງ​ອອກ​​ໃຫ້​ສັດຕູ​ເກືອບ​ທຸກ​ເທື່ອ, ມັກລໍ້​ໃຫ້​ທະຫານ​ສັດຕູ​ທີ່​​ເຝົ້າ​ຮັກສາ​ອອກ​ຈາກປ້ອມປາການ, ​ແລ້ວ​ດັບ​ສູນ​ສັດຕູ​ຢູ່​ສະໜາມລົບ​ທີ່​ເຄື່ອນ​​ໄຫວ​ໄດ້​ຢ່າງ​ສະ​ດວກ.


ທີ່​ຈິງ​ແລ້ວ, ການ​ຈົ່ງ​ຊ່ອງ​ຫວ່າງ​ໃນ​ເວລາ"ປິດ​ລ້ອມສັດຕູ​ ​ແມ່ນ​ຍຸດ​ທະວິທີ​ຢ່າງ​ໜຶ່ງ, ​ແຕ່ຍິ່ງ​ແມ່ນ​ວິທີ​ຄຶດຢ່າງ​ໜຶ່ງ. ​ເຕືອນ​ໃຫ້​ຄົນ​ທັງຫຼາຍ​ໃນ​ເວລາ​ເຮັດ​ວຽກ​ແກ້​ໄຂ​ບັນຫາ​ຕ້ອງ​ເພື່ອ​ເອົາ​ໄວ້ ຈົ່ງ​ຊ່ອງ​ຫວ່າງ​ໄວ້​ ເວົ້າ​ຫຍັງກໍ​ຢ່າ​ເວົ້າ​ຂາດ​ຕົວ​​ໂ​ພດ ​ເຮັດ​ຫຍັງ​ກໍ່​ຢ່າ​ເຮັດ​​ໂພດ​ກາຍ​ໂດຍ​ບໍ່​ຄິດ​ເຖິງ​ຜົນ​ສຸດ​ທ້າຍ ​ໃຫ້​ຜູ່​ອື່ນ​ຫຼື​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ມີ​ຊ່ອງ​ຫວ່າງ​​ແລະ​ມີ​ເວລາ​ແປ​ປ່ຽນ ​ເຮັດ​ຫຍັງ​ຖ້າ​ເຮັດ​ໂພດ​ກາຍ ລື່ນ​ກາຍ​ລະດັບ​ອັນ​ແນ່ນອນ​ແລ້ວ ອາດ​ຈະ​ໄດ້ຜົນ​ກົງກັນ​ຂ້າມ