ມະນຸດປະຖົມບູຮານຜ່ານຈາກການປູກຕົ້ນຫມາກໄມ້ປ່າແລະລ້ຽງສັດປ່າ,ເພື່ອໃຫ້ມີອາຫານຢ່າງແນ່ນອນ,ແລ້ວໄດ້ປົວແປງເງື່ອນໄຂຊີວິດການເປັນຢູ່ໃຫ້ດີຂຶ້ນຢ່າງຫຼວງຫຼາຍ,ໃນເວລາດົນນານມານີ້,ຄົນເຮົາກໍຄຶດວ່າ,ນີ້ແມ່ນຄວາມສາມາດພິເສດຂອງມວນມະນຸດ,ແຕ່ໃນປະຈຸບັນ,ນັກຄົ້ນຄວ້າແມງໄມ້ໄດ້ປະກົດເຫັນວ່າ,ແມງໄມ້ນ້ອຍໆກໍສາມາດປູກຝັງແລະລ້ຽງສັດເພື່ອມີອາຫານກິນ,ທ່ານເຊື່ອບໍ່?ດຽວນີ້,ເຮົາຈະເລົ່າຄວາມຮູ້ໃນດ້ານນີ້.
ມົດມັກກິນນ້ຳຫວານຊະນິດຫນຶ່ງໃນທ້ອງໂຕເພ້ຍນັ້ນທີ່ສຸດ,ເພື່ອໃຫ້ມີອາຫານກິນຢ່າງແນ່ນອນ,ພວກມັນລ້ຽງເພ້ຍຄືກັບມະນຸດລ້ຽງງົວນົມ,ຄວາມລຳບາກແລະຄວາມເອົາຈິງເອົາຈັງຂອງມັນກໍບໍ່ຕ່າງຫຍັງກັບມະນຸດລ້ຽງງົວນົມມົດປ້ອງເອົາເພ້ຍເຂົ້າໄປໃນຄອກທີ່ມັນສ້າງໄວ້,ໃຊ້ງວງຂອງມັນລູບທ້ອງໂຕເພ້ຍ,ຄືກັນຄົນຮີດເອົານົມງົວ,ບັດນັ້ນເພ້ຍກໍລະບາຍນ້ຳຫວານອອກມາ,ມົດກໍໂຕ່ງເອົາໃນທັນທີແລະໃສ່ໄວ້ໃນຫນຽງຂອງມັນແລ້ວ,ຖອກໃຫ້ມົດທີ່ຮັບຜິດຊອບການຂົນສົ່ງ,ມົດຮີດທ້ອງເພ້ຍແຮງຫຼາຍ,ນ້ຳຫວານທີ່ມັນລະບາຍອອກກໍ່ແຮ່ງຫຼາຍ,ມົດບໍ່ພຽງແຕ່ຮີດເອົານ້ຳຫວານຂອງເພ້ຍທໍ່ນັ້ນ,ເມື່ອຮອດລະດູໃບໄມ້ລົ່ນ,ພວກມັນຍັງປ້ອງເອົາພວກເພ້ຍໄປລ້ຽງຢູ່ເດີ່ນຫຍ້າ,ເພື່ອຮັບປະກັນໃຫ້ເພ້ຍອອກແມ່ແຜ່ລູກ,ຖ້າເຫຍື່ອລ້ຽງໃນເດີ່ນຫຍ້າບໍ່ພໍແລ້ວ,ພວກມັນປ້ອງເອົາເພ້ຍໄປລ້ຽງຢູ່ບ່ອນໃຫມ່,ພ້ອມກັນນັ້ນ,ມົດຍັງຂົນເອົາດີນຄູນຂຶ້ນລ້ອມເດີ່ນມັນໄວ້ແລະຮັກສາຢູ່ອ້ອມຂ້າງ,ເພື່ອປ້ອງກັນບໍ່ໃຫ້ເພ້ຍບໍ່ຖືກສັດຕູທຳລາຍ,ບາງທີ,ເພື່ອຍາດເອົາໂຕເພ້ຍກັນ,ຝູງມົດຕ່າງກັນຍັງເກີດເສິກກັນຢ່າງໃຫຍ່,ໃນລະດູຫນາວ,ມົດຍັງຂົນເອົາເພ້ຍໄປໃສ່ໃນຮູຂອງມັນເພື່ອຜ່ານລະດູຫນາວ,ແຕ່ຄວາມດຸຫມັ່ນຂອງມົດກໍໄດ້ຮັບການຕອບແທນອັນອຸດົມສົມ ບູນຈາກໂຕເພ້ຍທີ່ຝູງມົດ 2 ຫມື່ນໂຕລ້ຽງນັ້ນ,ໃນຍາມຮ້ອນຈະໄດ້ນ້ຳຫວານເຖິງ6-7 ກິໂລ.ມົດບໍ່ພຽງແຕ່ລ້ຽງເພ້ຍທໍ່ນັ້ນ,ພວກມັນຍັງລ້ຽງໂຕດ້ວງຂອງແມງໄມ້ຫຼາຍຢ່າງຄືແມງເມົ່າ,ແມງກະເບື້ອແລະຈັກຈັ່ນເປັນຕົ້ນ,ມົດມັກກິນນ້ຳຊະນິດຫນຶ່ງທີ່ລະ ບາຍອອກຈາກຊ່ອງຂວາງເທິງຫຼັງໂຕດ້ວງເຫຼົ່ານີ້,ເພື່ອໄດ້ນ້ຳແຊບໆດັ່ງກ່າວ,ມົດຍັງຂົນເອົາໂຕດ້ວງແມງໄມ້ເຫຼົ່ານີ້ເຂົ້າໄປໃນຮູມົດ,ເບິ່ງແຍງຢ່າງຮອບຄອບ,ຈົນກະທັ້ງເອົາໄຂ່ຂອງຕົນໄປລ້ຽງມັນ,ປວກແລະແມງປີກແຂງບາງຊະນິດໃນປ່າໄມ້ກໍມີຄວາມສາມາດລ້ຽງແມງໄມ້ຄືກັບມົດ.
ແມງໄມ້ບໍ່ພຽງແຕ່ມີຄວາມສາມາດລ້ຽງແມງແນວອື່ນທໍ່ນັ້ນ,ຫາກຍັງປູກເຫັດເປັນອີກ,ຢູ່ເບຼຊິນມີມົດຊະນິດຫນຶ່ງເອີ້ນວ່າມົດຕັດໃບໄມ້,ພວກມັນນັດອອກເຄື່ອນໄຫວເປັນຫມູ່ເປັນຝູງ,ມົດໂຕນຳທາງຈະໄຕ່ຂຶ້ນຕົ້ນໄມ້,ກັດຂວັນໃບໄມ້ໃຫ້ຂາດແລ້ວມົດທີ່ຖ້າຢູ່ທາງລຸ່ມກໍຮັບຜິດຊອບຄາບເອົາໃບໄມ້ທີ່ຕົກລົງມາ,ຂົນສົ່ງຄືນໄປຮູມົດ,ມົດຂົນເອົາໃບໄມ້ແຫ່ກັນໄປຍາບໆເບິ່ງໄກໆຄືວ່າໃບໄມ້ສີຂຽວໄຫຼໄປເອງເປັນ ພວກມັນຂົນໃບໄມ້ໄປເຮັດຫຍັງ?ນັກວິທະຍາສາດໄດ້ຄົ້ນຄວ້າເຫັນວ່າ:ແມ່ນເພື່ອເອົາໄປລ້ຽງເຫັດ,ເມື່ອພວກມົດຂົນເອົາໃບໄມ້ເຂົ້າໄປໃນຮູແລ້ວ,ມັນກໍກັດໃບໄມ້ໃຫ້ມຸ່ນແລ້ວປູໃສ່ໃນຂຸມ,ແລ້ວກໍເອົາຢາງຂັບຖ່າຍຊະນິດຫນຶ່ງທາໃສ່ໃນໃບໄມ້ສີຂຽວຫຍ່ອມຫນຶ່ງຝັງໄວ້ໃນໃບໄມ້ມຸ່ນຄືກັບໃສ່ຝຸ່ນ,ແລ້ວເອົາເຊື້ອເຫັດມາປູກເທິງໃບໄມ້ມຸ່ນເມື່ອຜ່ານໄປໄລຍະຫນຶ່ງເສັ້ນຝອຍເຫັດສີຂາວແລະສີນ້ຳຕານປົ່ງອອກ,ພວກມົດກັດເອົາຍອດເຫັດຝອຍຖິ້ມບ່ອນທີ່ຖືກກັດກໍຈໍ່ຕົວເປັນດອກເຫັດທີ່ມີໂປຼຕິນຫຼາຍ,ກາຍເປັນອາຫານອັນໂອຊາຂອງພວກມົດກັດໃບໄມ້ແລະຕົວອອ່ນຂອງພວກມັນ,ຄັນດິນບ່ອນລ້ຽງເຫັດບໍ່ມີທາດບຳລຸງແລ້ວ,ມົດກັດໃບໄມ້ກໍຈະໄປເຮັດສວນຢູ່ບ່ອນໃຫມ່,ກ່ອນຈະຫນີໄປບ່ອນອື່ນ,ພວກມັນຍັງຂົນດິນແລະຂີ້ເຫຍື້ອໄປຂຸມເກົ່າຂອງມັນ,ຈັ່ງແມ່ນຮຽບຮ້ອຍດີ.
ທີ່ຈິງແລ້ວ,ແມງໄມ້ປູກເຫັດລ້ຽງສັດມັນກໍບໍ່ແມ່ນເຮັດຢ່າງມີຈຸດປະສົງ,ຫາກເປັນສັນຊາດຍານແນວຫນຶ່ງຂອງມັນທໍ່ມັ້ນ,ແຕ່ມັນຊ່າງຄ້າຍຄືກັນກັບມະມຸດເຮົາແທ້ໆ,ເຮັດຖືກຫລັກວິທະຍາສາດທັງຫມົດ,ທຳມະຊາດຈັ່ງແມ່ນປະຫຼາດເຫນາະ.
ທ່ານຜູ່ຟັງທີ່ໂຄລົບ,ທີ່ທ່ານພວມຟັງຢູ່ນີ້,ຕໍ່ໄປຈະແນະນຳຂ່າວວິທະຍາສາດຂ່າວຫນຶ່ງ.ຫວ່າງມໍ່ໆນີ້,ສະຖາບັນວິທະຍາສາດແພດສາດຂອງລັດເຊຍໄດ້ຄົ້ນຄວ້າເຮັດແວ່ນຕາມີນີຊະນິດຫນຶ່ງສຳລັບຊາວຫນຸ່ມເຍົາວະຊົນຜູ່ເປັນສາຍຕາສັ້ນໃຫມ່ໆ,ເອີ້ນມັນເປັນແວ່ນຕາມີນີຫຼືແວ່ນຕານ້ອຍໆສຳຄັນແມ່ນຍ້ອນວ່າທາງກວ້າງຂອງແກ້ວແວ່ນຕາແຄບກວ່າແວ່ນຕາທຳມະດາເກືອບເຄິ່ງຫນຶ່ງ,ຂອບເທິງຂອງແວ່ນຕາສູງທໍ່ກັນກັບແວ່ນຕາທຳມະດາ,ແຕ່ຂອບລຸ່ມຂອງແວ່ນຕາພຽງແຕ່ຮອດຂອບຕາທາງລຸ່ມທໍ່ນັ້ນ,ເຄັດລັບຂອງການອອກແບບນີ້ກໍ່ແມ່ນໄດ້ຈັບຈຸດພິເສດຂອງສາຍຕາສັ້ນແມ່ນເບິ່ງທາງໄກມົວ,ເບິ່ງໃກ້ແຈ້ງຜູ່ສາຍຕາສັ້ນໃຫມ່ໆເບິ່ງໄກຕ້ອງໃສ່ແວ່ນຕາ,ແຕ່ເບິ່ງໃກ້ບໍ່ໃສ່ແວ່ນຕາກໍໄດ້.
ຫນຸ່ມເຍົາວະຊົນທີ່ສາຍຕາສັ້ນໃຫມ່ໆບໍ່ລື້ງກັບການປ່ຽນແປງດັ່ງກ່າວ,ເວລານັ່ງຮຽນໃນຫ້ອງ,ຜູ່ໃສ່ແວ່ນຕາສັ້ນທຳມະດາຈິ່ງບຶດດຽວປົດບຶດດຽວໃສ່ແວ່ນຕາຢູ່ພໍປານນັ້ນ,ເປັນຫນ້າລຳຄານ,ຍັງເຮັດໃຫ້ເມື່ອຍຕາອີກ,ສາຍຕາກໍສັ້ນເຂົ້າງ່າຍ,ແຕ່ຖ້າໃສ່ແວ່ນຕາມີນີທີ່ປະດິດໃຫມ່.ເວລາເບິ່ງກະດານກໍເບິ່ງຜ່ານແຜ່ນແກ້ວແວ່ນຕາ,ຖ້າກົ້ມຫົວລົງເບິ່ງປື້ມ,ກໍແວ່ນຕາກໍບໍ່ບັງຕາ,ຈຶ່ງໃຊ້ຕາເປົ່າເບິ່ງໂດຍກົງໂລດ,ສະດວກທີ່ສຸດ.
|