ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 15:10:15    
ອາ​ຫານ​ບຳ​ລຸງ​ສຸ​ຂະ​ພາບ​ທີ່​ດີ​ກວ່າ​ໝູ່

cri Author: li
ເມື່ອ​ໄດ້​ຄົ້ນຄວ້າ​ແລະ​ປະ​ກວດ​ເປັນ​ເວລາ​ສາມ​ປີ​ແລ້ວ,ປີ 2004 ອົງການ​ອະນາ​ໄມ​ໂລກ​ໄດ້​ປະກາດ​ລາຍ​ຊື່​ອາຫານ​ສະບັບ​ໜຶ່ງ,​ເຖິງ​ວ່າ​ຈະ​ມີ​ແຕ່​ຊື່​ອາ​ຫານ​ກໍ​ຕາມ,​ແຕ່​ມັນ​ພັດ​ໄດ້​ບອກ​ໃຫ້​ຮູ້​ອາຫານ​ບຳລຸງ​ສຸຂະພາບ​ທີ່​ດີ​ກວ່າ​ເພີ່ນ 6 ຊະນິດ,​ເຊື່ອ​ວ່າ​ທ່ານ​ກໍ​ຄົງ​ສົນໃຈ​ບໍ່​ຢາກ. ​ໃນ​ເວລາ​ສາມ​ປີ​ນີ້,ອົງການ​ອະ​ນາ​ໄມ​ໂລກ​ໄດ້​ວິ​ໄຈ​ແລະ​ຄົ້ນຄວ້າ​ອາຫານ​ຊະນິດ​ຕ່າງໆ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ທັງຫຼາຍ,​ໄດ້​ປະ​ກວດ​ອາຫານ​ບຳລຸງ​ສຸຂະພາບ​ທີ່​ດີ​ກວ່າ​ໝູ່ 6 ປະ​ເພດ​ຄື​ຜັກທີ່​ດີ​ກວ່າ​ໝູ່,ໝາກ​ໄມ້​ທີ່​ດີ​ກວ່າ​ໝູ່,ຊີ້ນ​ທີ່ດີ​ກວ່າ​ໝູ່,ອາຫານ​ບຳລຸງ​ສະໝອງ​ທີ່​ດີ​ກວ່າ​ໝູ່​ເປັນຕົ້ນ.

ຜັກ​ທີ່ດີກ​ວ່າ​ໝູ່​ມີ 13 ຊະນິດ,ລ້ວນ​ແຕ່ຜັກ​ໝີ່​ທີ່​​ແມ່ນ​ພວກ​ເຮົາ​ກິນ​​ເລື້ອຍໆ

ມັນ​​ດ້າງ​ທັງ​ຫອມ​ທັງ​ຫວານ,ຄົນ​ເຮົາ​ມັກ​ກິນທີ່​ສຸດ,​ແຕ່​ທ່ານ​ອາດ​ຈະ​ບໍ່​ໄດ້​ກິນ​ຊູ່​ມື້,​​ໃນ​ມັນ​ດ້າງ​​ມີ​ໃຍ,ທາດ​ກາລີ,​ເຫຼັກ​ແລະ​ວິຕາມິນ​ເບ 6 ອັນ​ອຸດົມ​ສົມບູນ,​ເຊິ່ງບໍ່​ພຽງ​ແຕ່​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເຖົ້າ​ໄວ,ປ້ອງ​ກັນ​ບໍ່​ໃຫ້​ສາຍ​ເລືອດ​ແດງ​​ແຂງ​ທໍ່ນັ້ນ ຫາກ​ຍັງ​ສາມາດ​ປ້ອງ​ກັນ​​ໂຣກ​ມະ​ເຮັງ​​ໄດ້​ດີ​ນຳ​ອີກ,ສະນັ້ນ ມັນ​ເປັນ​ທີ​ໜຶ່ງ​ຂອງ​ຜັກໝີ່.

ທ່ານ​ສາດສະ​ດາ​ຈານຈາງ​ເຈຍ​ຈືຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຫານ​ນະຄອນ​ປັກ​ກິ່ງ​​ເວົ້າວ່າ,ອາຫານ​ການ​ກິນ​ປະຈຳ​ວັນ​ຕ້ອງ​ທາດ​ກົດກັບ​ທາດ​ດັ່ງ​ປະສົມ​ປະສານ​ກັນ,ຕົວ​ເລກ PH ຂອງ​ຄົນແຂງ​ແຮງ​ຕ້ອງ​​ໄດ້​ເຖິງ​ປະມານ 7,3,​ແຕ່​ວ່າ​ຊີ້ນ​ທີ່​ພວກ​ເຮົາ​ກິນນັ້ນ​ລ້ວນ​ແຕ່​ແມ່ນ​ອາຫານ​ລັກສະນະ​ທາດ​ກົດ,ສະນັ້ນ ຕ້ອງ​ກິນ​ອາຫານ​ທາດ​ດັ່ງ​ສົມທົບ,​ສ່ວນ​ຜັກກາດ​ຫໍ່,ຜັກ​ຊີ​ຊ້າງ,ຫົວ​ກາຫຼົດ​ເປັນຕົ້ນ​ກໍ​ແມ່ນ​ອາຫານ​ທາດ​ດັ່ງ,ຄວນ​ກິນ​ໃຫ້​ຫຼາຍ​ແດ່.

ນອກຈາກ​ຜັກ​ທີ່​ກ່າວ​ມາ​ເທິງ​ນີ້​ແລ້ວ,ຍັງ​ມີ​ໜໍ່​ໄມ້​ຝຣັ່ງ,ຜັກ​ກະຫຼ່ຳ​ດອກ,ໝາກ​​ເຂືອ​ຫຳ​ມ້າ,ຜັກຫວານ,ຫົວ​ຜັກກາດ,​ເຫັດ​ເຂັມ​ຄຳ,ຜັກສ້ຽນ​ແລະ​ຜັກກາດ​ຂາວ​​ແລະ​ອື່ນໆ​ກໍ​ຄວນ​ກິນ​ຫຼາຍໆ.

​ເມື່ອ​ເວົ້າ​ເຖິງ​ທາດ​ບຳລຸງ​ກໍ​ຕ້ອງ​ເອີ່ຍ​ເຖິງ​ໝາກ​ໄມ້,​ແຕ່​ວ່າ​ເມື່ອ​ເວົ້າ​ເຖິງ​ຄຸນຄ່າ​ທາດ​ບຳລຸງ​ຂອງ​ໝາກ​ໄມ້​ແລ້ວ​,ຜູ້​ເວົ້າ​​ແນວ​ໃດ​ກໍ​ມີ, ບໍ່​ຮູ້​ວ່າ​ກິນ​ໝາກ​ໄມ້​​ແນວ​​ໃດ​ຈຶ່ງດີ​ແທ້,​ແຕ່​ວ່າ,ໝາກ​ໄມ້​ຊົງ​ອິດ​ທິພົນ 9 ຊະນິດ​ແມ່ນ​ຕ້ອງ​ເຊື່ອ.

ໝາກ​ໄມ້​ນ້ຳ​ເບີ້​ໜຶ່ງ​ກໍ​ແມ່ນ​ໝາກຫຸ່ງ,​ເຖິງ​ວ່າ​ໝາກ​ພຸກ​ແລະ​ໝາກ​ກ້ຽງ​ທີ່​ມີ​ວິຕາມິນ​ເຊ​ຫຼາຍ​ນັ້ນ​ກໍ​ໄດ້​​ເຂົ້າຮອບ​ປະ​ກວດ,​ແຕ່​ວ່າ​​ວິຕາມິນ​ເຊ​ໃນ​ໝາກ​ຫຸ່ງ​ພັດ​ຫຼາຍ​ກວ່າ​ໝາກກ້ຽງ​ຕັ້ງ​ຫຼວງຫຼາຍ,ບໍ່​ໜຳ ໝາກ​ຫຸ່ງ​ຍັງ​ຊ່ອຍ​ຍ່ອຍ​ອາຫານ​ຊີ້ນ​ທີ່​ຮັບ​ເອົາ​ຍາກ​ໃນ​ຮ່າງກາຍ​ຄົນ​ເຮົາ,ສາມາດ​ປ້ອງ​ກັນກະ​ເພາະ​ເປັນ​ແຜ.

ສະ​ຕໍ​ເບີ​ຣີ​ເປັນ​ໝາກ​ໄມ້​ທີ່​ຫວານ​,ນ້ຳຫຼາຍ,ມີ​ຜົນ​ດີທີ່ສຸດ​ຕໍ່​ສຸຂະພາບ,​ໂດຍ​ສະ​ເພາະ​ແມ່ນ​ສາວໆ​ທີ່​ມັກ​ງາມ​ໃຫ້​ກີນ​ຫຼາຍ​ແດ່,​ເພາະວ່າ​ສະ​ຕໍ​ເບີຣີ​ສາມາດ​ເຮັດ​ໃຫ້​ສີ​ຜິວ​ງາມ,ຍັງ​ສາມາດ​ຫຼຸດຜ່ອນ​ອາການ​ລົງທ້ອງ. ພິ​ເສດ​ແມ່ນ,ສະ​ຕໍ​ເບີຣີ​ຍັງ​ສາມາດ​ເຮັດ​ໃຫ້​ແຂ້ວ​ໝັ້ນ,​ເຮັດ​ໃຫ້​ບໍ່​ມີ​ກິ່ນ​ປາກ​​ແລະ​ຊຸ່ມ​ຄໍ. ໃບ​ແລະ​ຮາກ​ຂອງ​ສະ​ຕໍ​ເບີຣີ​ຍັງ​​ເອົາ​ມາ​ຊົງ​ນ້ຳກິນ​ໄດ້,ຈັ່ງ​​ແມ່ນ​ມີ​ປະ​ໂຫຍດ​ທັງ​ຕົ້ນ.

ນອກ​ນີ້ ໝາກ​ກີ​ວີ,ໝາກມ່ວງ,ໝາກ​ອັນ​ມັງ,ໝາກ​ພັບ​​ແລະ​ໝາກໂມ​ກໍ​ຫວານ​,ແຊບ,​ມີ​ນ້ຳຫຼາຍ,​ແມ່ນ​ໝາກ​ໄມ້​ທີ່​ດີ​ຫຼາຍ.

ອາຫານ​ຊີ້ນ​ເຖິງ​ວ່າ​ມີ​ໄຂ​ມັນຫຼາຍກໍ​ຕາມ,​​ແຕ່​ໃນ​ອາຫານ​ປະຈຳ​ວັນ​​ແມ່ນ​ຂາດ​​ບໍ່​ໄດ້,​ເພາະວ່າ​ມັນ​ກໍ​ສາມາດ​ເຮັດ​ໃຫ້​ທາດ​ບຳລຸງ​ໃນ​ຮ່າງ​ກາຍ​ດຸນ​ດ່ຽງ​ກັນ.

ຊີ້ນ​ທີ່​ດີກ​ວ່າ​ໝູ່​ແມ່ນ​ຊີ້ນ​ຫ່ານ,ຊີ້ນ​ເປັດ​ແລະ​ຊີ້ນ​ໄກ່. ຕາມ​ແນະນຳ​ວ່າ,ອົງ​ປະກອບ​ເຄມີ​ຂອງ​ຊີ້ນ​ຫ່ານ​ແລະ​ຊີ້ນ​ເປັດ​ແມ່ນ​ມໍ່​ກັບ​ນ້ຳມັນໝ​າກ​ໂອ​ລິວ​ຫຼາຍ,ມີ​ຜົນ​ດີ​ຕໍ່​ຫົວ​​ໃຈ,​ໂດຍ​ສະ​ເພາະ​ແມ່ນ​ເໝາະ​ສລັບ​ຜູ້​ເຖົ້າ. ຊີ້ນ​ໄກ່​ແມ່ນ"​ແຫຼ່ງ​ໂປຼຕິນ​ທີ່​ດີ​ກວ່າ​ໝູ່​​",ຜູ້​ເຖົ້າ​ແລະ​ເດັກນ້ອຍ​ແຮ່ງ​ຄວນ​ກິນ​ເລື້ອຍໆ.

​ເມື່ອກິນ​ຊີ້ນ​ແລ້ວ,ຢ່າ​ລືມ​ງົດ​ນ້ຳແກງ​ນຳ,​ແກງ​ທີ່​ຄຸນ​ນະພາບດີ​ກວ່າ​ໝູ່​ແມ່ນ​ແກງ​ໄກ່,​ໂດຍ​ສະ​ເພາະ​ແມ່ນ​ນ້ຳຕົ້ມໄ​ກ່​ແມ່, ປ້ອງ​ກັນ​ແລະ​ປົວ​ໄຂ້​ຫວັດ​ແລະ​ຫຼອດລົມ​ອັກ​ເສບ,​ໂດຍ​ສະ​ເພາະ​ແມ່ນ​ລະດູ​ໜາວ​ແລະ​ລະດູ​ບານ​ໃໝ່​ຈະ​ໄດ້ຜົນ​​ດີຫຼາຍ.

ປັດຈຸບັນ ຜູ້​ທີ່​​​ເຮັດ​ວຽກໃຊ້​ສະໝອງ​ຫຼາຍ​ເກີນ​ໄປ​ນັ້ນ​ມີຫຼາຍ​ທີ່​ສຸດ,ກິນ​ຫຍັງ​ຈະ​ບຳລຸງ​ສະໝອງ​ໄດ້​ດີກວ່າ​ໝູ່​ແມ່ນ​ບັນຫາ​ທີ່​ຄົນ​ເຫຼົ່ານີ້​ເອົາ​ໃຈ​ໃສ່​ທີ່​ສຸດ.

​ໃນ​​ຜັກປະ​ເພດ​ຕ່າງໆ,ຜັກ​ຕີນ​ເປັດ,ຜັກ​ແປ້ນ,ໝາ​ກອຶ,ຜັກ​ບົ່ວ​,ຜັກ​ກະຫຼ່ຳ​ດອກ,ໝາກ​ເພັດ​ໃຫຍ່,ຖົ່ວ​ລັນ​ເຕົາ,ໝາກ​​ເຫຼັ່ນ,ຫົວ​ກາຫຼົດ,ຜັກ​ກາດ​ນ້ອຍ,​ໃຈ​ຕົ້ນຜັກ​ທຽມ​ແລະຜັກຊີ​ຊ້າງລ້ວນ​ແຕ່​ມີ​ບົດບາດ​ບຳລຸງ​ສະໝອງ. ນອກ​ນີ້ ໝາກ​ໄມ້ເປືອກ​ແຂງ​ຕ່າງໆ​ເຊັ່ນ​ໝາກ​ຂະໝອງ​ລີງ​(ຫຼືໝາກ​ມັນ​ຫໍ້),ຖົ່ວດິນ,ໝາກ​ມ່ວງ​ຫິມະ​ພານ,​ແກນ​ຕົ້ນສົນ,​ໄນ​ໝາກ​ອານ​ມັງ​ແລະ​ໝາກ​ຖົ່ວ​ເຫຼືອງ​ກໍ​ບຳລຸງ​ສະໝອງ.