ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 21:34:15    
ໂມງ​ຊີວະ​ຊາດ​ສາມາດ​​ເກີດ​ຜົນ​ສະ​ທ້ອນ​ການ​ປິ່ນ​ປົວ​ມະ​ເຮັງ

cri Author: li
ເປັນ​ເວລາ​ດົນ​ນານ​ມາ​​ແລ້ວ​ທີ່ຜູ້​ຊ່ຽວຊານ​ຊີ້ນ​ປົ່ງ​ເຫັນວ່າ,ການ​ປິ່ນປົວ​ມະ​ເຮັງ​ໃນ​ເວລາ​ໃດ​ໜຶ່ງ​​ໃນ​ມື້ໜຶ່ງ​ຈະ​ໄດ້ຜົນ​ດີກ​ວ່າ​ໃນ​ເວລາ​ທຳ​ມະ​ດາ. ​ແຕ່​ຍ້ອນ​ວ່າ​ບໍ່​​ເຂົ້າ​ໃຈ​ຫຼັກມູນ​ຂອງ​ມັນ,ບັນດາ​ນັກ​ວິທະຍາສາດ​ຊີ້ນ​ປົ່ງ​ຈຶ່ງ​ບໍ່​ສາມາດ​​ເຮັດ​ໃຫ້​ຄວາມ​ຄຶດ​ດັ່ງກ່າວ​ການ​ເປັນ​ການ​ກະທຳ​ຕົວ​ຈິງ. ​ຫວ່າງ​ມໍ່ໆ​ນີ້ ໜ່ວຍ​ຄົ້ນຄວ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ຊອກ​​ເຫັນ​ກົນ​ໄກ​ໂມ​ເລ​ກຸນ​ຊະນິດ​ໜຶ່ງ​ທີ່​ສາມາດ​ອະທິບາຍ​ວ່າ​ເປັນ​ຫຍັງ​ຮ່າງກາຍ​ຂອງ​ຄົນ​ເຮົາ​ຈຶ່ງມີ​ຄວາມ​ສະ​ດຸ້ງຊ້າ​ໄວ​ຕ່າງ​ກັນ​ຕໍ່​ຢາ​ປົວ​ມະ​ເຮັງ​ໃນ​ເວລາ​ທີ່ຕ່າງ​ກັນ.

ຢູ່​ໃນ​ໂລກ​ນີ້,ການ​ເຄື່ອນ​ໄຫວຂອງ​ຊີວິດ​ຊີວະ​ຊາດ​ຕ່າງໆ​ລ້ວນ​ແຕ່​ມີ​ຈັງຫວະ​ເວລາ​ຄື​ກັບມີ​ໂມງ​ຄວບ​ຄຸມ,ປະກົດ​ການນີ້​ຖືກ​ເອີ້ນວ່າ"​ໂມງ​ຊີວະ​ຊາດ". ​ໃນ​ວົງ​ຈອນ​ທຳ​ມະ​ຊາດ,ມີ​ປະກົດ​ການ​ໂມງ​ຊີວະ​ຊາດ​ທີ່​​​ເປັນ​ໜ້າ​ສົນ​ໃຈ. ຕົວຢ່າງ​ຄື​ຢູ່​ກົວ​ເຕ​ມາລາ​ຂອງ​ທະວີບອາ​ເມ​ລິ​ກາ​ໃຕ້,ມີ​ນົກ​ຊະນິດ​ໜຶ່ງ,ບາ 30 ນາທີ​ມັນ​ກໍ​ຈະ​ຮ້ອງ​ຄາວໜຶ່ງ,​ຜິດ​ດ່ຽງກັນ​ພຽງ​ແຕ່ 15 ວິນາທີ​ທໍ່​ນັ້ນ,ສະນັ້ນ ຄົນ​ໃນ​ແຫ່ງ​ນັ້ນຈຶ່ງ​ຄຳນວນ​ເວລາ​ອີງ​ຕາມ​ສຽງ​ຮ້ອງ​ຂອງ​ນົກ​ຊະນິດ​ນີ້; ​ໃນ​ປ່າ​ໄມ້​ທີ່​ຕຶບ​ໜາ​ຂອງ​ອາ​ຟິຼກາ,ມີ​ແມງ​​ໄມ້​ແຈ້ງ​ເວລາ​ຊະນິດ​ໜຶ່ງ,ບາ​ຊົ່ວ​ໂມງໜຶ່ງ,ມັນ​ຈະ​ປ່ຽນ​ສີ​ໜຶ່ງ,​ຄົນ​ທັງຫຼາຍ​ທີ່​ດຳລົງ​ຊີວິດ​ຢູ່​ຫັ້ນ ກໍ​ອີງ​ຕາມ​ການ​ປ່ຽນ​ສີ​ຂອງ​​​ແມງ​ໄມ້​ຊະນິດ​ນີ້​ມາ​ຄິດ​ໄລ່​ເວລາ. ນອກຈາກ​ສັດ​ແລະ​ພືດ​ໃນ​ວົງຈອນ​ທຳ​ມະ​ຊາດ​ແລ້ວ,ການ​ເຄື່ອນ​ໄຫວ​ຂອງ​ມະນຸດ​ກໍ​ຖືກ​ໂມງ​ຊີວະ​ຊາດ​ຄອບ​ຫງຳຄື​ກັນ.

​ໂມງ​ຊີວະ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ຢູ່​​ໃນສະໝອງ,ປອດ,ຕັບ,ໝາກ​ຫົວ​ໃຈ,ກະດູກ​ແລະ​ກ້າມ​ເນື້ອ,​24 ຊົ່ວ​ໂມງ​ເປັນ​ຮອບ​ໜຶ່ງ​ທາງ​ຊະລີ​ລະ​ສາດ,ຄວບ​ຄຸມ​ການ​ນອນ,ການ​ຕື່ນ,ພັກ​ຜ່ອນ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຄົນ. ພ້ອມ​ກັນນັ້ນ ມັນ​ຍັງ​ມີການ​ພົວພັນ​ກັບ​ອຸນຫະພູມ​ຮ່າງກາຍ,​ໃຈ​ເຕັ້ນ,ການ​ຫາຍ​ໃຈ​ເອົາອອກ​ຊີ​ແຊນ​ ແລະ​ການ​ຂັບຫຼັ່ງ​​ພາຍ​ໃນ​ເປັນຕົ້ນ.

ຫວ່າງ​ມໍ່ໆ​ນີ້ ​ເວ​ບ​ໄຊ້ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ແພດສາດ​ໂ​ຮເວີ​ດ ຮິ​ວສ໌ອາ​ເມ​ລິ​ກາ​ລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້ ໜ່ວຍ​ຄົ້ນຄວ້າ​ດັ່ງກ່າວ​ໄດ້​ປະກາດ​ຜົນ​ການ​ຄົ້ນຄວ້າ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ​ໂຢ​ເຊັຟ​ສະມາຊິກ​ຜູ້​ໜຶ່ງ​ຂອງ​ໜ່ວຍ​ຄົ້ນຄວ້າ​ມະຫາວິທະຍາ​ໄລ​​ນອດ​ເວັສທ໌​ອາ​ເມ​ລິ​ກາ​ກ່າວ​ວ່າ,"ພວກ​ຂ້າພະ​ເຈົ້າສົນ​ໃຈ​ນຳ​ບັນຫາ​ນີ້ຫຼາຍ,​ເພາະວ່າ​​ໃນ​ເວລາ​ດົນ​ນານ​ມາ​ນີ້ ພວກ​ຂ້າພະ​ເຈົ້າກໍ​ເຫັນ​ວ່າການ​ປິ່ນປົວ​ໃຫ້​ຜູ້​ເປັນ​ມະ​ເຮັງ​ໃນ​ເວລາ​ຕ່າງ​ກັນ​​ໃນ​ມື້ໜຶ່ງຈ​ະ​ໄດ້​ຮັບຜົນ​ທີ່ຕ່າງ​ກັນ."

ຜູ້​ຄົ້ນຄວ້າ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ກັບ​ໂຕ​ໜູ. ພວກ​ເພີ່ນ​ປະກົດ​ເຫັນ​ວ່າ,​ໂມງ​ຊີວະ​ຊາດ​ພາຍ​ໃນ​ຮ່າງກາຍ​ຂອງຊີວະ​ຊາດມີ​ຜົນ​ສະທ້ອນ​ຕໍ່ຄວາມ​ຢູ່​ລອດ​ຂອງ​ຈຸ​ລັງ​ຕ້ານທານ​ຊະນິດ​ໜຶ່ງ​ທີ່​ແນ​ໃສ່​ຢາ​ປົວ​ມະ​ເຮັງ.

ທຳ​ອິດ,ຜູ້​ຄົ້ນຄວ້າ​​ໄດ້​ເອົາ​ໜູ​ປົກກະຕິ​ມາ​ທົດ​ລອງ. ​ເມື່ອ​ຄົ້ນຄວ້າ​ແລ້ວ​ເຫັນ​ວ່າ, ​ໜູ​ທີ່​ຮັບ​ການ​ປິ່ນປົວ​ມະ​ເຮັງໃນ​ຕອນ​ເຊົ້າ​ເມື່ອທຽບ​ກັບ​ໜູ​ທີ່​ຮັບ​ການ​ປິ່ນປົວ​ໃນ​ຕອນ​ບ່າຍ​ແລ້ວ,ອັດຕາ​ຢູ່ລອດ​ຂອງ​ໜູ​ທີ່​ປົວ​ໃນ​ຕອນ​ເຊົ້າຈະ​ຕ່ຳ​ກວ່າ​ໜູ​ທີ່ປົວ​ໃນ​ຕອນ​ບ່າຍ. ​ເພື່ອ​ຢາກ​ຮູ້​ຫຼັກມູນ​ຂອງ​ມັນ,ນັກ​ວິທະຍາສາດ​ໄດ້​ລົງ​ເລິກ​ຄົ້ນຄວ້າ​ທົດ​ລອງ. ທ່ານ​ນາງມາລີ​ນາ ສະມາຊິກ​ຜູ້​ໜຶ່ງ​ຂອງ​ໜ່ວຍ​ຄົ້ນຄວ້າ​ທີ່​ສັງກັດ​ສະ​ຖາ​ບັນ​ຄົ້ນຄວ້າ​ແພດສາດ​ຄຼິຟ​ແລນ ພ້ອມ​ດ້ວຍ​ຜູ້​ຮ່ວມ​ງານ​ຂອງ​ນາງ​ໄດ້​ໃຊ້​ໜູ​ທີ່​ມີ​ຂໍ້​ບົກພ່ອງ​ໃນ​ດ້ານ​ແຊນ​ໂມງ​ຊີວະ​ຊາດ​ມາ​ທົດ​ລອງ.

​ໃນ​ການຄົ້ນຄວ້າ​​ໄດ້ປະກົດ​ເຫັນ​ວ່າ,​ເມື່ອ​ແຊນ​ໂມງ​ໃນ​ຮ່າງກາຍ​ໜູ​ປ່ຽນ​ແປງ​ກະທັນຫັນ​ແລະ​​ແຊນ​BMA11​ຖືກ​ທຳລາຍ​ແລ້ວ,ບໍ່​ວ່າ​ໃນ​ຕອນ​ເຊົ້າ​ຫຼື​ວ່າ​ໃນ​ຕອນ​ກາງຄືນ,ໜູ​ເຫຼົ່ານີ້​ລ້ວນ​ແຕ່​ມີ​ຄວາມ​ສະ​ດຸ້ງ​ໄວ​ຫຼາຍຕໍ່​ຢາ​ປົວ​ມະ​ເຮັງ. ກົງກັນຂ້າມ,​ເມື່ອ​ທຽບ​ກັບ​ໜູ​ທີ່​ແຊນ​ປົກກະຕິ,ຖ້າ​ແຊນ​CRYຂອງ​ໜູ​ຈຳນວນ​ໜຶ່ງ​ຖືກ​ທຳລາຍ​ແລ້ວ,​ເວລາ​ໃດໆ​ໃນ​ໝົດມື້​,ພວກ​ມັນ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະ​ດຸ້ງ​ທີ່ຮຸນ​ແຮງ​ຕໍ່​ຢາ​ປົວ​ມະ​ເຮັງ.

ການ​ຄົ້ນພົບ​ດັ່ງ​ກ່າວຂອງ​ຜູ້​ຄົ້ນຄວ້າ​ມີ​ຄວາມ​ໝາຍ​ສຳ​ຄັນທີ່​ສຸດຕໍ່​ການປິ່ນປົວ​ພະຍາດ​,ຈົນ​ຂະຫຍາຍ​ເອົາ​ໄປ​ໃຊ້​ຮອດ​ຂົງ​ເຂດ​ປົວ​ດ້ວຍ​ຢາ​ຕ້ານ​ມະ​ເຮັງ​ອື່ນໆ​ແລະ​ການ​ສ່ອງ​ລັງສີ,ພ້ອມ​ກັນນັ້ນ ຍັງ​ສາມາດ​ສະໜອງ​ຫຼັກມູນ​ພື້ນຖານ​ຂອງ​ການ​ສັບ​ຊ້ອນ​ເວລາ​ປິ່ນປົວ​ດ້ວຍ​ວິທີ​ເຄມີ​ແກ່​ຄົນ​ເຮົາ,​ເພື່ອ​ຫຼຸດ​ບົດບາດ​ທາງ​ລົບ​ຂອງ​ວິທີ​ປິ່ນປົວ​ດັ່ງກ່າວ​ໃຫ້​ເບົາ​ລົງ. ​ປັດຈຸບັນ,​ບັນດາ​ນັກ​ວິທະຍາສາດ​ພວມ​ສຸມ​ກຳລັງ​ຄົ້ນຄວ້າ​ກົນ​ໄກ​ຈັງຫວະ​ຊະລີ​ລະ​ສາດ​ສົ່ງ​ສັນຍານ​ໂມ​ເລ​ກຸນ​ໃຫ້​ລະບົບ​ພູມ​ຕ້ານທານ​ແນວ​ໃດ.