ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 22:00:30    
ຂີ້​ເຫຍື້ອ​ປຼັສ​ຕິກ​ກັບ​ຄືນ​ເປັນ​ນ້ຳ​ມັນ​ເຊື້ອ​ໄຟ​ໄດ້

cri

ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ອຸດ​ສາຫະ​ກຳ​ປຼັສຕິກນັ້ນ,​ເຄື່ອງ​ຫຸ້ມຫໍ່​ປັຼສຕິກ​ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ແທນ​ພາດ​ຊະນະ​ແກ້ວ ​ເຈ້ຍ ​ໃບຕອງ​ແລະ​ອື່ນໆ​ຢ່າງ​ກວ້າງຂວາງ,​ເຄື່ອງ​ຫຸ້ມ​ຫໍ່​ປັຼສຕິກນັ້ນ​ເບົາ ທົນ​ໃຊ້ ລາຄາ​ກໍ​ຖືກ,ມັນ​ໄດ້​ນຳ​ເອົາ​ຄວາມ​ສະດວກ​ສະບາຍ​ມາ​ໃຫ້​ມວນ​ມະນຸດ​ຢ່າງ​ຫຼວງຫຼາຍ,​ແຕ່​ກໍ​ເຫມືອນ​ດັ່ງ​ທີ່​ຄົນ​ທັງຫຼາຍ​ໄດ້​ຮູ້​ມາ​ແລ້ວ,​ເວົ້າອີກ​ດ້ານ​ຫນຶ່ງ ມັນ​ກໍ​ໄດ້​ນຳ​ເອາບັນ​ຫາ​ມາ​ໃຫ້​ມວນ​ມະນຸດ,ຄື​ການ​ຊຳລະ​ຂີ້​ເຫຍື້ອ​ປັຼສຕິກ,ຈົນ​ຮອດ​ປະ​ເທດ​ກ້າວຫນ້າ​ຈຳນວນ​ຫນຶ່ງ​ກໍ່​ຮູ້ສຶກ​ປວດ​ຫົວ​ຍ້ອນ,ຕົວ
ຢ່າງ​ຄື​ຍີ່ປຸ່ນຕາມ​ຂໍ້​ມູນ,​ແຕ່ລະ​ປີ ມີ​ຂີ້​ເຫຍື້ອ​ປຼັສຕິກ​ແຕ່ 5 ລ້ານ​ເຖິງ 10 ລ້ານ​ໂຕນ.

ຂີ້​ເຫຍື້ອ​ປຼັສຕິກ​ຢ່າງ​ມາກ​ມາຍ​ກ່ອຍກອງ​ເຫຼົ່ານີ້ ຄັນ​ແມ່ນ​ແຕ່​ກ່ອນ ກໍ່​ມີ​ແຕ່​ສອງ​ວິທີ​ແກ້​ທໍ່​ນັ້ນ,ຄື​ຫນຶ່ງ​ແມ່ນ​ເຜົາ​ຖິ້ມ,ສອງ​ແມ່ນ​ຖອດ​ໃສ່​ຮ່ອມ​ພູຮ່ອມຜາ,​ແຕ່​ສອງ​ວິທີ​ນີ້​ລ້ວນ​ແຕ່​ບໍ່​ແມ່ນ​ວິທີ​ດີ​ທັງ​ນັ້ນ.

ປະຈຸ​ບັນ ຮ່ອມ​ພູ​ແລະ​ຂຸມ​ຄອງ​ກໍ​ນັບ​ມື້​ນັບ​ຫາ​ຍາກ​ແລ້ວ,​ແລະ​ການ​ເຜົາ​ຂີ້​ເຫຍື້ອ​ປຼັສຕິກນັ້ນກໍ​ພາ​ໃຫ້​ມີ​ບັນຫາ​ເກີດ​ຂຶ້ນຢູ່​ບໍ່​ຂາດ,​ເຊັ່ນ:​ເຊື່ອມ​ພິດ​ອາກາດ​ແລະ​ອື່ນໆ ສະນັ້ນ,ຄົນ​ທັງ​ຫຼາຍ​ຈິ່ງ​ພວມ​ພະ​ຍາ​ຍາມ​ຊອກ​ຫາ​ວິທີ​ທີ 3 ມາ​ຊຳລະ​ຂີ້​ເຫຍື້ອ​ປຼັສ​ຕິກ​ເຕັກ​ໂນ​ໂລ​ຢີ​ເຮັດ​ໃຫ້​ຂີ້​ເຫຍື້ອ​ກັບ​ຄືນ​ເປັນນ້ຳມັນ​ເຊື້ອ​ໄຟ​ນັ້ນ​ໄດ້​ກາຍ​ເປັນ​ວິທີ​ອັນ​ບໍລິບູນ​ຢູ່​ໃນ​ຄວາມ​ຄຶດ​ຂອງ​ຄົນ​ທັງ​ຫຼາຍ​ແລ້ວ,ການຊຳລະ​ເຄື່ອງ​ຖິ້ມຂອງ​ເສດ​ແບບ​ນີ້,ບໍ່ພ​ຽງ​ແຕ່​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ກຳຈັດ​ຂີ້​ເຫຍື້ອ​ທໍ່​ນັ້ນ,ຫາກ​ຍັງ​ເປັນ​ການ​ປະກອບສ່ວນ​ເຮັດ​ໃຫ້ການ​ນຳ​ໃຊ້​ວັດຖຸ​ແບບ​ຫມູນ​ວຽນຄືນ​ອີກ.

ທ່ານ ຄູ​ລາ​ຕະ ຄົນ​ຍີ່​ປຸ່ນທີ່​ຮຽນ​ສຳ​ເລັດ​ຈາກ​ມະຫາວິທະຍາ​ໄລ​ຫລັງ​ຫນຶ່ງ​ຢູ່​ອາ​ເມ​ລິ​ກາ, ​ເຄີຍ​ໄດ້​ສຸມ​ຈິດ​ສຸມ​ໃຈຄົ້ນຄວ້າ​ບັນຫາ​ຊຳລະ​ເຄື່ອງຖິ້ມຂອງ​ເສດ​ຢູ່​ແຖບ​ອາຊີ​ອາຄະ​ເນ​ມາ​ຫຼາຍປີ​ແລ້ວ,ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,ດຽວນີ້,ທ່ານ​ໄດ້​ປະດິດ​ວິທີ​ໃຫມ່​ຢ່າງ​ຫນຶ່ງ ສາມາດ​ເຮັດ​ໃຫ້​ຂີ້​ເຫຍື້ອ​ປຼັສຕິດ​ກັບກາຍ​ເປັນນ້ຳມັນ​ເຊື້ອ​ໄຟ.

ວິທີ​ໃຫມ່​ສຸດ​ຂອງ​ທ່ານ​ຄູ​ລາ​ຕະ ​ແມ່ນ​ເອົາ​ຂີ້​ເຫຍື້ອ​ປຼັສຕິກ​ໃສ່​ໄວ້​ໃນ​ເຕົາ​ເຫຼັກ​ຂະ​ຫນາດ​ໃຫຍ່​ຫນ່ວຍ​ຫນຶ່ງ,​ແລ້ວ​ເອົາ​ຢາ​ເລັ່ງ​ໂລຫະ 5 ຢ່າງ​ທີ່ຕ່າງ​ກັນ​ແລະ​ນ້ຳຢາ​ພິ​ເສດ​ແນວ​ຫນຶ່ງ​ຖອກ​ໃສ່​ເພື່ອ​ເຮັດ​ໃຫ້​ປຼັສຕິກ​ລະລາຍ.ທ່ານ​ເວົ້າວ່າ,ວິທີ​ຊຳລະ​ແບບ​ນີ້​ແມ່ນ​ອີງ​ໃສ່​ຫລັກ​ມູນ​ການ​ເຄື່ອນ​ເຫນັງ​ຂອງ​ຟອງ​ທະ​ເລ.ຢູ່​ໃນ​ເຕົາ​ມີ​ເຄື່ອງ​ປະກອບ​ພິ​ເສດ​ຢ່າງ​ຫນຶ່ງ ສາມາດ​ເຮັດ​ໃຫ້​ເກີດ​ມີ​ພະລັງງານ​ຂອງ​ຟອງ​ທະ​ເລ,​ເມື່ອ​ພະລັງງານ​ດັ່ງກ່າວ​ກະທົບ​ໂມລະ​ກຸນ​ຂອງ​ປຼັສຕິກ​ແຕກ​ແລ້ວ,ປຼັສຕິກ​ກໍ​ຈະ​ລະລາຍ.
ຈາກ​ການ​ທົດ​ລອງ,ປຼັສຕິກ​ກິ​ໂລ​ຫນຶ່ງ​ຈະ​ຜະລິດ​ນ້ຳມັນ​ກາດ​ໄດ້ກິ​ໂລ​ຫນຶ່ງ​ກັບ​ສອງ​ຂີດ ​ເຊິ່ງ​ເປັນ​ຫນ້າ​ງຶດງໍ້​ທີ່​ສຸດ.

ມີ​ເມືອງ​ນ້ອຍ​ແຫ່ງ​ຫນຶ່ງ​ທີ່​ມີ​ປະຊາກອນ 32 ພັນ​ຄົນ,​ແຕ່ລະ​ປີ​ຂີ້​ເຫຍື່ອ​ປັຼສຕິກ 1 ລ້ານ 4 ​ແສນ​ໂຕນ,ປະຈຸ​ບັນ ພວກ​ເຂົາ​ເຈົ້າ​ໄດ້​ຂົນ​ເອົາ​ຂີ້​ເຫຍື້ອ​ເຫຼົ່ານີ້​ໄປ​ໃຫ້​ບ່ອນ​ເກັບຂີ້​ເຫຍື້ອ​ຂອງ​ເມືອງ ​ແລ້ວ​ທ່ານ​ຄູ​ລາ​ຕະ​ເອົາ​ຂີ້​ເຫຍື່ອ​ເຫຼົ່ານີ້​ຖອກ​ໃສ່​ເຕົາ​ລະລາຍ ​ແ​ລ້ວ​ເຮັດ​ໃຫກັບກາຍ​ເປັນນ້ຳມັນ​ເຊື້ອ​ໄຟ.
ຫລັງ​ຈາກ​ກຳມະກອນ​ທັງຫຼາຍ​ເອົາ​ຂີ້​ເຫຍື້ອປຼັສຕິກ​ໃສ່​ໃນ​ຖົງ​ຢາງ​ເປັນ​ຖົງ​ໂຍນ​ເຂົ້າ​ເຕົາ​ເຫຼັກ​ແລ້ວ ບໍ່ພໍ​ຈັກ​ນາທີ ທ່ານ​ຄູ​ລາ​ຕະບິດ​ຫົວກ໊ອກທີ່​ເດ່​ອອກ​ມາ​ຈາກ​ເຕົາ​ນັ້ນ,ກໍ​ເຫັນ​ນ້ຳມັນ​ໄຫຼອອກ​ລຸດໆ,ທ່ານ​ເອົາ​ຜ້າ​ຕ່ອນ​ຫນຶ່ງ​ແຊນ້ຳມັນ​ທີ່​​ໄຫຼອອກ​ມານັ້ນ,ແລ້ວ​ຈຸດ​ເຫຼັກ​ໄຟ​ແກັສບາດ​ຫນຶ່ງ,ຜ້າ​ຕ່ອນນັ້ນກໍ​ລຸກ​ເປັນ​ໄຟ​ວູ່ໆ​ຂຶ້ນ​ໃນ​ທັນທີຫມາຍ​ຄວາມ​ວ່າ​ຂີ້​ເຫຍື້ອ​ປຼັສຕິກ​ໄດ້​ກັບ​ຄືນ​ມາ​ເປັນວັດຖຸ​ໄຟ​ປານ​ຫຼິ້ນກົນ​ເອົາ​ໂລດ

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຕໍ່​ໄປ,​ເຮົາ​ຂໍ​ສະ​ເຫ​ນີການ​ຄາດ​ຄຶດ​ກ່ຽວ​ກັບ​ການ​ສ້າງ​ໂຮງ​ໄຟ​ຟ້າຢູ່​ເທິງ​ອະວະ​ກາດ.ຢູ່​ໃນ​ໂລກ​ມີ​ພະລັງງານ 65%​ແມ່ນ​ເອົາ​ມາ​ຈາກ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ ​ເມື່ອ​ຕົ້ນຊຸມ​ປີ 70 ,ຍ້ອນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຖີບ​ສູງ​ຂຶ້ນຢ່າງ​ໄວວາ,ມີຫຼາຍ​ເທື່ອ​ພາ​ໃຫ້​ຂາດ​ເຂີນ​ນ້ຳມັນ​ເຊື້ອ​ໄຟ,​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ພະລັງງານ,ບັນດາ​ປ​ະ​ເທດ​ຈິ່ງ​ໄດ້​ທະ​ຍອນ​ກັນ​ຄົ້ນຄວ້າ​ທົດ​ລອງ​ບຸກ​ເບີກ​ແຫຼ່ງພະລັງງານ​ໃຫມ່,ຫນຶ່ງ​ໃນ​ພະລັງງານ​ໃຫມ່​ດັ່ງກ່າວ​ກໍ​ແມ່ນ​ພະລັງ​ຕາ​ເວັນ.

ພະລັງ​ຕາ​ເວັນແມ່ນ​ພະລັງງານ​ທີ່​ເອົາ​ບໍ່​ຫມົດ​ຈັກ​ເທື່ອ,ພະລັງ​ງານ​ທີ່​ດວງ​ຕາ​ເວັນ​ສົ່ງ​ອອກ​ມາ​ໃຫ້​ຊົ່ວ​ໂມງ​ດຽວ​ກໍ​ພໍ​ຈະ​ໃຫ້​ມະນຸດ​ເຮົາ​ໃຊ້​ໄດ້​ຕັ້ງຫຼາຍ​ຫມື່ນ​ປີ,ສ່ວນ​ທີ່​ສົ່ງ​ມາ​ເຖິງ​ຫນ່ວຍ​ໂລກ​ເຮົາ​ນີ້​ກໍ​ມີ​ປະມານ 180 ລ້ານ​ກິ​ໂລ​ວັດ,ທໍ່​ກັບພະ​ລັງ​ຄວາມ​ຮ້ອນ​ຂອງ​ຖ່ານ​ຫີນ 90 ລ້ານ​ໂຕນ,ຄັນຊັ້ນຈະ​ເຮັດ​ຈັ່ງ​ໃດ​ມະນຸດ​ເຮົາ​ຈິ່ງຈະ​ສາມາດ​ໃຊ້​ພະລັງງານ​ອັນ​ອຸດົມ​ສົມບູນ​ນີ້​ໄດ້?ບັນດາ​ນັກວິທະຍາສາດ​ຖື​ວ່າ,ວິທີ​ດີ​ທີ່​ສຸດ​ແມ່ນ​ສ້າງ​ໂຮງ​ໄຟຟ້າ​ພະລັງ​ຕາ​ເວັນ​ຢູ່​ເທິງ​ອະວະກາດ.

ອັນວ່າ​ໂຮງ​ໄຟ​ຟ້າ​ອະວະກາດ​ນັ້ນ,ທີ່​ຈິງ​ແລ້ວ​ກໍ​ແມ່ນ​ດາວ​ທຽມ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ຕາ​ເວັນ​ນັ້ນ​ເອງຢູ່​ເປືອກ​ນອກຂອງ​ດາວ​ທຽມ​ດັ່ງກ່າວ​ມີ​ແຜ່ນ​ເກັບ​ພະລັງ​ຕາ​ເວັນ​ຫຸ້ມຫໍ່.ຕາມ​ການຄົ້ນຄວ້າ​ຂອງ​ນັກວິທະຍາ​ສາດ​ພິສູດ​ວ່າ,ດາວ​ທຽມ​ສົ່ງ​ໄຟຟ້າທີ່​ບໍ່​ເປືອງ​ເງິນ​ເປືອງ​ຄຳ​ກວ່າ​ຫມູ່​ແມ່ນ​ມີ​ຄວາມ​ຍາວ 9 ພັນ 600 ​ແ​ມັດ,ກວ້າງ 3 ພັນ​ແມັດ,ຫນັກຫຼາຍຮ້ອຍ​ໂຕນ,ກະຈາຍ​ໄຟຟ້າ​ໄດ້ 5 ລ້ານ​ກິ​ໂລ​ວັດ,ພໍ​ປານ​ກັບ​ບໍລິ​ມາດ​ໄຟຟ້າ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄຼຍອ່າວ​ໃຫຍ່​ແດ່ 5 ຫລັງ​,​ແຕ່​ບັນຫາ​ຢູ່​ບ່ອນ​ວ່າ ຈະ​ສົ່ງ​ພະລັງ​ໄຟຟ້າ​ລົງ​ສູ່​ຫນ້າ​ດິນ​ແນວ​ໃດ?ອັນ​ນີ້​ແມ່ນ​ບັນຫາ​ຍາກ​ທີ່​ສຸດ​ທີ່​ຕ້ອງ​ແກ້​ໄຂ​ໃນ​ການ​ສ້າງ​ໂຮງ​ໄຟຟ້າ​ອະວະກາດ,ວິທີ​ທີ່ອ່າວ​ດີ​ແດ່​ເຊິ່ງຄົ້ນພົບ​ໃນ​ປະຈຸ​ບັນ​ກໍ​ແມ່ນ​ສົ່ງ​ດ້ວຍ​ໄມ​ໂຄຼ​ເວັບ,ຫລັກ​ມູນ​ສົ່ງ​ໄຟຟ້າ​ດ້ວຍ​ໄມ​ໂຄຼ​ເວັບ​ແມ່ນ​ຄ້າຍ​ກັບ​ສົ່ງ​ຄືນ​ວິທະຍຸ ຄື​ຕ້ອງ​ມີ​ເຄື່ອງຮັບ​ຢູ່​ທາງ​ໄກ​ເພື່ອ​ຮັບ​ເອົາ​ສັນຍານ​ຄື່ນ​ທີ່​ສົ່ງ​ອອກ​ຈາກ​ດາວ​ທຽມ,​ແລ້ວ​ຄ່ອຍ​ປ່ຽນ​ເປັນ​ພະລັງ​ໄຟຟ້າ,​ເຖິງ​ແມ່ນ​ວ່າ​ປະຈຸ​ບັນ ​ໂຮງ​ໄຟຟ້າອະວະ​ກາດ​ບໍ່​ທັນ​ສ້າງ​ສຳ​ເລັດ​ເທື່ອ,​ແຕ່​ກາ​ນທົດ​ລ້ອງ​ສົ່ງ​ໄຟຟ້າ​ດ້ວຍ​ໄມ​ໂຄຼ​ເວັບ​ນັ້ນກໍ​ສຳ​ເລັດ​ຜົນ​ແລ້ວ.ຢູ່​ກາ​ນາ​ດາ ນັກວິທະຍາສາດ​ໄດ້​ຄົ້ນຄວ້າ​ເຮັດ​ເຮືອບິນ​ທີ່​ບໍ່​ມີ​ພະລັງ​
ງານ​ລຳ​ຫນຶ່ງ,​ເຄື່ອງ​ໃນ​ເຮືອບິນ​ລຳ​ນີ້​ສາມາດ​ຮັບ​ເອົາ​ຄື່ນ​ໄ​ມ​ໂຄຼ​ເວັບ​ທີ່​ສົ່ງ​ຈາກ​ຫນ້າດິນ ​ແ​ລ້ວຫັນ​​ເປັນ​ພະລັງ​ໄຟ​ຟ້າ​ທີ່​ໄຊ້ການ​ໄດ້.

ຕາບ​ໃດ​ໂຮງ​ໄຟຟ້າ​ອະວະກາດ​ຫາກ​ສ້າງ​ສຳ​ເລັດ​ການ​ໃຊ້​ພະລັງງານ​ຂອງ​ມະນຸດ​ຈະ​ເກີດ​ການ​ປ່ຽນ​ແປງ​ໃນ​ດ້ານ​ກົກ​ຮາກ ​ແລະ​ຈະ​ນຳ​ເອົາ​ຄວາມ​ຮຸ່ງ​ລົງ​ມາ​ສູ່​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ​ການບິນ​ອະວະກາດ​ແລະ​ອື່ນໆ,​ເມື່ອ​ຮອດ​ຍາມ​ນັ້ນກໍ​ຈະ​ຜະລິດ ລົດຍົນ ລົດ​ໄຟ ຫຼືກ່ຳ​ປັ່ນ​ໃຊ້​ພະລັງ​ໄຟຟ້າ​ໄດ້​ເປັນ​ຈຳນວນ​ຫຼວງຫຼາຍ,​ໃນ​ພາຫະນະ​ເຫຼົ່ານີ້,ຈະ​ມີ​ເຄືອງ​ຮັບ​ເອົາ​ພະລັງ​ໄຟຟ້າ ​ແລ້ວ​ຈະ​ມີ​ພະລັງງານ​ໃຊ້​ຢູ່​ບໍ່​ຂາດ​ໃນ​ທຸກ​ເວລາ,​ເຮືອບິນ​ກໍ​ຈະ​ຮັບ​ເອົາ​ພະລັງ​ໄຟຟ້າ​ທີ່​ສົ່ງ​ອອກ​ຈາກ​ໂຮງ​ໄຟຟ້າ​ອະວະກາດ​ໂດຍ​ກົງ​ໂດຍ​ບໍ່​ຕ້ອງ​ໃຫ້​ຫນ້າດິນ​ລຳລຽງ​ພະລັງງານ​ໃຫ້​ອີກ.​ໃນ​ດ້ານ​ອະວະກາດ​ກໍ​ຍິ່ງ​ເປັນ​ວິ​ຖີທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ລຳລຽງ​ພະລັງງານ​ໃຫ້​ເຄື່ອງ​ເດີນ​ອະວະກາດ.