ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 22:47:18    
ຕົວ​ເລກ​ທີ່​ໜ້າ​ສົນ​ໃຈ

cri

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທ່ານ​ກໍ​ຈະ​ຮູ້ຈັກ​ອົງ​ປະກອບ​ຮ່າງກາຍ​ຂອງ​ຕົນ​ເອງ​ແດ່​ບໍ່?ຖ້າ​ຫາກ​ມີ​ຄົນ​ຖາມ​ທ່ານ​ວ່າ,​ໃນ​ຮ່າຍ​ກາຍ​ຂອງ​ທ່ານ​ມີ​ກະດູກ​ຈັກ​ທ່ອນ​ມີເລືອດ​ຫຼາຍປານ​ໃດ,​ແຕ່​ລະ​ມື້,ທ່ານ​ຫາ​ຍ​ໃຈ​ເອົາ​ອາກາດ​ໄດ້​ຫຼາຍປານ​ໃດ,ທ່ານ​ຈະ​ຕອບ​ໄດ້​ບໍ່?​ເຮົາ​ຄຶດ​ວ່າ,ບັນຫາ​ແນວ​ນີ້,ນອກຈາກ​ພະນັກງານ​ວິຊາ​ແພດສະ​ເພາະ​ແລ້ວ,ຜູ້ຕອບ​ໄດ້​ນັ້ນຄື​ຊິ​ບໍ່ຫຼາຍປານ​ໃດ,ບັນຫາ​ນີ້​ແມ່ນ​ພາກສ່ວນ​ຫນຶ່ງ​ໃນ​ສາງ​ປະ​ເສີດ​ແຫ່ງ​ຄວາມ​ຮູ້,​ເຮົາ​ຄຶດ​ວ່າ,ຕື່ມ​ຄວາມ​ຮູ້​ໃນ​ດ້ານ​ນີ້​ຈັກ​ຫນ່ອຍ​ຄົງ​ຈະ​ມີ​ປະ​ໂຫຍ​ດສຳລັບ​ທ່ານ,ສະນັ້ນຕໍ່​ໄປ,​ເຮົາ​ຈິ່ງ​ຂໍ​ສະ​ເຫ​ນີຕົວ​ເລກ​ອັນ​ຫນ້າ​ສົນ​ໃຈ​ໃນ​ສ່ວນ​ປະກອບ​ຮ່າງກາຍ​ຂອງ​ຄົນ​ເຮົາ.

ຮ່າງກາຍຂອງ​ຄົນ​ເຮົາ​ກໍ​ຄື​ກັນ​ກັບ​ເຮືອນ​ຫລັງ​ຫນຶ່ງ,ມີ​ໂຄງ​ປະກອບ​ອັນ​ແນ່ນອນ,ກະດູກ​ແມ່ນ​ໂຄງ​ຂອງ​ຮ່າງກາຍ,​ແລະ​ເປັນ​ສິ່ງທີ່​ຊີ້​ຂາດ​ຮູບ​ຮ່າງ​ຂອງ​ຄົນ​ເຮົາ,ຫມົດ​ຕົນ​ໂຕ​ຂອງ​ຄົນ​ຫນຶ່ງ​ແມ່ນ​ຕິດ​ຕໍ່ດ້ວຍ​ດູກ​ຍາວ,ດູກ​ສັ້ນ,ດູກ​ແປ​ແລະ​ກະດູກ​ທີ່​ບໍ່​ເປັນ​ລະບຽບ​ລວມ 206 ທ່ອນ,ກະດູກ​ບາງ​ຕ່ອນ​ແມ່ນ​ເຊື່ອມ​ຕິດ​ກັນ​ເປັນ​ຜົ້ງ​ເພື່ອ​ຮັກສາ​ອະ​ໄວ​ຍະ​ວະ​ທີ່​ຖືກ​ຫຸ້ມ​ຫໍ່,ຕົວຢ່າງ​ກະ​ໂຫຼກຫົວ​ກໍ​ແມ່ນ​ປະ​ກອບດ້ວຍ​ກະດູກ 23 ທ່ອນ​ທີ່​ນ້ອຍ​ໃຫຍ່​ຕ່າງ​ກັນ​ເພື່ອ​ຮັກສາ​ສະຫມອງ,ຕາ​ແລະ​ຫູ​ສ່ວນ​ໃນ,ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຮ່າງກາຍ​ເຊັ່ນ ຍ່າງ ​ເຮັດ​ວຽກ​ແລະ​ອື່ນໆ​ກໍ​ແມ່ນ​ອີງ​ໃສ່​ກະດູກ ຂໍ້ກະດູກ​ແລະ​ກ້າມ​ເນື້ອ​ພາ​ເຮັດ​ຕາມ​ການ​ຄອບ​ງຳ​ຂອງ​ລະບົບ​ປະສາດ.

ກ້າມ​ເນື້ອ​ທີ່​ຫຸ້ມ​ຫໍ່​ກະດູກ ​ເອີ້ນວ່າ​ກ້າມ​ເນື້ອ​ກະດູກ ຫມົດ​ຕົນ​ໂຕ​ມີ​ກ້າມ​ເນື້ອ 639 ຕ່ອນ,ກວມ​ນ້ຳຫນັກ​ຂອງ​ຮ່າງກາຍ​ປະມານ 40%,ຖ້າ​ບໍ່​ເຫນັງ​ບໍ່​ຕີງ​ຍາວ​ນານ,ກ້າມ​ເນື້ອກໍ​ຈະ​ຫົດ​ຫູ່​​ເຂົ້າ,​ເອີ້ນ​ວ່າ​ກ້າມ​ເນື້ອຫົດ,ທຳ​ມະ​ດາ​ຖ້າ​ກ້າມ​ເນື້ອ​ເຄື່ອນ​ໄຫວ​ຫຼາຍ​ໂພດ,ຫຼືດຸ​ເດືອດ​ຫຼາຍກໍ່​ບໍ່​ດີ,ຈະ​ພາ​ໃຫ້​ເຈັບ​ປວດ,ອັນ​ນີ້​ເພິ່ນ​ເອີ້ນ​ວ່າ​ກ້າມ​ເນື້ອ​ປັ້ນ.

ອະ​ໄວ​ຍະ​ວະທຸກພາກສ່ວນ​ຫມົດ​ຕົນ​ໂຕ​ລ້ວນ​ແຕ່​ຕ້ອງການ​ເລືອດສະ​ຫມອງ​ວັດຖຸ​ບຳລຸງທຸກ​ຊະນິດ​ຕາມ​ປົກກະຕິ,ປະລິມານ​ເລືອດ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ​ກວມ 1 ສ່ວນ 13 ຂອງ​ນ້ຳຫນັກ​ຮ່າງກາຍ.ຜູ່​ຊາຍ ນ້ຳຫນັກ​ແຕ່​ລະ​ກິ​ໂລ ມີ​ເລືອດ 77 ມີ​ລິ​ລິດ,ຜູ່​ຍິງ​ນ້ຳຫນັກ​ແຕ່ລະ​ກິ​ໂລ​ມີ​ເລືອດ 55 ມີ​ລິ​ລິດ,ດັ່ງນັ້ນ, ຈິ່ງ​ຄຳນວນ​ໄດ້​ວ່າ,ຜູ່​ຊາຍ​ຜູ່​ຫນຶ່ງ​ທີ່​ມີນ້ຳຫນັກ 60 ກິ​ໂລ ຈະ​ຕ້ອງມີ​ເລືອດ 4 ພັນ 620 ມີ​ລິ​ລິດ.​ເລືອດ​ເຫຼົ່ານີ້​ມີ​ສ່ວນ​ຫນຶ່ງ​ແມ່ນ​ສະ​ສົມ​ໄວ້​ໃນ​ສາງ​ເລືອດ​ຄື​ຢູ່​ຕາມ​ມ້າມ ​ແລະ​ຕັບ ອີກ​ສ່ວນ​ຫນຶ່ງ​ແມ່ນ​ໄຫຼ​ໄປ​ຕາມ​ສາຍ​ເລືອດ​ໃນ​ທົ່ວ​ຮ່າງກາຍ​ຢ່າ​ງາ​ບໍ່​ຢຸດ​ຢັ້ງ.

ຮ່າຍ​ກາຍຂອງ​ຄົນ​ເຮົາ​ກໍ​ເຫມືອນ​ດັງ​ຖະຫນົນ​ນ້ອຍ​ໃຫຍ່​ທີ່​ຢາຍ​ກັນ​ຢູ່​ໃນ​ຕົວ​ເມືອງ,ມີ​ສາຍ​ນ້ອຍໆ​ໃຫຍ່ໆ​ເຕັມ​ຫມົດ​ຕົນ​ໂຕ,​ໃນ​ນັ້ນ,ມີ​ສາຍ​ເລືອດ​ແດງ ສາຍ​ເລືອດ​ດຳ​ແລະ​ສາຍ​ເລືອດ​ຝອຍ,ຄັນ​ເອົາ​ສາຍ​ເລືອດ​ນ້ອຍໆ​ໃຫຍ່ໆ​ເຫຼົ່ານີ້​ຕໍ່​ກັນ,ກໍ​ຈະ​ຍາວ​ປະມານ 1 ​ແສນ 5 ​ຫ​ມື່ນ​ກິ​ໂລ​ແມັດ,ອ້ອມ​ຫນ່ວຍ​ໂລກ​ໄດ້​ແຕ່ 3 ຮອບ​ຂຶ້ນ​ໄປ,ສ່ວນສາ​ຍ​ເລືອດ​ຝອຍ​ກໍ​ແຮງ​ຫຼາຍຈົນ​ຫນ້າ​ງຶດ,​ໃນ​ຫນ້າ​ຕັດ​ກ້າມ​ເນື້ອ 1 ມີ​ລີ​ຕາລາງ​ແມັດ,ກໍ​ມີ​ສາຍ​ເລືອດ​ຝອຍ​ຕັ້ງຫຼາຍພັນ​ເສັ້ນ,ສາຍ​ເລືອດ​ຝອຍ​ໃນ​ສະຫມອງ,ຖ້າ​ເອົາມາ​ຕໍ່​ໃສ່​ກັນ​ກໍ​ຈະ​ຍາວ​ຮອດ 1 ລ້ານ 5 ​ແສນ​ກິ​​ໂລ​ແມັດ,ທໍ່​ກັບ​ປະມານ 4 ​ເທື່ອ​ຂອງ​ໄລຍະ​ທາງ,ຈາກ​ຫນ່ວຍ​ໂລກ​ໄປ​ຫາດ​ວງພະຈັນ,​ໃນ​ເລືອດ​ຂອງ​ຄົນ​ປົກກະຕິ​ຜູ່​ຫນຶ່ງ​ໃນ 1 ມີ​ລີ​ຕາລາງ​ແມັດ​ໃດ​ມີ​ຈຸ​ລັງ​ຂາວ​ແຕ່ 6 ພັນ​ເຖິງ 8 ພັນ​ໂຕ,ຈຸ​ລັງ​ແດງ​ແຕ່ 4 ລ້ານ ​ເຖິງ 5 ລ້ານ​ໂຕ,ມີ​ເລືອດ​ເຍື້ອ(ຄື​ໂຕຼມ​ໂບຊິດ)​ແຕ່ 1
​ແສນ​ເຖິງ 2 ​ແສນ​ເມັດ,ຊີວິດ​ຂອງ​ຈຸ​ລັງ​ຂາວ​ແມ່ນ​ຢູ່​ໄດ້​ປະມານ 1​3 ມື້,ຊີວິດ​ຂອງ​ເລືອດ​ເຍື້ອ​ແມ່ນ​ຢູ່​ໄດ້​ບໍ່​ທໍ່​ໃດ​ມື້,ຊີວິດ​ຂອງ​ຈຸ​ລັງ​ແດງ​ຢູ່​ໄດ້​ປະມານ 120 ມື້, ຫມາຍຄວາ​ມວ່າ,​ໃນ​ແ​ຕ່ລະ​ມື້,​ໃນ​ຮ່າງກາຍ​ຂອງ​ຄົນ​ຜູ່​ຫນຶ່ງ​ຈະ​ມີ​ຈຸ​ລັງ​ແດງ​ຕາຍ​ໄປ 1 ສ່ວນ 120 ,ພ້ອມ​ກັນນັ້ນກໍ​ຈະ​ມີຈຸ​ລັງ​ແດງ​ໃຫມ່​​ເກີດ​ຂຶ້ນມາ​ແທນ​ທີ່ສ່ວນ​ຈຸ​ລັງ​ຂາວນັ້ນ,​ເປັນນັກ​ລົບ​ທີ່​ກ້າຫານ,ຮັບຜິດ​ຊອບ​ກັບ​ສູນ​ແມ່​ພະຍາດ​ທີ່​ເຂົ້າມາ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ,ຕານ​ການ​ຊຶມ​ເຊື້ອ,​ເພີ່ມ​ຄວາມ​ສາມາດ​ຕ້ານທານ​ພະຍາດ,ຮັກ
ສາ​ຮ່າງກາຍ​ຂອງ​ຄົນ,ສ່ວນ​ເລືອດ​ເຍື້ອ,ຄື​ຕຼົມ​ໂບຊິດ​ນັ້ນ ​ແມ່ນ​ເຂົ້າຮ່ວມ​ການ​ເຮັດ​ໃຫ້​ເລືອດ​ກ້າມ,ບົດບາດ​ສຳຄັນ​ທີ່​ສຸດ​ຂອງ​ຈຸ​ລັງ​ແດງ​ແມ່ນ​ລຳລຽງ​ອັອກຊີ​ໃຫ້​ຫມົດ​ທຸກ​ພາກສ່ວນ​ຂອງ​ຮ່າງກາຍ.

ອັອກຊີ​ແມ່ນ​ຄົນ​ເຮົາ​ຫາຍ​​ໃຈ​ເອົາ​ຜ່ານ​ປອດ​ເຂົ້າ​ໄປ​ຢູ່​ໃນ​ເລືອດ,ຜູ່​ໃຫຍ່​ຜູ່​ຫນຶ່ງ​ໃນ 24 ຊົ່ວ​ໂມງ​ຫັນ​ໃຈ​ເອົາ​ອາກາດ​ປະມານ 10 ພັນ​ລິດ.ປອດ​ແມ່ນ​ຢູ່​ຫວ່າງ​ກາງ​ຜົ້ງ​ເອິກ,ປອດ​ເບື້ອງ​ຊາຍ​ມີ 2 ​ໃບ,ປອດ​ເບື້ອງ​ຂວາ​ມີ ​3 ​ໃບ ​ໃນ​ປອດ 5 ​ໃບ​ນີ້,ມີ​ຝອດ 750 ລ້ານ​ເມັດ,ຄັນ​ເອົາ​ຝອດ​ໃນ​ປອດ​ເຫຼົ່ານີ້ມາ​ແບ​ອອກ​ແລ້ວ​ຕໍ່​ເຂົ້າກັນ ກໍ​ຈະ​ມີຫນ້າ​ກວ້າງ​ປະມານ​ເຄິ່ງຫນຶ່ງ​ຂອງ​ສະຫນາມ​ບານບ້ວງ.

ການ​ຫາຍ​ໃຈ ການ​ຫມູນວຽນ​ຂອງ​ເລືອດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຊີວິດ​ຄົນ​ແມ່ນ​ລ້ວນ​ແຕ່​ດຳ​ເນີນ​ຕາມ​ການ​ບັນຊາ​ຊັບຊ້ອນ​ຂອງ​ລະບົບ​ປະສາດ,ກອງ​ບັນຊາ​ການ​ສູງ​ສຸດ​ຂອງລະບົບ​ປະສາດ​ແມ່ນ​ຢູ່​ທີ່​ເຈັ້ຍຫຸ້ມ​ສະຫມອງ​ເຈ້ຍ​ຫຸ້ມ​ສະຫມອງ​ປະກອບ​ດ້ວຍ​ຈຸ​ລັງ​ປະສາດ 14 ຕື້​ໂຕ,​ແມ່ນ​ສູນ​ເຄື່ອນ​ໄຫວ​ຈິດຕະສາດ​ຕ່າງໆ,​ເຊັ່ນ​:ຄວາມ​ຈື່​ຈຳ,ນຶກຄຶດ,ຈິດຕະນາ​ການ​ແລະ​ອື່ນໆ​ຂອງ​ຄົນ​ເຮົາ,ມັນ​ມີ​ກຳລັງ​ບົ່ມຊ້ອນ​ຢ່າງ​ບໍ່ມີ​ຂອບ​ເຂດ,ມີ​ປະສິດທິພາບ​ວຽກງານ​ສູງ​ທີ່​ສຸດ,ຕົວຢ່າງ​ຄື​,​ໃນ​ເວລາ​ທ່ານ​ຕີ​ປິ່ງ​ປ່ອງ​ຢູ່​ນັ້ນ,ປະສາດ​ຕາ​ຈະລາ​ຍງານ​ສະພາບ​ຕ່າງ​ໆ​ໃຫ້​ສະຫມອງ​ດ້ວຍ​ຄວາມ​ໄວ 1 ວິນາທີ​ຕໍ່ 120 ​ແມັດ,​ແລະ​ສະຫມອງ​ກໍ​ຈະ​ກະທົບ​ຕອບ​ພາຍ​ໃນ 1 ພັນ​ສ່ວນ 1 ວີນາ​ທີ.ສະຫມອງ​ສາມາດ​ເກັບ​ກຳ​ຂໍ້​ມູນ​ຂ່າວ​ຄາວ​ໄດ້​ຢ່າງ​ຫຼວງຫຼາຍ,ບັນຊາ​ການ​ເຄື່ອນ​ໄຫວ​ຂອງ​ທຸກ​ພາກສ່ວນ​ໃນ​ຮ່າງກາຍ,ຄົນ​ເຮົາ​ມັກ​ເວົ້າກັນ​ວ່າ,ສະ​ມອງ​ນັ້ນ,​ແຮ່ງ​ໃຊ້​ກໍ​ແຮ່ງ​ຄ່ອງ​ແຄ່​ວ,​ແມ່ນ​ມີ​ເຫດຜົນ​ທາງ​ວິທະຍາສາດ​ທີ່​ສຸດ,ສະນັ້ນ,ຖ້າ​ທ່ານ​ຢາກ​ສະຫຼາດ,ກໍ​ຕ້ອງ​ໃຊ້​ສະຫມອງ​ຫຼາຍໆ​ໃນ​ເວລາ​ຮ່ຳຮຽນ​ແລະ​ເຮັດ​ວຽກ.