
ທ່ານຫູຈິນທາວ(ຂວາ)ພົບປະທ່ານທັກສິນຊິນນະວັດ(ຊ້າຍ)
ຕາມຂ່າວCRI, ວັນທີ22ເມສາ,ຢູ່ຢາກາກຕາ ນະຄອນຫຼວງອິນໂດເນເຊຍ,ໃນເວລາ ທ່ານຫູຈິນທາວ ປະທານປະເທດຈີນພົບປະທ່ານທັກສິນຊິນນະວັດ ນາຍົກລັດຖະມົນຕີໄທທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊີອາຟິຼກກາປີ2005ນັ້ນ.ທ່ານກ່າວວ່າ, ຈີນມີຄວາມໝັ້ນໃຈເຕັມປ່ຽມຕໍ່ອະນາຄົດອັນກວ້າງຂວາງແຫ່ງການຂະຫຍາຍໄມຕີຈິດລະຫວ່າງຈີນໄທ.ຈີນຍິນດີພ້ອມກັນກັບຝ່າຍໄທທຳຄວາມພະຍາຍາມ,ຊຸກຍູ້ການຮ່ວມມືດ້ວຍໄມຕີຈິດຮອບດ້ານລະຫວ່າງສອງປະເທດໃນຫຼາຍຂົງເຂດແລະຫຼາຍລະດັບ.
ທ່ານທັກສິນຂອບອົກຂອບໃຈນຳລັດຖະບານແລະປະຊາຊົນຈີນທີ່ໃຫ້ການຊ່ອຍເຫຼືອດ້ານຊັບສິນແລະວັດຖຸແກ່ລັດຖະບານແລະປະຊາຊົນໄທພາຍຫຼັງໄທປະສົບໄພແຜ່ນດິນໄຫວແລະຄື້ນຊືນາມິ.ທ່ານກ່າວລື້ມວ່າລັດຖະບານໄທຈະດັດດ່ຽວປະຕິບັດນະໂຍບາຍຈີນດຽວ.ທ່ານກ່າວວ່າ, ຕໍ່ເລື່ອງໃດໆທີ່ມີຜົນດີຕໍ່ຄວາມເປັນເອກະພາບຂອງຈີນ,ລັດຖະບານໄທຍ່ອມຈະສະໜັບສະໜູນຢ່າງຫ້າວຫັນ.
|