ຕາມຂ່າວCRI: ວັນທີ 25 ເມສາ ຢູ່ທີ່ຢາກາກຕາ ນະຄອນຫຼວງອິນໂດເນເຊຍ, ທ່ານຫູຈິນທາວ ປະທານປະເທດຈີນໄດ້ເຈລະຈາກັບທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງສອງປະເທດ ບັນຫາສາກົນແລະບັນຫາພາກພື້ນທີ່ສົນໃຈນຳກັນ.
ທ່ານຫູຈິນທາວແມ່ນເລີ່ມຢ້ຽມຢາມອິນໂດເນເຊຍທາງລັດຖະກິດພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດອາຊີອາຟິຼກກາປີ 2005 ແລະການເຄື່ອນໄຫວລະລຶກກອງປະຊຸມບັນດຸງຄົບຄົບຮອບ 50 ປີທີ່ຈັດຂຶ້ນຢູ່ອິນໂດເນເຊຍ. ກ່ອນເຈລະຈາ, ທ່ານຊູຊີໂລໄດ້ຈັດພິທີຕ້ອນຮັບຢ່າງຄຶກຄື້ນເພື່ອເປັນກຽດແກ່ທ່ານຫູຈິນທາວ.
|