ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-25 15:11:40    
ການ​ປະ​ດິດ​ສ້າງ​ຫມາກ​ໄຂ່​ຫລັງ​ທຽມ​ຫນ່ວຍ​ທຳ​ອິດ​ໃນ​ໂລກ

cri Author: sayvanny
ຢູ່​ໃນ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ແ​ຕ່ລະ​ຄົນ,ປົກ​ກະ​ຕິ​ແລ້ວ,ລ້ວນ​ແຕ່​ມີ​ຫມາກ​ໄຂ່​ຫລັງ​ສອງ​ຫນ່ວຍ,ຄື​ຂ້າງ​ຊ້າຍ​ແລະ​ຂ້າງ​ຂວາ​ຂອງ​ສ່ວນ​ແອວ,ອະ​ໄວ​ຍະ​ວະ​ນ້ອຍໆ​ຄູ່​ນີ້​ແຕ່ລະ 50 ນາທີ​ກໍ​ສາມາດ​ທຳ​ຄວາມ​ສະ​ອາດ​ເລື​ອດທັງ​ຫມົດ​ພາຍ​ໃນ​ຮ່າງ​ກາຍ​ໄດ້​ເທື່ອ​ຫນຶ່ງ,​ແຕ່​ລະ​ມື້​ສາມາດ​ທຳ​ຄວາມ​ສະ​ອາດ​ເລືອດ​ໄດ້​ປະມານ 1700 ລິດ,​ເຖິງ​ວ່າ​ຫມາກ​ໄຂ່​ຫລັງ​ສອງ​ຫນ່ວຍ​ກວມ​ບໍ່​ຮອດ​ 0,5% ຂອງ​ນ້ຳ​ຫນັກ​ຮ່າງ​ກາຍ​ກໍ​ຕາມ,​ແຕ່​ຖ້າ​ເອົາ​ເຄື່ອງ​ຕອງ​ແລະ​ທໍ່​ໃນ​ຫມາກ​ໄຂ່ຫລັງ​ເຊື່ອມ​ຕໍ່​ເຂົ້າ​ກັນ​ແລ້ວ,ຄວາມ​ຍາວ​ຂອງ​ມັນ​ຈະ​ຍາວ​ຮອດ​ເກືອບ 80 ກິ​ໂລ​ແມັດ,ອະ​ໄວ​ຍະ​ວະ​ທີ່​ສຳຄັນ​ຄື​ແນວ​ນີ້,ຖ້າ​ເກີດ​ບັນຫາ​ແລ້ວ,ຄົນ​ເຮົາ​ກໍ​ອາດ​ຈະ​ຕ້ອງ​ເສຍ​ຊີ​ວິດ, ດັ່ງ​ນັ້ນ,ນັກ​ແພດ​ສາດ​ຫຼວງ ຫຼາຍ​ໃນ​ໂລກ​ລ້ວນ​ແຕ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ເຮັດ​ຫມາກ​ໄຂ່​ຫລັງ​ທຽມ.ຕໍ່​ໄປ​ພວກ​ເຮົາ​ຂໍ​ແນະ​ນຳ​ການ​ປະ​ດິດ​ສ້າງ​ຫມາກ​ໄຂ່​ຫລັງ​ທຽມ​ຫນ່ວຍ​ທຳ​ອິດ​ໃນ​ໂລກ.

ພວກ​ເຮົາ​ຮູ້​ດີ​ວ່າ,​ໃນ​ເລືອດ​ຂອງ​ຄົນ​ເຮົາ,ນອກ​ຈາກ​ຈຸ​ລັງ​ແດງ​ແລະ​ຈຸ​ລັງ​ຂາວ​ແລ້ວ, ຍັງ​ມີ​ນ້ຳ​ຢາງ​ປຼັສ​ມາ​ຢ່າງ​ຫຼວງ​ຫຼາຍ,ປຼັສມາ​ທີ່​ປະກອບ​ດ້ວຍ​ນ້ຳ​ເປັນ​ສ່ວນ​ໃຫຍ່​ນັ້ນ​ໄດ້​ກາຍ​ເປັນ​ແມ່ນ້ຳທີ່​ໄຫຼ​ໃນ​ສາຍ​ເລືອດ,ຍ້ອນ​ວ່າ​ມີນ້ຳຢາ​ປຼັສມາ,​ເລືອດ​ຈຶ່ງ​ໄຫຼ​ໄດ້​ຢ່າງ​ສະດວກ,​ໃນ​ເວລາ​ຈຸ​ລັງ​ຂອງ​ຮ່າງກາຍ​ປ່ຽນ​ຄວາມ​ຮ້ອນ​ໃຫ້​ເປັນ​ພະລັງງານ​ນັ້ນ,ມັນ​ຈະ​ມີ​ສິ່ງ​​ເສດ​ເຫຼືອ​ຈຳ​ນວນ​ຫນຶ່ງ​ເກີດ​ຂຶ້ນ,ຖ້າ​ຂອງ​ເສດ​ເຫຼົ່າ​ນີ້​ທ້ອນ​ກັນ​ຢູ່​ໃນ​ເນື້ອ​ເຍື້ອກໍ​ຈະ​ເປັນ​ຜົນ​ຮ້າຍ​ຕໍ່​ຮ່າງ​ກາຍ​ຂອງ​ຄົນ,​ແລະ​ອັນ​ຕະ​ລາຍ​ເຖິງ​ແກ່​ຊີ​ວິດ, ສະນັ້ນ,ຈຸ​ລັງ​ສົ່ງ​ຂອງ​ເສດ​ເຂົ້າ​ໄປ​ໃນ​ເລືອດ,​​ໄຫຼ​ເຂົ້າ​ຫມາກ​ໄຂ່ຫລັງ​ຕາມ​ເລືອດ, ຫມາກ​ໄຂ່​ຫລັງ​ເກັບ​ເອົາ​ສ່ວນ​ທີ່​ມີ​ປະ​ໂຫຍ​ດ​ໃນ​ເລືອດ​ຄືນ,ພ້ອມ​ທັງ​ລະ​ບາຍ​ສິ່ງ​ທີ່​ເປັນ​ໂທດ​ແລະ​ບໍ່​ຕ້ອງການ​ນັ້ນອອກ​ຖິ້ມຕາມ​ປັດສາວະ,ສັບພະ​ຄຸນ​ຂອງ​ຫມາກ​ໄຂ່ຫລັງ​ກໍ​ທໍ່​ກັບ​ໂຮງງານ​ທຳ​ຄວາມ​ສະອາດ​ເລືອດ,ນອກ​ນີ້,ຫມາກ​ໄຂ່ຫລັງຍັງ​ມີຫນ້າ​ທີ່​ດັດສົມ​ທາດ​ນ້ຳ​ແລະ​ເກືອ​ໃນ​ຮ່າງກາຍ.

ຫມາກ​ໄຂ່ຫລັງ​ມີ​ຄວາມ​ສຳຄັນ​ປານ​ນີ້​ໃນ​ອະ​ໄວ​ຍະ​ວະ​ຮ່າງກາຍ,ຕາບ​ໃດ​ທີ່​ມັນ​ມີ​ບັນຫາ,ກໍ​ຈະ​ນຳ​ເອົາ​ຄວາມ​ອັນ​ຕະ​ລາຍ​ທີ່​ສຸດ​ມາ​ໃຫ້​ຄົນ​ເຈັບ,ດັ່ງ​ນັ້ນ,ມີ​ນັກ​ແພດ​ສາດ​ຫຼວງ​ຫຼາຍ​ຈຶ່ງ​ສຸມ​ກຳ​ລັງ​ຄົ້ນ​ຄວ້າ​ການ​ປົວ​ພະ​ຍາດ​ຫມາກ​ໄຂ່​ຫລັງ,ສຸມ​ກຳລັງ​ຄົ້ນຄວ້າ​ເຮັດ​ຫມາກ​ໄຂ່​ຫລັງ​ທຽມ.

ປີ 1943 ທ່ານ​ໂຄ​ຟ ນາຍ​ຫມໍ​ຂອງ​ໂຮ​ນລັງ​ໄດ້​ເຮັດ​ຫມາກ​ໄຂ່​ຫລັງ​ທຽມ​ຫນ່ວຍທຳ​ອິດ​ສຳ​ເລັດ​ເອົາ​ມາ,ຕາງ​ອະ​ໄວ​ຍະ​ວະ​ສຳຄັນ​ຂອງ​ຄົນ​ເປັນຄັ້ງທຳ​ອິດ, ຫມາກ​ໄຂ່ ຫລັງ​ທຽມ​ໃນ​ຮາງ​ນ້ຳມີ​ເຄື່ອງ​ຕອງ​ເຄື່ອງ​ຫນຶ່ງ,ວັດຖຸ​ມີ​ພິດ​ໃນ​ເລືອດ​ຈະ​ຖືກ​ຕອງ​ອອກ,​ແຕ່​ເມັດ​ເລືອດ​ແລະ​ໂປຼ​ຕິນ​ພັດ​ຜ່ານ​ບໍ່​ໄດ້,​ເຄື່ອງ​ຈັກ​ເຄື່ອງ​ນີ້,ສາ​ມາດ​ເຂົ້າ ແທນ​ສັບ​ພະ​ຄຸນ​ຂອງ​ຫມາກ​ໄຂ່ຫລັງ,​ເຮັດ​ໃຫ້​ຫມາກ​ໄຂ່​ຫລັງ​ທີ່​ຖືກ​ເສື່ອມ​ສັບ​ພະ​ຄຸນ​ຄ່ອຍໆ​ດີ​ຄືນ.

​ແຕ່​ວ່າ​ຫມາກ​ໄຂ່ຫລັງ​ທຽມ​ກໍ​ຕ້ອງ​ຄ່ອຍໆ​ດັດ​ແປງ​ໃຫ້​ສົມ​ບູນ​ຂຶ້ນ,ປີ 1960 ,ທ່ານ​ສະຄຼິບນີ ນາຍ​ຫມໍ​ພະ​ແນ​ກພາຍ​ນອກ​ຂອງ​ອາ​ເມ​ລິ​ກາ​ໄດ້​ປະດິດ​ເຄື່ອງ​ເຊື່ອມ​ຕໍ່​ທີ່​ເຮັດດ້ວຍ​ປຼາສຕິກ​ຕໍ່​ໃສ່​ໃນ​ແຂນ​ຂອງ​ຄົນ​ເຈັບ​ຢ່າງ​ຖາວອນ​ໄດ້.​ເຊື່ອມ​ຕໍ່​ສາຍ​ເລືອດ​ແດງ​ກັບ​ສາຍ​ເລືອດ​ດຳຫມາກ​ໄຂ່​ຫລັງ​ທຽມ​ເຊື່ອມ​ຕໍ່​ໄດ້​ງ່າຍ​ທີ່​ສຸດ,ທັງ​ບໍ່​ທຳລາຍ​ສາຍ​ເລືອດ,ພາຍ​ໃນ​ຫຼາຍ​ປີ,ຜູ້​ເປັນ​ພະ​ຍາດ​ຫມາກ​ໄຂ່​ຫລັງ​ເປັນ​ຫມື່ນ​ເປັນ​ແສນ​ຄົນ​ໄດ້​ໃຊ້​ຫມາກ​ໄຂ່​ຫລັງ​ທຽມ​ມາ​ຕອງ​ເລືອດ,ອາ​ທິດ​ລະ 3 ​ເທື່ອ,​ເທື່ອ​ລະ 10 ຮອດ 20 ຊົ່ວ​ໂມງ,​ເພື່ອ​ຮັກ​ສາ​ຊີ​ວິດ.

ຮອດ​ຊຸມ​ປີ 70 ສະຕະວັດ​ທີ 20 ​ໃຍ​ໂຟມ​ເລ​ກຸນ​ສູງ​ທີ່​ມີ​ສັບພະ​ຄຸນ​ບາງ​ຢ່າງ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ,​ໃນ​ນັ້ນ,​ໃຍ​ໂຂ່ງ​ໃນ​ກໍ​ແມ່ນ​ຊະນິດ​ຫນຶ່ງ,ຈາກ​ນັ້ນມາ, ຫມາກ​ໄຂ່ຫລັງ​ທຽມ​ທີ່​ໃຊ້​ມາ​ຕອງ​ເລືອດ​ໄດ້​ເລີ່​ມຜະລິດ​ດ້ວຍ​ໃຍ​ໂຂ່ງ​ໃນ,ຫມາກ​ໄຂ່ຫລັງ​ທຽມ​ເຮັດດ້ວຍ​ໃຍ​ໂຂ່ງ​ໃນ 1 ຫມື່ນ​ເສັ້ນ​ໃຍ​ດັ່ງກ່າວ​​ເສັ້ນຜ່າ​ກາງ​ຂ້າງ​ໃນ​ມີ​ແຕ່ 200 ມີ​ໂຄຼ​ແມັດ,ຄວາມ​ຫນາ​ມີ​ແຕ່ 20 ຮອດ 50 ມີ​​ໂຄຼ​ແມັດ​ແລະ​ຍາວ 18 ຊັງ​ຕິ​ແມັດ,ຫມາກ​ໄຂ່ຫລັງ​ທຽມ​ຊະນິດ​ນີ້​ມີ​ສະມັດຖະພາບ​ສູງ,​ໃຊ້​ງ່າຍ,ປັດຈຸ​ບັນ​ໃນ​ໂລກ​ນີ້​ໄດ້​ມີ 1 ​ແສນ​ຄົນ​ອາ​ໃສ​ຫມາກ​ໄຂ່ຫລັງ​ທຽມ​ຊະນິດ​ນີ້​ມາ​ດຳລົງ​ຊີວິດ.

​ເຖິງ​ວ່າ​ໃນ​ປັດຈຸ​ບັນ,ຫມາກ​ໄຂ່​ຫລັງ​ທຽມ​ໄດ້​ໃຊ້​ກັນ​ໂດຍ​ທົ່ວ​ໄປ,​ແຕ່​ທຳ​ມະ​ດາ​ແລ້ວ,ມັນ​ພຽງ​ແຕ່​ມີ​ສັບພະ​ຄຸນ​ຕອງ​ເລືອດ​ທໍ່​ນັ້ນ,ດີ​ແທ້,ຫມາກ​ໄຂ່​ຫລັງ​ທຽມ​ຄວນ​ມີ​ສັບ​ພະ​ຄຸນ​ທັງ​ຫມົດ​ຄື​ກັນ,ຫມາກ​ໄຂ່ຫລັງ​ຂອງ​ຄົນ,ຄື​ມີ​ສັບພະ​ຄຸນ​ຕ່າງໆ​ເຊັ່ນສົ່ງ​ຮັບ​ສັນຍານ,ການ​ສະ​ທ້ອນ​ຄືນ,ຄວບ​ຄຸມ​ແລະ​ຊຳລະ​ຂໍ້​ມູນ​ຂ່າວສານ​ຂອງ​ຊີວະ​ຊາດ​ທັງ​ຫມົດ,ນີ້​ແມ່ນ​ຈຸດຫມາຍ​ທີ່​ຄົນ​ເຮົາ​ພະ​ຍາ​ຍາມ​ໃນ​ອະນາຄົດ.