ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-25 15:16:32    
ອາ​ຫານ 10 ຢ່າງ​ທີ່​ດີ​ກວ່າ​ຫມູ່

cri Author: sayvanny
ໃນ​ອາຫານ​ທີ່​ພວກ​ເຮົາ​ກິນ​ຢູ່​ສູ່​ມື້​ນີ້,ສ່ວນ​ຫຼາຍ​ແມ່ນ​ມີ​ວັດຖຸ​ເຄມີ​ຢ່າງ​ຫນຶ່ງ​ຫຼື​ຫຼາຍ​ຢ່າງ,ວັດຖຸ​ເຄມີ​ແຕ່ລະ​ຢ່າງ​ລ້ວນ​ແຕ່​ມີ​ບົດບາດ​ຕ່າງ​ກັນ,ທ່ານ​ສະ​ແທນ​ເຟີ​ນ ​ໄທ​ນົສຊ່າງ​ຄຸມ​ເຕັກນິກ​ຂອງ​ໂຮງງານ​ຜະລິດ​ວິຕາ​ມິນ​ຫຼັງຫນຶ່ງ​ຂອງ​ອາ​ເມ​ລິ​ກາ​ເວົ້າວ່າ,ວິ​ຕາ​ມິນ​ເຫຼົ່າ​ນີ້,ບາງ​ຢ່າງ​ແມ່ນ​ສາມາດ​ລະງັບ​ອາລົມ​ໂມ​ໂຫ,ບາງ​ຢ່າງ​ແມ່ນ​ສາມາດ​ຕ້ານ​ພະຍາດ​ໄດ້,ບາງ​ຢ່າງ​ແມ່ນ​ສາ​ມາດ​ດັດສົມ​ຄວາມ​ແຮງ​ໃນ​ຮ່າງ​ກາຍ,ຜ່ານ​ການ​ຄົ້ນ​ຄວ້າ,ບັນດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ສະ​ເຫນີ​ຊື່​ອາ​ຫານ 10 ຢ່າງ​ທີ່​ດີ​ກວ່າ​ຫມູ່,ພວກ​ທ່ານ​ສະ​ເຫ​ນີ​ໃຫ້​ໃນ​ແຕ່​ລະ​ມື້,ຢ່າງ​ຫນ້ອຍ​ຕ້ອງ​ກິນ​ອາ​ຫານ​ສອງ​ຢ່າງ​ໃນ 10 ຢ່າງ​ທີ່​ຈະ​ສະ​ເຫນີ​ດັ່ງ​ຕໍ່​ໄປນີ້​ຄື:

ຫນື່ງ​ແມ່ນ​ຜັກ​ກະ​ຫຼຳ​ດອກ,ຕາມ​ທົດ​ລອງ​ພິສູດ​ວ່າ,​ໃນ​ຜັກ​ກະ​ຫຼຳ​ດອກ​ມີ​ທາດ​ແຟກ​ມັງ​ຕ້ານ​ມະ​ເຮັງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ,ຄື​ຫຼາຍ​ກວ່າ​ອາ​ຫານ​ທີ່​ມີ​ແຟັກ​ມັງ​ແນວ​ອື່ນ​ຢ່າງ​ຫຼວງ​ຫຼາຍ,ສະ​ນັ້ນ,ຜູ່​ຊ່ຽວຊານ​ຈິ່ງ​ຖື​ວ່າ,ຜັກ​ກະ​ຫຼຳ​ດອກ​ເປັນ​ອາ​ຫານ​ດີ​ຊະນິດ​ຫນຶ່ງ​ທີ່​ມີ​ປະ​ໂຫຍດ​ເພື່ອ​ໃຫ້​ຄົນ​ມີ​ອາຍຸ​ຍືນ,ນອກ​ນີ້,​ໃນ​ຜັກ​ກະ​ຫຼຳ​ດອກ​ນັ້ນ​ຍັງ​ມີ​ທາດ​ການ​ຊີ​ອົມ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ກະ​ດູກ​ຜ່ອຍ,ມີ​ທາດ​ເຫຼັກ​ທີ່​ແມ່​ຍິງ​ມັກ​ຂາດ​ເລື້ອຍໆ​ແລະ​ມີ​ທາດ​ໂຟ​ເລັດ​ທີ່​ມີ​ປະ​ໂຫຍດ​ສຳລັບ​ແມ່​ມານ.

ສອງແມ່ນ​ຫມາກ​ສະຕຼໍ​ເບີ​ລີ,ຫມາກ​ສະຕຼໍ​ເບີ​ລີ​ບໍ່​ພຽງ​ແຕ່ມີນ້ຳ​ຫຼາຍ​ແລະ​ມີ​ລົດ​ສົດ​ຊື່ນ,ຫາກ​ຍັງ​ມີ​ຜົນ​ປະ​ໂຫຍ​ດຫຼາຍທີ່​ສຸດ​ຕໍ່​ສຸກຂະພາບຂອງ​ຄົນ​ເຮົາ,ສະຕຼໍ​ເບີ​ລີ​ສາມາດ​ເຮັດ​ໃຫ້​ຜິວ​ງາມ​ຂຶ້ນ,ຜູ່​ລົງທ້ອງ​ກິນ​ແລະ​ຈະ​ພາ​ໃຫ້​ອາການ​ຜ່ອນ​ເບົາ​ລົງ,ຜ່ອນຄາຍ​ພະຍາດ​ຕັບ​ໄຕ​ແລະ​ທໍ່ປັດສາວະ, ພ້ອມ​ນີ້,ສະຕຼໍ​ເບີ​ລີ​ຍັງ​ສາມາດ​ເຮັດ​ໃຫ້​ແຂ້ວ​ຫມັ້ນ,ຮັກສາ​ເຫງືອກ ​ເຢັນ​ປາກ​ຊຸ່ມ​ຄໍ,ນອກ​ນີ້ ​ໃບ​ແລະ​ຮາກ​ຂອງ​ມັນ​ຍັງ​ເອົາ​ມາ​ຊົງ​ນ້ຳກິນ​ກໍ​ໄດ້,ອາດ​ເວົ້າ​ໄດ້​ວ່າສະຕຼໍ​ເບີ​ລີມີ​ປະ​ໂຫຍ​ດຫມົດ​ທັງ​ຕົ້ນ.

ສາມ​ແມ່ນ​ຫມາກ​ຖົ່ວ​ເຫຼືອງ ຜູ່​ໃດ​ຢາກ​ອາຍຸ​ຍື​ນ ຕ້ອງ​ກິນ​ຫມາກ​ຖົ່ວ​ເຫຼືອງ​ໃຫ້​ຫຼາຍ,ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ເອີ. ດາຍ​ເຫດ​ຜົນ​ແມ່ນ​ຫມາກ​ຖົ່ວ​ເຫຼືອງ​ແມ່ນ​ອາຫານ​ຢ່າງ​ຫນຶ່ງ​ທີ່​ມີ​ຮອກ​ໂມນ​ເພດ​ໂຕ​ແມ່​ຂອງ​ພຶກ​ຫຼາຍກວ່າ​ເພິ່ນ,ສິ່ງດັ່ງກ່າວ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ສຸກຂະພາບ​ຂອງ​ເພດ​ຍິງ.

ສີ່ແມ່ນ​ນົມ​ສົ້ມ,​ນົມສົ້ມບໍ່​ພຽງ​ແຕ່​ຊ່ອຍ​ຍ່ອຍ​ອາຫານ​ທໍ່​ນັ້ນ,ຫາກ​ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ລຳ​ໄສ້​ເຊື່ອມ​ພິດ ຍົກ​ປະສິດ​ທິຄຸນ​ຕ້ານ​ເຊື້ອ​ໃນ​ຮ່າງກາຍ​ຂອງ​ຄົນ​ໃຫ້​ສູງ​ຂຶ້ນ,ຖ້າ​ທຽບ​ກັບ​ນ້ຳນົມ​ທຳ​ມະ​ດາ​ແລ້ວ,ນົມສົ້ມມີ​ໄຂມັນ​ຕ່ຳ​ກວ່າ,ມີ​ການ​ຊີ​ອົມ​ຫຼາຍກວ່າ ​ແລະ​ຍັງ​ມີ​ວິຕາມິນ​ເບ 2 ,ຟົສ​ຟໍ​ແດງ,ທາດ​ກາລີ​ແລະ​ວິຕາມິນ​ເບ 12 ,ມູນ​ສານ​ເຫຼົ່ານີ້​ແມ່ນ​ມີ​ປະ​ໂຫຍດ​ຫຼາຍ​ຕໍ່​ຮ່າງ​ກາຍ​ຂອງ​ຄົນ​ເຮົາ.

ຫ້າ​ແມ່ນ​ຜັກ​ຫອມ​ປ້ອມ ກິນ​ຜັກ​ຫອມ​ປ້ອມ​ເລື້ອຍໆ​ກໍ​ມີ​ປະ​ໂຫຍ​ດຕໍ່​ຮ່າງ​ກາຍ​ຄື​ກັນ,​ເພາະ​ວ່າ​ໃນ​ຜັກ​ຫອມ​ປ້ອມ​ຍັງ​ສາມາດ​ເຮັດ​ໃຫ້​ຖ່າຍ​ເບົາ​ສະ​ດວກ ຮັກ​ສາ​ທາດ​ນ້ຳ​ຕານ​ໃນ​ເລືອດ​ແລະ​ສາ​ມາດ​ກັນ​ມະ​ເຮັງ.

ຫົກແມ່ນ​ມັນ​ດ້າງ ​ໃນ​ມັນ​ດ້າງ​ມີ​ໃຍ​ຫຼາຍທີ່​ສຸດ,ມີ​ທາດ​ກາລີ ທາດ​ເຫຼັກ​ແລະ​ວິຕາມິນ​ເບ 6 ບໍ່ພຽງ​ແຕ່​ສາມາດ​ປ້ອມ​ກັນ​ບໍ່​ໃຫ້​ເຖົ້າ​ໄວ,ປ້ອງ​ກັນ​ບໍ່​ໃຫ້​ສາຍ​ເລືອດ​ແດງ​ດ້ານ ຫາກ​ຍັງ​ສາມາດ​ປ້ອງ​ກັນ​ຊີ້ນ​ປົ່ງ​ແລະມະ​ເຮັງ​ຢ່າງ​ໄດ້ຜົນ​ນຳ​ອີກ.

​ເຈັດ​ປາ​ທູ​ເນີ,ປາທູ​ເນີ​ແມ່ນ​ປາທະ​ເລ​ຢ່າງ​ຫນຶ່ງ,ກົດ​ໄຂມັນ​ໃນ​ປາ​ຊະ​ນິດ​ນີ້​ສາ​ມາດ​ລົດ​ຄວາມ​ດັນ​ຂອງ​ເລືອດ,ປ້ອງ​ກັນ​ບໍ່​ໃຫ້​ເປັນ​ລົມ​ຊັກ,ລະງັບ​ເຈັບ​ຫົວ​ຂ້າງ​ດຽວ,ປ້ອງ​ກັນ​ແລະ​ປົວ​ໂລກ​ຜິວຫນັງ,​ເຮັດ​ໃຫ້​ຜິວ​ບໍ່​ແຫ້ງ​ຫຼາຍ.

​ແປດ​ແມ່ນ​ຜັກ​ບົ່ວ​ຝັ່ງ​ແລະ​ຜັກ​ທຽມ ຜັກ​ບົ່ວ​ຝັ່ງ​ແລະ​ຜັກ​ທຽມ​ສາມາດ​ເຮັດ​ໃຫ້​ໂກ​ເລັສ​ເຕ​ລອນ​ຫນ້ອຍ​ລົງ​ແລະ​ຫຼຸດ​ຄວາມ​ດັນ​ຂອງ​ເລືອດ​ໃຫ້​ຕ່ຳ​ລົງ,ຫຼຸດ​ຜ່ອນ​ໂລກ​ຫົວໃ​ຈກຳ​ເລີບ,ຕາມ​ການ​ທົດ​ລອງ​ພິສູດ​ວ່າ,ກິນ​ຜັກ​ບົ່ວ​ຝຼັ່ງມື້​ລະ​ເຄິ່ງ​ຫົວ ອັດ​ຕາ​ເປັນ​ມະ​ເຮັງ​ກະ​ເພາະ​ຈະ​ຕ່ຳ​ກວ່າ​ຄົນ​ທຳມະ​ດາ 50% ຜູ່​ກິນ​ຜັກ​ທຽມ​ທຸກ​ອາ​ທິດ​ອັດ​ຕາ​ເປັນ​ມະ​ເຮັງ​ລຳ​ໄສ້​ຈະ​ຕ່ຳ​ກວ່າ​ຄົນ​ທຳ​ມະ​ດາ 50%
​ເກົ້າ​ແມ່ນ​ເຂົ້າມ​ານ,​ເຂົ້າມານ​ດີກ​ວ່າ​ເຂົ້າສາລີ​ແລະ​ເຂົ້າ​ໂອດ​ຍ້ອນ​ວ່າ​ມັນ​ສາມາດ​ເຮັດ​ໃຫ້​ອັດຕາ​ເປັນ​ມະ​ເຮັງ​ລຳ​ໄສ້​ຫຼຸດ​ຫນ້ອຍ​ລົງ,​ເພາະວ່າ​ກິນ​ເຂົ້າ​ມານ​ຮ່າງ​ກາຍ​ຄົນ​ເຮົາ​ຮັບ​ເອົາ​ງ່າຍ,​ເຂົ້າມານ​ບໍ່ມີ​ລົດ​ຊາດ​ຫຍັງ,ສະ​ນັ້ນ,​ເວລາ​ກິນ​ຈຶ່ງ​ຕ້ອງ​ເອົາ​ປົນ​ກັບ​ເຂົ້າ​ໂອດ​ຫຼື​ນົມ​ສົ້ມ.

ສິບ​ແມ່ນ​ຫມາກ​ຫຸ່ງ​ຫມາກ​ຫຸ່ງ​ມີ​ວິ​ຕາ​ມິນ​ເຊ​ເຫນືອກ​ວ່າ​ຫມາກ​ກ້ຽງ​ຢ່າງ​ຫຼວງ​ຫຼາຍ, ຫມາກ​ຫຸ່ງ​ສາມດ​ຍ່ອຍ​ອາ​ຫານ,ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ກະ​ເພາະ​ເປັນ​ບາດ ​ໂດຍ​ສະ​ເພາະ​ແມ່ນ​ຫມາກ​ຫຸ່ງ​ສາ​ມາດ​ຍ່ອຍ​ອາ​ຫານ​ປະ​ເພດ​ຊີ້ນ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ຮັບ​ເອົາ​ຍາກ,ສະ​ນັ້ນ,ຈຶ່ງ​ສາມາດ​ປ້ອງ​ກັນ​ບໍ່​ເປັນ​ພະຍາດ​ລຳ​ໄສ້​ໄດ້​ຢ່າງ​ບັງ​ເກີດ​ຜົນ.