ຕາມຂ່າວCRI: ວັນທີ 25 ເມສາຢູ່ທີ່ປັກກິ່ງ, ທ່ານນາງກູຊິວລຽນ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດ ປະທານສະຫະພັນແມ່ຍິງທົ່ວປະເທດຈີນກ່າວວ່າ, ໃນຫຼາຍປີມານີ້, ຈີນອອກແຮງສົ່ງເສີມທັດສະນະສະເໝີພາບລະຫວ່າງຍິງຊາຍ ໂຄລົບແມ່ຍິງແລະຮັກແພງເດັກນ້ອຍ, ໄດ້ຈໍ່ຕົວເປັນສະຖານະພາບທີ່ທົ່ວສັງຄົມເອົາໃຈໃສ່ແລະສະໜັບສະໜູນພາລະກິດພັດທະນາແມ່ຍິງ.
ທ່ານນາງກູຊິວລຽນຊີ້ອອກວ່າ, ໃນຫຼາຍປີມານີ້, ລັດຖະບານຈີນໄດ້ຖືເອົາການບັນລຸສະເໝີພາບລະຫວ່າງຍິງຊາຍເປັນນະໂຍບາຍພື້ນຖານແຫ່ງຊາດໃນການຊຸກຍູ້ການພັດທະນາຂອງສັງຄົມ, ໄດ້ວາງແລະປະຕິບັດໂຄງຮ່າງພັດທະນາແມ່ຍິງຈີນ; ສ້າງແລະບູລະນະລະບົບກົດໝາຍກົດບັນຍັດທີ່ຊຸກຍູ້ໃຫ້ແມ່ຍິງພັດທະນາ ຮັບປະກັນສິດແລະຜົນປະໂຫຍດຂອງແມ່ຍິງໃຫ້ສົມບູນຂຶ້ນເປັນກ້າວໆ; ສ້າງກົນໄກອັນບັງເກີດຜົນແຫ່ງຊາດທີ່ຊຸກຍູ້ສະເໝີພາບທາງເພດ.
|