ຍອດມູນຄ່າການຄ້າລະຫວ່າງແຂວງຢຸນນານກັບປະເທດອາຊຽນກວ່າເຄິ່ງໜຶ່ງໄດ້ຫຼາຍກວ່າ10 ລ້ານໂດລາສະຫະລັດ
cri
Author: DA
ຕາມຂ່າວສານຊິນຮວາ:ຕາມສະຖິຕິຂອງດ່ານພາສີແຂວງຢຸນນານ,ໃນໄຕມາດທີໜຶ່ງປີ 2005, ຍອດມູນຄ່າການຄ້າແຂວງຢຸນນານກັບອາຊຽນໄດ້ບັນລຸ 370 ລ້ານໂດລາສະຫະລັດ,ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍ 37,6%,ກວມຍອດມູນຄ່າການຄ້າກັບຕ່າງປະເທດຂອງແຂວງຢຸນນານ 34,3%.
ຍອດມູນຄ່າການຄ້າຂອງແຂວງຢຸນນານກັບ 6 ປະເທດໃນອາຊຽນໄດ້ຫຼາຍກວ່າ 10 ລ້ານໂດລາສະຫະລັດ.ອາຊຽນຍັງແມ່ນຄູ່ການຄ້າໃຫຍ່ທີໜຶ່ງຂອງແຂວງຢຸນນານ,ໃນໄຕມາດທີໜຶ່ງ,ໄດ້ນຳເຂົ້າ 140 ລ້ານໂດລາສະຫະລັດ,ສົ່ງອອກ 230 ລ້ານໂດລາສະຫະລັດ,ຕ່າງເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍ 108,8% ແລະ 13,9%.
ຕາມສະຖິຕິຂອງດ່ານພາສີເມືອງຄຸນມີງ,ມຽນມາແລະຫວຽດນາມໃນໄຕມາດທີໜຶ່ງປີນີ້ຍັງແມ່ນຄູ່ການຄ້າໃຫຍ່ຂອງແຂວງຢຸນນານໃນກຸ່ມອາຊຽນ,ມູນຄ່າການຄ້າຂາເຂົ້າມີ 170 ລ້ານໂດລາ,ໄດ້ເພີ່ມຂຶ້ນ 14,1% ,ມູນຄ່າການຄ້າຂາອອກມີ 85 ລ້ານ 9 ແສນ 4 ໝື່ນ,ເພີ່ມຂຶ້ນ 67,7%.
ອິນໂດເນເຊຍໄດ້ລື່ນກາຍໄທເປັນຄູ່ການຄ້າໃຫຍ່ທີສາມຂອງແຂວງຢຸນນານດ້ວຍມູນຄ່າ 50 ລ້ານ 5 ໝື່ນໂດລາສະຫະລັດແລະເພີ່ມຂຶ້ນ 3,3 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ.ສ່ວນໄທເປັນທີສີ່ ມູນຄ່າແມ່ນ 29 ລ້ານ 9 ແສນ 2 ໝື່ນໂດລາສະຫະລັດ.ນອກນີ້ ການຄ້າລະຫວ່າງສິງກະໂປແລະລາວກັບແຂວງຢຸນນານໃນໄຕມາດທີໜຶ່ງໄດ້ເພີ່ມຂຶ້ນ 70%,ຍອດມູນຄ່າການຄ້າລ້ວນແຕ່ຫຼາຍກວ່າ 10 ລ້ານໂດລາສະຫະລັດ.
|
|