ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-25 20:44:13    
ເຮືອ​ໃບຈີນ​ກ້າວ​ໄປ​ສູ່​ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​​ໂຄລົບ, ຄຽງ​ຄູ່​ກັບ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​​ໄດ້ນັບ​ມື້​ນັບ​ພັດທະນາ, ຄົນ​ທັງຫຼາຍ​ເອົາ​ໃຈ​ໃສ່​ນຳ​ງານ​ແຂ່ງຂັນ​ກິລາ​ລະດັບ​ໂລກ​ປະ​ເພດ​ຕ່າງໆ​ກໍ່​ນັບ​ມື້​ນັບຫຼາຍ. ຄົນ​ຈີນ​ບໍ່​ພຽງ​ແຕ່​ໄດ້​ເຊີນ​ງານ​ແຂ່ງຂັນ​ລະດັບ​ສຸດ​ຍອດ​ເຊັ່ນ NBA ​ແລະ​ງານ​ແຂ່ງຂັນລົດ​ສູດ​ໜຶ່ງຊິງ​ຊະນະ​ເລີດ​ໂລກຫຼື F1 ມາ​ຈັດ​ຢູ່​​ຈີນ​ທໍ່​ນັ້ນ, ທັງ​ຍັງມີ​ຄວາມ​ສາມາດ​ໄປ​ຕ່າງ​ປະ​ເທດເຂົ້າຮ່ວມ​ການ​​ແຂ່ງຂັນ​ກິລາ​ທີ່​ເສຍ​ຄ່າ​ໃຊ້​ຈ່າຍຫຼາຍ​ເຊິ່ງ​ແຕ່​ກ່ອນ​ຖືກ​ຖື​ວ່າ​ມີ​ແຕ່​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທໍ່​ນັ້ນຈຶ່ງ​​ມັກ​ເຂົ້າຮ່ວມ. ​ໃນ​ລາຍການ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສ​ຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເຮືອ​ໃບຈີນ​ກ້າວ​ໄປ​ສູ່ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະ​ວີບ​ອາ​ເມ​ລິ​ກາ.

ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ເລີ່​ມຈັດ​ຂຶ້ນ​ເມື່ອ​ປີ 1851, ​ແມ່ນ​ງານ​ແຂ່ງຂັນ​ລະດັບ​ສູງ​ສຸດ​ໃນ​ວົງ​ການ​​ແຂ່ງ​ຂັນເຮືອ​ໃບ. ມັນ​ຖືກ​ເອີ້ນ​ເປັນ "ງານ​ແຂ່ງຂັນ​ສຳຄັນ​ສາມປະ​ເພດ​ໃນ​ໂລກ" ພ້ອມ​ກັນ​ກັບ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ ງານ​ແຂ່ງຂັນ​ເທັນ​ນິສຊິງ​ຂັນ​ເດ​ວິສ, ​ແມ່ນ​ໜຶ່ງ​ໃນ​ງານ​ແຂ່ງຂັນ​ກິລາ​ທີ່​ນິຍົມ​ກວ່າໝູ່ຢູ່​​ເອີ​ລົບ​ແລະ​ທະວີບອາ​ເມ​ລິ​ກາ. ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ຄັ້ງທີ 32 ຈະ​ຈັດ​ຂຶ້ນຢູ່​ວາ​ລັງ​ເຊີ ​ເມືອງ​ທ່າ​ແຫ່ງ​​ແອ​ສປາຍ​ໃນ​ປີ 2007, ​ໃນ​ເວລາ​ນັ້ນ, ​ໃນ​ງານ​ແຂ່ງຂັນ​ກິລາ​ລະດັບ​ໂລກ​ທີ່​ມີ​ຊື່​ລື​ນາມ​ໄປ​ທົ່ວ​ໂລກ​ນັ້ນ, ຈະ​​​ໄດ້​ເຫັນ​ຄົນ​ຈີນເປັນຄັ້ງທຳ​ອິດ.

ຄົນ​ຈີນ​ທີ່​ຄິດ​ຢາກ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ການັ້ນ ຊື່ວ່າທ່ານ​ວາງ​ເສົາ​ຢົ​ງ ທ່ານ​ແມ່ນ​ນັກ​ລົງທຶນ​ປັກ​ກິ່ງ​, ທ່ານ​ກັບ​ບໍລິສັດ​ຄຸ້ມ​ຄອງ​ກິລາ​​ແຫ່ງ​ໜຶ່ງ​ຂອງ​ຝຣັ່ງ​ລົງທຶນ​ຮ່ວມ​ກັນ 32 ລ້ານ​ເອີ​ໂລ, ສ້າງ​ທີ​ມ​ເຮືອ​ໃບ​ທີ​ມໜຶ່ງ​ແລະ​​ໃສ່ຊື່ໃຫ້​ວ່າ "ທີ​ມ​ແຫ່ງ​ຈີນ", ​ທີ​ມ​ເຮືອ​ໃບ​ນີ້ຈະ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ໃນ​ປີ 2007. ທ່ານ​ວາງ​ເສົາ​ຢົງ​ສະ​ເໜີ​ວ່າ, ​​ໃນ​ຊຸມ​ປີ 80 ສະຕະວັດ​ທີ່​ແລ້ວ ​​ຕົນ​ເອງ​ເຮັດ​ວຽກ​ຢູ່​​ວອນ​ສະ​ຕຼິດ​ອາ​ເມ​ລິ​ກາ, ບໍລິສັດ​ຈັດຕັ້ງພະນັກງານ​ໄປ​ຝຶກ​ແອບ​ທາງ​ຈິດ​ໃຈ​​ເປັນ​ໝູ່​ຄະນະ, ​​​ໄດ້​ສຳ​ຜັດ​ກັບ​ກິລາເຮືອ​ໃບຄັ້ງທຳ​ອິດ, ​ແລະ​ກໍ່​ມັກ​ກິລາ​ນີ້​ໃນ​ທັນທີ. ພາຍຫຼັງ​ມາ​ໄດ້​ກັບ​ມາ​ສ້າງ​ຕັ້ງ​ບໍລິສັດ​ຢູ່​ຈີນ, ທ່ານ​ບໍ່​ໄດ້​ສຳຜັດ​ກັບ​ການ​ແຂ່ງຂັນ​ເຮືອ​ໃບ​ອີກ​ແລ້ວ, ​ແຕ່​ກໍ່​ບໍ່​ໄດ້​ລືມ​ກິ​ລາ​​ນີ້​ຈັກ​ເທື່ອ. ປີ​ກາຍ​ນີ້, ​​ໂອກາດບັງ​ເອີນ​​ເທື່ອ​ໜຶ່ງ, ທ່ານ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງ​ຂັນ​ເຮືອ​ໃບ​ຊິງ​ຂັນ​ທະ​ວີບ​ອາ​ເມ​ລິ​ກາ​ນັດ​ມາກ​​ໄຊ​ແຫ່ງ​ຝຣັ່ງ, ​ແລະ​ໄດ້​ຮູ້ຈັກ​ກັບບໍລິສັດ​ຄຸ້ມ​ຄອງ​ກິລາ​ "ເລີ​​ເດ​ຟີ" ຜູ່​ຄອງ​ທີ​ມ​ເຮືອ "​ເບີ​ເລີ​ເດ​ຟີ" ຝຣັ່ງ, ​ເມື່ອສອງ​ຝ່າຍ​ໄດ້​ຫາລື​ກັນ​ແລ້ວ, ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ຮ່ວມ​ມືສ້າງ​ທີ​ມ​ເຮືອ. ​ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເຂົ້າຮ່ວມ​ງານ​ແຂ່ງ​ຂັນ​ຊິງ​ຂັນ​ທະ​ວີບ​ອາ​ເມ​ລິ​ການັ້ນ, ທ່ານ​ວາງ​ເສົາ​ຢົງ​ເວົ້າວ່າ:

ງານ​ແຂ່ງຂັນ​​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ມີ​ຄວາມ​ໝາຍ​ສ້າງ​ມານະ​ຈິດ​ທີ່​ເລິກ​ເຊິ່ງ, ສາມາດ​ກະຕຸກ​ໃຫ້​ທີ​ມ​ເຮືອ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ມີຄວາມ​ພາກພູມ​ໃຈຕໍ່​​ຊາດ​ຕົນ. ງານ​ແຂ່ງຂັນ​ລາຍ​ນີ້​ມີ​ລັກສະນະ​ທ້າ​ທາຍ​ຢ່າງ​ມະຫາສານ, ທັງເປັນ​ຕົວ​ແທນ​ແຫ່ງ​ຈິດ​ໃຈ​ຮັບ​ມື​ກັບ​ການ​ທ້າ​ທາຍ​​ໃໝ່. ​ເວົ້າສຳລັບ​ນັກ​ທຸລະ​ກິດ​ຄື​ພວກ​ຂ້າພະ​ເຈົ້ານີ້​ແລ້ວ, ​ພວກ​ຂ້າພະ​ເຈົ້າບໍ່​ຢ້ານ​ການ​ທ້າ​ທາຍຈັກ​ເມັດ, ​ເພາະວ່າ​ທັງ​ນີ້​ມີບົດບາດ​​ໃຫຍ່ຫຼວງຕໍ່ການ​ປຸກ​ລະດົມ​ພະນັກງານ​ບໍລິສັດ​ສ້າງ​ກາ​ໝາຍ​ສິນຄ້າ​ທີ່​ຊື່​ດັງ.

ທ່ານ​ວາງ​ເສົາ​ຢົງ​ບັນລຸ​ຄວາມ​ປາຖະໜາ​ສ້າງຕັ້ງ "ທີ​ມ​ແຫ່ງ​ຈີນ" ຂຶ້ນ​ໄດ້, ນອກຈາກ​ມີ​ຄວາມ​ຮັບປະກັນ​ດ້ານ​ເງິນ​ທຶນ​ກ້ອນ​ໃຫຍ່ແລ້ວ, ຍັງ​ແຍກ​ອອກຈາກ​ຜູ່​ຮ່ວມ​ມື​ຕ່າງປະ​ເທດ​ໃຫ້ການສະໜັບສະໜູນ​ດ້ານ​ເຕັກນິກ​ແລະ​ບຸກຄະລາ​ກອນບໍ່​ໄດ້. ​ເນື່ອງ​ຈາກວ່າ​ກິລາ​ເຮືອ​ໃບ​ຢູ່​ຈີນ​ຍັງ​ແມ່ນ​ກິລາ​ລາຍ​ໜຶ່ງ​ທີ່​ຄົນຮູ້​ບໍ່ຫຼາຍ, ພາຍ​ໃນ​ປະ​ເທດ​ເກືອບ​ບໍ່​ມີ​ບົດຮຽນຈັກ​​​ເມັດໃນ​ການ​ຕໍ່​ເຮືອ​ໃບ​ຂະໜາດ​ໃຫຍ່​ທີ່​ໃຊ້​ໃນ​ການ​ແຂ່ງຂັນ​ກິລາ. ​ແຕ່​ເມື່ອ​ສັງ​ເກດ​ຈາກ​ວົງ​ການ​ແຂ່ງຂັນ​ເຮືອ​ໃບ​ສາກົນ​ແລ້ວ, ​ໄດ້​ເຫັນ​ວ່າ​ຈີນ​ແມ່ນ​ຕະຫຼາດບົ່ມ​ຊ້ອນ​ອັນ​ມະຫາສານ, ພວກ​​ເຂົາ​ເຈົ້າຫວັງ​ຖອດ​ຖອນ​ເອົາ​ບົດຮຽນຂອງງານ​ແຂ່ງຂັນ​ລົດ​ສູດ​ໜຶ່ງຊິງ​ຊະນະ​ເລີດ​ໂລກທີ່ຈັດ​ຂຶ້ນຢູ່​ຈີນ​ຢ່າງ​ສຳ​ເລັດ​ຜົນ, ຜ່ານ​ການ​ຮ່ວມ​ມື​ລະຫວ່າງ​ຊາດ, ​ເຮັດ​ໃຫ້​ຄົນ​ຈີນ​ຮັບ​ຮູ້​ແລະ​ມັກ​ກິລາ​ເຮືອ​ໃບ​ເປັນ​ກ້າວໆ. ຄະນະ​ກຳມະການ​ຄຸ້ມຄອງ​ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງຫຼາຍ​ເທື່ອ​ແລ້ວ​ວ່າ, ຫວັງ​​ໃຫ້ມີ​ທີ​ມ​ເຮືອ​ໃບ​ຈີນ​ມາ​ເຂົ້າຮ່ວມ​ການ​ແຂ່ງຂັນ, ພໍດີມີ "ທີ​ມ​ແຫ່ງ​ຈີນ" ທີ່ທ່ານ​ວາງ​ເສົາ​ຢົງກັບ​ທີ​ມ​ເຮືອ​ໃບ "​ເບີ​ເລີ​ເດ​ຟີ" ຝຣັ່ງຮ່ວມ​ມື​ສ້າງຕັ້ງນັ້ນຕາມ​ບ່ອນ​ຫວ່າງ. ​ໃນ​ເວລາ​ເວົ້າ​ເຖິງ​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​​ທ່ານ​ຮ່ວມ​ມື​ກັບ​ທ່ານ​ວາງ​ເສົາ​ຢົງ, ທ່ານ​ນີ​ໂກລາ ອາ​ຊັກ​ເກີ ຜູ່​ຕາງ​ໜ້າ​ບໍ​ລິ​ສັດ​ຄຸ້ມ​ຄອງ​ກິລາ "​ເລີ​ເດ​ຟີ" ຝຣັ່ງ​ເວົ້າວ່າ:

ຝ່າຍ​ຕາ​ເວັນ​ຕົກສັງ​ເກດ​ເຫັນ​ວ່າ, ບໍ່​ວ່າ​​ໃນດ້ານ​ເສດຖະກິດຫຼືວ່າ​​ໃນດ້ານ​ກິລາ, ຈີນ​​ໄດ້ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ພວກ​ຂ້າພະ​ເຈົ້າ​​ເຫັນໄດ້​​ໃນ​ການ​ບົ່ງ​ບອກ​ຈາກ​ງານ​ແຂ່ງຂັນ​ລົດ​ສູດ​ໜຶ່ງ​ຊິງ​ຊະນະ​ເລີດ​ໂລກ ​ເທັນ​ນິສ​ແລະ​ບານ​ບ້ວງ​ທີ່ໄດ້​ຮັບ​ຜົນສຳ​ເລັດ​ຢູ່​ຈີນ, ​ແລ້ວ​ເລີ່​ມຄິດ​ຫາ​ມີ​ກິລາ​ໃໝ່​ໃດ​ແດ່​ທີ່​ດຶງ​ດູດ​ຄົນຈີນ​​ໄດ້. ພວກ​ຂ້າພະ​ເຈົ້າຫວັງ​ວ່າກິລາ​ເຮືອ​ໃບ​ນີ້​ຈະໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຄົນຈີນ.​

ເມືອງ​ຊິງ​ຕາວ ​ເມືອງ​ທ່າ​ຂອງ​ຈີນຖືກ​ຄັດ​ເລືອກ​ເປັນ​ບ່ອນ​ຕໍ່​ເຮືອ​ໃບ​​ຂອງ "ທີມ​ແຫ່ງຈີນ", ​ເມືອງ​ຊິງ​ຕາວ​ມີ​ສິ່ງ​ກໍ່ສ້າງ​ທ່າ​ກຳ​ປັ່ນ​ທີ່​ດີ, ​ແມ່ນ​ບ່ອນ​ຈັດ​ການ​ແຂ່ງຂັນ​ເຮືອ​ໃບ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008. ຄະນະ​ກຳມະການ​ຄຸ້ມ​ຄອງ​ງານ​ແຂ່ງຂັນ​ຊິງ​ຂັນ​ທະ​ວີບ​ອາ​ເມ​ລິ​ກາ​ພວມ​ປຶກສາ​ຫາລື​ກັບ​​ເມືອງຊິງ​ຕາວ, ຫວັງ​ໃຫ້​​ເມືອງຊິງ​ຕາວ​ຈັດ​ງານ​ແຂ່ງ​ຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ການັດ​ໜຶ່ງໃນ​ປີ 2006, ຖ້າ​ງານ​ແຂ່ງຂັນ​ເຮືອ​ໃບ​ຊິງ​ຂັນ​ທະ​ວີບ​ອາ​ເມ​ລິ​ກາສາ​ຂາ​ຊິງ​ຕາວ​ຈັດ​ຂຶ້ນ​ໄດ້, "ທີ​ມ​ແຫ່ງ​ຈີນ" ທີ່​ເປັນ​ເຈົ້າພາບ​ຈະ​ໄດ້​ປະ​ໂຫຍດ​ຫຼາຍ. ຍ້ອນ​ວ່າ​ໄດ້​ທ້ອນ​ໂຮມ​ບົດຮຽນ​ໃຫ້​ແກ່​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.

ຝ່າຍ​ຝຣັ່ງ​ແລະ​ທ່ານ​ວາງ​ເສົາ​ຢົງ​ລ້ວນ​ແຕ່​ກ່າວ​ວ່າ, ​ເປົ້າໝາຍ​ຂອງ​ "ທີ​ມ​ແຫ່ງ​ຈີນ" ​ແມ່ນ​ສ້າງ​ເປັນ​ທີ​ມ​ເຮືອ​ໃບ​ຂະໜາດ​ກາງ​ຢ່າງ​ສຳ​ເລັດ​ຜົນ, ພະຍາຍາມຊິງ​ໄດ້ຜົນ​ງານ​ລະ​ດັບ​ຜ້ານ​ກາງ​ຂຶ້ນ​ໄປ​ໃນ​ງານ​ແຂ່ງຂັນ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາປີ 2007. ​ເນື່ອງ​ຈາກ​ "ທີ​ມ​ແຫ່ງ​ຈີນ" ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ​ເປັນຄັ້ງທຳ​ອິດ, ສະນັ້ນ​ຢາກ​ຊິງ​ໄດ້​ຜົນ​ງານ​ດີ​ເດັ່ນ​ຈະ​ເປັນ​ເລື່ອງ​ຍາກ. ​ແຕ່​ທີ​ມ​ເຮືອ​ຈະ​ພະຍາຍາມ​ຍາດ​ແຍ່​ງ​ໃຫ້ມີ​ການ​ສະ​ແດງ​ທີ່​ດີ, ​ຊຸກ​ຍູ້​ໃຫ້​ມວນ​ຊົນ​ຈີນ​ມີ​ຄວາມ​ນິຍົມ​ຊົມຊອບ​ຕໍ່​ທີ​ມ​ເຮືອ​ແລະ​​ກິລາ​​ເຮືອ​ໃບ, ຍາດ​ແຍ່ງ​ໃຫ້​ມີ​ການ​ເຜີຍ​ແຜ່ກິລາ​ເຮືອ​ໃບ​​ໄປ​ທົ່ວ​ເຖິງ​ກັນຢູ່​ຈີນ​ເປັນ​ກ້າວໆ. ທ່ານ​ວາງ​ເສົາ​ຢົງ​​ເຫັນ​ໄປ​ໃນ​ແງ່​ດີ ທ່ານເວົ້າວ່າ: ຈີນ​ມີ​ຊາຍ​ຝັ່ງທະ​ເລ​ທີ່​ຍາວຢຽດ, ລະດັບ​ການ​ພັດ​ທະ​ນາ​ເສດຖະ​ກິດ​ແລະ​ສັງ​ຄົມ​ຢູ່​ເມືອງ​ທ່າ​ແຄມ​ທະ​ເລ​ຂ້ອນ​ຂ້າງ​ສູງ, ​ເຊື່ອ​ວ່າ​ຜ່ານ​ການ​ຊຸກ​ຍູ້​ຂອງ​ງານ​ແຂ່ງ​ຂັນ​ເຮືອ​ໃບ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ, ຈະ​ປະກົດ​ມີ​ຜູ່​ນິຍົມ​ກິລາ​ເດີນ​ທະ​ເລ. ຊາວ​ຕ່າງ​ປະ​ເທດ​ທີ່​ເດີນ​ທະ​ເລ​ກໍ່​ສາ​ມາດ​ຊ່ອຍ​ເຫຼືອສ້າງ​ໂຮງຮຽນ​ເດີນ​ທະ​ເລ​ຈຳ​ນວນ​ໜຶ່ງ, ຜະ​ລິດ​ອຸປະກອນ​ຮັບໃຊ້​ໃນ​ການ​ຕໍ່​ເຮືອ​ໃບ, ​ແລ້ວ​ເຮັດ​ໃຫ້​ກິລາ​ເຮືອ​ໃບ​ກາຍ​ເປັນ​ກິ​ລາ​ມະ​ຫາ​ຊົນ​​ເປັນ​ກ້າວໆ.

ທ່ານ​ວາງ​ເສົາ​ຢົງ​ຮັບຮູ້ວ່າ, ກິລາ​ເຮືອ​ໃບ​ຢູ່​ຈີນ​ມີ​ພື້ນຖານ​ອ່ອນ​ແອ, ວຽກ​ທີ່​ທ່ານ​ເຮັດ​ໃນ​ປະຈຸ​ບັນ ພຽງ​ແຕ່​ແມ່ນ​ຍ້ອນ​ຕົນ​ເອງ​ມັກ​ທັງ​ມີ​​ເງິນ​ທຶນ, ພະຍາຍາມ​​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນປະກົດ​ຜົນ​ເປັນ​ຈິງ, ​ແລະ​ເປັນ​ວິທີ​ການຕອບ​ແທນ​ສັງຄົມ​ຂອງ​ຕົນ​ເອງ​ໃນ​ຖານະ​ເປັນ​ນັກທຸລະກິດ.​

ເມື່ອ​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ເປັນ​ເວລາ 20 ກວ່າ​ປີ, ຢູ່​ຈີນ ຜູ່​ຮັ່ງມີ​ເຊັ່ນ​ດຽວ​ກັນ​ກັບ​ທ່ານ​ວາງ​ເສົາ​ຢົງ​ມີຫຼາຍສົມຄວນ, ​ໃນ​ຂະນະ​ທີ່​ພວກ​ທ່ານ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ພາລະກິດ​ຂອງ​ຕົນນັ້ນ, ກໍ່​ພວມ​ພະຍາຍາມ​ສ້າງ​ແລະ​ນຳ​ທາງ​ແບບ​ແຜນ​ດຳ​ລົງ​ຊີວິດ​ດ້ານສັງຄົມອັນ​ໃໝ່. ​ໂດຍ​ຜ່ານ​ການ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ປະກົດ​ຜົນ​ເປັນ​ຈິງ,​ແລະ​ເຮັດ​ໃຫ້​ກິລາ​ຈີນ​ມີ​ການ​ບຸກທະລຸ​​ໂດຍ​ເລີ່​ມ​ແຕ່​ສູນໃນ​ຂົງ​ເຂດ​ໃດ​ໜຶ່ງ, ທ່ານ​ວາງ​ເສົາ​ຢົງ​ກໍ່​​ໄດ້ເປີດ​ສາກການເຂົ້າຮ່ວມ​ກິລາ​ເດີນ​ທະ​ເລຂະ​ໜາດ​ໃຫຍ່ຂອງ​ຄົນ​ຈີນ.