|
 |
(GMT+08:00)
2005-04-26 16:14:27
|
 |
ຈີນຈະສ້າງຕັ້ງບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸລະດັບຊາດ
cri
Author: q
ຕາມຂ່າວCRI,ວັນທີ26ເມສາ,ໃນງານຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນຢູ່ປັກກິ່ງ,ທ່ານໂຈ່ວເຮີພິງ ຮອງລັດຖະມົນຕີກະຊວງວັດທະນະທຳຈີນກ່າວວ່າ,ຈີນຈະສ້າງຕັ້ງບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸລະດັບຊາດ,ຊຸກຍູ້ວຽກງານປົກປັກຮັກສາມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຕື່ມອີກ.
ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸແມ່ນໝາຍເຖິງຮູບການສະແດງວັດທະນະທຳດັ້ງເດີມທຸກປະເພດທີ່ປະຊາຊົນບັນດາເຜົ່າສືບທອດກັນມາທຸກເຊັ່ນຄົນແລະຕິດພັນກັບຊີວິດການເປັນຢູ່ຢ່າງໃກ້ຊິດູ.ຕົວຢ່າງເຊັ່ນ,ການເຄື່ອນໄຫວຮີດຄອງປະເພນີ, ສິນລະປະການສະແດງ,ຄວາມຮູ້ແລະສີໄມ້ລາຍມືດັ້ງເດີມເປັນຕົ້ນ.ໃນເດືອນສິງຫາປີ2004,ຈີນໄດ້ເຂົ້າຮ່ວມສົນທິສັນຍາປົກປັກຮັກສາມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງອົງການຢູເນັສໂກ.
ປັດຈຸບັນ,ງີ້ວຄຸນສິວ ແລະພິນບູຮານຂອງຈີນຖືກຈັດເປັນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງໂລກ.
|
|
|