ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-26 17:31:56    
ທີ​ມບານ​ເຕະຣີອານ ມາດ​ຣິດ​ແອສ​ປາຍ​ຈະ​ມາ​ຢາມ​ປັກ​ກິ່ງ​ໃນ​ເດືອນ​ກໍ​ລະ​ກົດ

cri Author: lm

ຕາມ​ຂ່າວCRI​: ວັນ​ທີ 26 ​ເມສາ​ຢູ່​ທີ່​ປັກ​ກິ່ງ, ສອງສະ​ໂມ​ສອນ​ບານ​ເຕະ​ຄືສະ​ໂມ​ສອນ​ໂກ​ອານ​ປັກ​ກິ່ງ​ແລະ​ສະ​ໂມ​ສອນຣີອານ ມາດຣິດ​ແອ​ສປາຍ​ໄດ້​ຮ່ວມ​ກັນ​ປະກາດ​ວ່າ, ສອງ​ທີມ​ບານ​ເຕະ​ຈະ​ແຂ່ງຂັນ​ເພື່ອ​ມິດຕະພາບ​ນັດ​ໜຶ່ງ​ຢູ່​ສະໜາມກິລາ​ກຳມະກອນປັກ​ກິ່ງ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ປີ​ນີ້.

ຈຸດປະສົງ​ໜຶ່ງ​ຂອງ​ການ​ແຂ່ງຂັນເພື່ອມິດຕະພາບເທື່ອ​ນີ້​ແມ່ນ​ເພື່ອ​ລະ​ລຶກປັກ​ກິ່ງ​ແລະ​ມາດ​ຣິດ​ຜູກ​ເປັນ "ຕົວ​ເມືອງ​​ມິດຕະພາບ" ຄົບ​ຮອບ 20 ປີ. ສະ​ໂມ​ສອນ​ຣີອານ ມາດຣິດ​ຮັບ​ປາກ​ວ່າ, ຈະ​ໃຫ້​ດາ​ລາ​ບານ​ເຕະ​ໝົດ​ທຸກ​ຄົນ​ເຊັ່ນທ່ານຣາອູ​ນ ກົງຊາ​ເລ​ສ ທ່ານ​ຊີ​ດານ​ແລະ​ທ່ານ​ແບກ​​ແຄມ​ເປັນ​ຕົ້ນ​ລົງ​ສະໜາມ​ແຂ່ງຂັນ. ​ໃນ​ການ​​ຢາມ​ປັກ​ກິ່ງ​ເທື່ອ​ນີ້,  ທີມ​ຣິ​ອານ ມາດຣິດຍັງ​ຈະ​ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເຊັ່ນ ການວາງສະ​ແດງ​ປະຫວັດ​​ກຽດ​ຕິ​ຍົດ​ຂອງ​ສະ​ໂມ​ສອນ ການພົບ​ປະ​ກັບ​ແຟນບານ​ເຕະ​ແລະ​ງານ​ຂາຍ​​ເລ​ເພື່ອການກຸສົນ​ເປັນ​ຕົ້ນ.