|
![](/images/spacer.gif) |
(GMT+08:00)
2005-04-26 22:15:19
|
ກອງປະຊຸມລັດຖະມົນຕີກະຊວງເສດຖະກິດອາຊຽນຈັດຂຶ້ນຢູ່ຫວຽດນາມ
cri
Author: da
ຕາມຂ່າວCRI:ວັນທີ 26 ເມສາ, ລັດຖະມົນຕີກະຊວງເສດຖະກິດຂອງ 10 ປະເທດອາຊຽນໄດ້ຈັດກອງປະຊຸມຢູ່ເມືອງຮາລອງແຫ່ງຫວຽດນາມ.
ກອງປະຊຸມຄັ້ງນີ້ຈະຈັດຕັ້ງປະຕິບັດມະຕິຕົກລົງທີ່ກ່ຽວຂ້ອງຂອງກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນຢູ່ວຽງຈັນໃນທ້າຍປີກາຍນີ້,ເປີດກວ້າງການຮ່ວມມືເສດຖະກິດລະຫວ່າງບັນດາປະເທດສະມາຊິກອາຊຽນ,ເລັ່ງລັດຂະບວນເຊື່ອມໂຢງເຂົ້າກັນຂອງເສດຖະກິດອາຊຽນ,ພ້ອມກັນນັ້ນກະກຽມໃຫ້ແກ່"ສັນຍາການຄ້າເສລີຈີນອາຊຽນ"ທີ່ຈະບັງເກີດຜົນໃນວັນທີ 1 ກໍລະກົດປີນີ້,ແລະຫາລືກັນກ່ຽວກັບການເພີ່ມທະວີການໄປມາຫາສູ່ກັນທາງເສດຖະກິດການຄ້າຕື່ມອີກລະຫວ່າງອາຊຽນກັບຍີ່ປຸ່ນ ສ.ເກົາຫຼີ ອິນເດຍ ອົສຕຼາລີແລະນິວຊີແລນເປັນຕົ້ນ.
|
|
|