ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-27 15:44:41    
ທ່ານ​ຫູ​ຈິນທາວ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ອາ​ໂລ​ໂຢ

cri Author: q

ຕາມ​ຂ່າວCRI,ວັນ​ທີ27​ເມສາ,ຢູ່​ມາ​ນີລາ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຟີ​ລິບ​ປິນທາງ​ລັດຖະກິດ​ໄດ້​ ​ເຈລະຈາ​ກັບ​ທ່ານ​ນາງ​ອາ​ໂລ​​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ.ປະມຸກ​ລັດ​ທັງ​ສອງ​ປະ​ເທດ​​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​ຟີ​ລິບ​ປິນຢ່າງ​ຕັ້ງໜ້າ,​ເປັນ​ເອກະສັນ​ກັນ​​ເຫັນ​ດີ​ສ້າ​ງການ​ພົວພັນ​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ທີ່​ຈີນ​ຟີ​ລິບ​ປິນ​ເລັ່ງໃສ່​ສັນຕິພາບ​ແລະ​ການ​ພັດທະນາ.

ໃນ​ການ​ເຈລະຈາ,ທ່ານ​ຫູ​ຈິນທາວ​​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​7ຂໍ້ເພື່ອ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານຍຸດ​ສະ​ທາດ​ຈີນ​ຟີ​ລິບ​ປິນ,​ໃນ​ນັ້ນ​ລວມທັງ ​ຍາດ​ແຍ່ງ​ປະ​ຕິ​ບັດ​ສັນ​ຍາ​ພ້ອມ​ກັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ເຂດ​ທະ​ເລ​ສ່ວນ​ໜຶ່ງ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ໄວ,ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ອາ​ຊຽນ​ພັດທະນາ​​ໄວ​ກວ່າ​ເກົ່າ.

ທ່ານ​ນາງ​ອາ​ໂລ​ໂຢກ່າວ​ວ່າ,ຂໍ້​ສະ​ເໜີ​ຂອງ​ທ່ານ​ຫູ​ຈິ​ນທາວ​​ເປັນ​ທັດສະ​ນະ​ດີ,​ການ​ສ້າງ​ການ​ພົວພັນ​ຮ່ວມ​ມືດ້ານຍຸດ​ທະ​ສາດ​ຟີ​ລິບ​ປິນຈີນ​ແມ່ນການ​ເລືອກ​​ເອົາ​ສຳຄັນ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປິນ.​ລັດ​ຖະ​ບານ​ຟີ​ລິບ​ປິນ​ເດັດດ່ຽວ​ປະຕິບັດ​ນະ​ໂຍບ​າຍຈີນ​ດຽວ,​ເຄົາລົບ​ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ.

ພາຍຫຼັງ​ການ​ເຈະລຈາ​ສິ້ນ​ສຸດ​ລົງ​​ແລ້ວ,ພາ​ກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ຖະ​ບານ​ຈີນ​​ແລະ​ຟີ​ລິບ​ປິນ​ໄດ້​ເຊັນ​ສັນຍາ​ແລະ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ​ທີ່​ກວມ​ຫຼາຍ​ຂົງ​ເຂດ.​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ເພື່ອ​ເປັນ​ສັກຂີ​ພິຍານ.