ຜົນປະໂຫຍດທາງເສດຖະກິດແມ່ນຮາກເຫງົ້າແລະກຳລັງດັນຂອງສົງຄາມທັງໝົດຂອງມວນມະນຸດ. ຊຸ່ນອູ ນັກການທະຫານທີ່ມີຊື່ສຽງໃນສະໄໝຍຸດທະຈັກຊຸນຊິວຈີນກໍ່ໄດ້ຮູ້ຈັກຂໍ້ນີ້ແລ້ວ, ເພິ່ນກ່າວວ່າ: ການເລວເສິກຕ້ອງໃຊ້ຍຸດທະວິທີທີ່ເຊື່ອງເລ່ລ່ຽມແລະປ່ຽນໄວ, ຕົກລົງການເຄື່ອນໄຫວທຸກຢ່າງຕ້ອງເບິ່ງວ່າສອດຄ່ອງກັບຜົນປະໂຫຍດຂອງຕົນເອງຫຼືບໍ່, ປ່ຽນແປງຍຸດທະວິທີສູ້ລົບຕາມສະພາບກຳລັງທະຫານແຍກອອກຈາກກັນຫຼືເຕົ້າໂຮມກັນ. ເວົ້າໂດຍຫຍໍ້ກໍ່ແມ່ນ ຄຳວ່າຖືຜົນປະໂຫຍດເປັນເປົ້າໝາຍກົກຮາກຂອງການລົບເລວກໍ່ແມ່ນຕ້ອງຖືຜົນປະໂຫຍດເປັນຈຸດເລີ່ມຕົ້ນຕໍຂອງສົງຄາມ, ຖືເອົາການສະແຫວງຫາຫຼືປົກປັກຮັກສາຜົນປະໂຫຍດເປັນເປົ້າໝາຍສຳຄັນກວ່າໝູ່.
ໃນສະໄໝຍຸດທະຈັກ, ເຈົ້າຊີວິດຈ່າວຊຽງຫວັງຂອງເມືອງສິນປະສົບຄວາມປະລາໄຊຢ່າງຍ່ອຍຍັບກໍຍ້ອນເບິ່ງຂ້າມເປົ້າໝາຍກົກຮາກດັ່ງກ່າວ.
ກ່ອນຄິດຕະສັງກາດປີ 258, ເຈົ້າຊີວິດຈ່າວຊຽງຫວັງເມືອງສິນຢາກແຕ່ງຕັ້ງປາຍສິເປັນແມ່ທັບ, ບຸກໂຈມຕີເມືອງຫານຕ່ານ ລາຊະທານີຂອງເມືອງຈ້າວອີກເທື່ອໜຶ່ງ.
ປາຍສິຄຳນຶງເຖິງຜົນປະໂຫຍດຂອງເມືອງສິນ, ເຫັນວ່າໃນການສູ້ລົບກັບເມືອງຈ້າວ, ເຖິງວ່າກອງທັບເມືອງສິນຫາກໍ່ໄດ້ຮັບໄຊຊະນະໃນບັ້ນລົບສາງຜິງກໍ່ຕາມ, ແຕ່ພົນທະຫານຂອງຝ່າຍຕົນກໍ່ຕາຍຫຼືບາດເຈັບເຖິງເຄິ່ງໜຶ່ງ, ກຳລັງພາຍໃນປະເທດບົກແຫ້ງ, ຖ້າບຸກໂຈມຕີເມືອງຈ້າວອີກຕໍ່ໄປ, ຍ່ອມຈະນຳເອົາຄວາມເສຍຫາຍມາໃຫ້ເມືອງຕົນ, ເມື່ອຄຶດແບບນີ້, ປາຍສິເດັດດ່ຽວບໍ່ຍອມເປັນແມ່ທັບນຳພາກອງທະຫານໄປບຸກໂຈມຕີເມືອງຈ້າວ.
ເຈົ້າຊີວິດຈ່າວຊຽງຫວັງເມືອງສິນເລີຍແຕ່ງຕັ້ງຫວັງເຫີເປັນແມ່ທັບ ນຳພາກອງທະຫານເມືອງສິນໄປບຸກໂຈມຕີເມືອງຈ້າວ, ແຕ່ຕີຕັ້ງດົນເຕີບກໍ່ຕີບໍ່ແພ້. ເຈົ້າຊີວິດຈ່າວຊຽງຫວັງເລີຍຂໍໃຫ້ປາຍສິເປັນແມ່ທັບອີກ.
ປາຍສິຈຶ່ງທູນອີກວ່າ, ດຽວນີ້ບໍ່ແມ່ນໂອກາດຕີເມືອງຈ້າວ, ຖ້າຊູຊີບຸກໂຈມຕີຈະບໍ່ໄດ້ຜົນດີ, ເວລານີ້ຄວນໃຫ້ກອງທັບໄດ້ພັກຜ່ອນ ໃຫ້ປະຊາລາຊະດອນໄດ້ພັດທະນາການຜະລິດ, ເພື່ອສັງເກດສະພາບການປ່ຽນແປງລະຫວ່າງເມືອງຕ່າງໆ. "ສະນັ້ນ ຂ້າພະບາດແໜງຖືກລົງໂທດປະຫານຊີວິດ, ກໍ່ບໍ່ຍອມເປັນແມ່ທັບທີ່ພາກອງທັບໄປສູ່ຄວາມຫຼົ້ມເຫຼວ.
ເຈົ້າຊີວິດຈ່າວຊຽງຫວັງບໍ່ຟັງຄຳເຫັນຂອງປາຍສິ, ບໍ່ຄຳນຶງເຖິງຜົນໄດ້ຜົນເສຍ, ຊູຊີບຸກໂຈມຕີເມືອງຈ້າວ, ໃນທີ່ສຸດ ກອງທັບເມືອງສິນປະສົບການປະລາໄຊຢ່າງຍ່ອຍຍັບ.
ເມື່ອເວົ້າເຖິງຄຳທີ່ວ່າຖືຜົນປະໂຫຍດເປັນເປົ້າໝາຍກົກຮາກຂອງການລົບເລວແລ້ວ, ຄົນທັງຫຼາຍກໍ່ອາດຈະຄິດເຖິງການຄ້າຂາຍໃນທັນທີ. ມີຄຳສຸພາສິດເວົ້າວ່າ: ຖ້າບໍ່ມີອັນຈະໄດ້ ບໍ່ຫ່ອນລຸກແຕ່ເດິກ. ໃນດ້ານສະແຫວງຫາຜົນປະໂຫຍດດ້ານນີ້, ສົງຄາມກັບການຄ້າແມ່ນຄືກັນ.
ແຕ່ວ່າການຄ້າກັບສົງຄາມຈັ່ງໃດກໍ່ບໍ່ແມ່ນເລື່ອງດຽວກັນ. ໃນສົງຄາມ ສາມາດຫຼິ້ນເລ່ກົນຫຼອກລວງຝ່າຍສັດຕູເພື່ອໃຫ້ໄດ້ຮັບຜົນປະໂຫຍດ, ສ່ວນການຄ້າຂາຍພັດກົງກັນຂ້າມ, ຖ້າອາໄສຫຼິ້ນເລ່ກົນຕົວະຕົ້ມຜູ່ອື່ນເພື່ອສະແຫວງຫາຜົນປະໂຫຍດແລ້ວ ແມ່ນໄປບໍ່ໄກແນ່ນອນ, ມີແຕ່ຄ້າຂາຍຢ່າງສື່ສັດທໍ່ນັ້ນ ຈຶ່ງແມ່ນເສັ້ນທາງຖືກຕ້ອງໃນການສະແຫວງຫາຜົນປະໂຫຍດຍາວນານ. ສະນັ້ນ ໃນວົງການການຄ້າຂອງຈີນຍັງມີຄຳສອນບູຮານວ່າ: ສຸພາບບຸລຸດມັກເງິນຄຳ, ແຕ່ຕ້ອງຫາເອົາດ້ວຍຄວາມມີສິນທຳ. ໃນສັງຄົມສູ່ມື້ນີ້, ກໍ່ເອົາໃຈໃສ່ນຳສັດທາທີ່ສຸດ.
|