ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-27 22:16:46    
ປະ​ມຸກ​ລັດ​ຈີນ​ຟີ​ລິ​ປິນ​ເຈ​ລະຈາ​ກັນ​ແລະ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ເຊົ້າວັນ​ທີ 27 ​ເມສາ,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ກັບທ່ານ​ນາງ​ອາ​ໂລ​ໂຢ ປະທານາ​ທິບໍດີ​ຟີ​ລິບ​ປິນ​ໄດ້​ເຈລະ​ຈາ​ກັນ​ຢູ່​ທຳ​ນຽບ​ປະທາ​ນາທິ​ບໍດີ.ປະມຸກ​ລັດ​ທັງ​ສອງ​ປະ​ເທດສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົວພັນ​ສອງ​ຝ່າຍ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ໄດ້​ຜົນ​ອຸດົມ​ສົມບູນ​ແຕ່​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ 30 ປີ​ມາ​ນີ້,​ແລະ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮູ້​ຄື​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ຕັ້ງ​ໜ້າ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​​ຟີ​ລິບ​ປິນຂະ​ຫຍາ​ຍ​ຕື່ມ​ອີກ,​ເປັນ​ເອກະ​ສັນ​ກັນ​ເຫັນ​ດີ​ນຳ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານຍຸດ​ທະ​ສາດ​ລະຫວ່າງ​ຈີນ​​ຟີ​ລິບ​ປິນ​ເພື່ອ​ສັນຕິ​ພາບ​ແລະ​ການ​ພັດ​ທະນາ.

​ໃນ​ການ​ເຈລະຈາ,ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ການ​ພົວພັນ​ຈີນ​ຟີ​ລິບ​ປິນ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມື​ອງ​ໄດ້​ຮັບ​ການ​ເພີ່ມ​ທະວີຂຶ້ນ​ຢ່າງ​ເດັ່ນ​ຊັດ,ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ທາດ​​ແທ້​ກໍ​ນັບ​ມື້​ນັບ​ເປີດ​ກວ້າງ​ອອກ,ຜົນ​ປະ​ໂຫຍ​ດຮ່ວມ​ກໍ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ.ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໃນປີ 2004 ​ໄດ້​ບັນ​ລຸ 13 ຕື້ 300 ລ້ານກວ່າ​ໂດ​ລາ​ສະຫະລັດ.

ທ່ານ​ຫູ​ຈີນ​ທາວ​ຍັງ​ໄດ້​ວາງ​ຂໍ້​ສະ​ເໜີ​ລະອຽດ​ກ່ຽວ​ກັບ​ການ​ຂະຫຍາຍການ​ພົວພັນ​ລະຫວ່າງ​ຈີນຟີ​ລິບ​ປິນ.ຄື ​ໜຶ່ງ,ສອງ​ຝ່າຍ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ,ຕັ້ງໜ້າ​ປະຕິບັດ​ແຜນການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະ​ຫວ່າງ​ລັດຖະບານ​ທັງ​ສອງ​ປະ​ເທດ.ສອງ,ຊຸກຍູ້​ການ​ຮ່ວມ​ມື​ທາງເສດຖະກິດ​ການ​ຄ້າ​ໄດ້​ຮັບຄວາມ​ຄື​ບໜ້າ​ໃໝ່,ພະຍາຍາມ​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍບັນລຸ​ຄາດໝາຍ 30 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2010.ຝ່າຍ​ຈີນ​ຈະ​ສືບ​ຕໍ່​ເຂົ້າຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ​ທາງ​ລົດ​ໄຟ​ຢູ່ຟີ​ລິບ​ປິນ​ເປັນຕົ້ນຢ່າງ​ຕັ້ງໜ້າ​ແລະ​ອຳນວຍ​ຄວາມ​ສະດວກ​​ໃນ​ການຫ້າງ​ຫາທຶນຕາມ​ຄວາມ​ສາມາດຂອງ​ຕົນ.ສ້າງ​ກົນ​ໄກ​ຮ່ວມ​ມື,​ເຮັດ​ໃຫ້ການ​ຮ່ວມ​ມື​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່​ເປັນ​ເສົາຄ້ຳ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​​ຟີ​ລິ​ບປິນ.ສາມ,ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ,ຍາດ​​ແຍ່ງ​ປະຕິບັດ​ສັນຍາ​ກ່ຽວກັບ​ບໍລິສັດ​ຈີນ ຟີ​ລິບ​ປິນ​ແລະ​ຫວຽດນາມ​ຮ່ວມກັນ​ເຮັດ​ວຽກງານດ້ານ​ແຜ່ນດິນ​ໄຫວທາງ​ທະ​ເລຢູ່ບາງ​​ເຂດ​ຂອງທະ​ເລຈີນ​ໃຕ້​ນັ້ນໂດຍ​ໄວ,ພ້ອມ​ກັນ​ພັດທະນາ​ໃຫ້​ໄດ້​​ໝາກຜົນ​ທີ່​ມີ​ລັກສະນະ​ທາດ​ແທ້.ສີ່,​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ຫາລື​ປ້ອງ​ກັນຄວາມ​ປອດ​ໄພຈີນ​ຟີ​ລິບ​ປິນທີ່​ຫາ​ກໍ່ສ້າງ​ຕັ້ງຂຶ້ນ​ນັ້ນຢ່າງ​ເຕັມທີ່,ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນຄວາ​ມປອດ​ໄພ​ຈີນ​ຟີ​ລິບ​ປິນ​ໄດ້​ຮັບຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້.​ເພີ່ມ​ທະ​ວີການ​ຮ່ວມ​ມື​ຢ່າງ​ບັງ​ເກີດ​ຜົນ​ລະຫວ່າງ​ສອງ​ຝ່າຍໃນຂົງ​ເຂດຕ້ານຢາ​ເສບ​ຕິດ​ແລະ​ໂຈມ​ຕີການ​ຕ້ອງ​ໂທດ​ຂ້າມ​ຊາດ​ຕື່ມ​ອີກ.ຫ້າ,​ເພີ່ມ​ທະວີ​ການ​ແລກປ່ຽນ​ທຸກ​ລະດັບ​ລະຫວ່າງ​ສອງ​ປະ​ເທດ,ຊົມ​ເຊີຍ​ແຂວງ​​ແລະ​ເມືອງ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​​ໄມຕີ​ຈິດ​​.ຫົກ,ຊຸກຍູ້​ການ​ພົວພັນ​ຈີນ-ອາ​ຊຽນ​ມີ​ການ​ຂະຫຍາຍຕົວ​​ໃຫຍ່​ກວ່າ​ເກົ່າ.ສືບ​ຕໍ່​ສະໜັບສະໜູນ​ການ​ສ້າງສາ​ກຸ່ມ​ອາ​ຊຽນ​ແລະ​ຂະ​ບວນ​ເຊື່ອມ​ໂຍງ​ເຂົ້າກັນ,ຊຸກຍູ້​ການ​ສ້າງເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.​ເຈັດ,ພ້ອມ​ກັນ​ປະຕິບັດ​ຄວາມ​ຮູ້​ຄື​ກັນ​ທີ່​​ໄດ້​ກ້າວ​​ເຖິງ​ຂັ້ນຕົກລົງ​ກັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ອາ​ຟຼີກາ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ,ສືບ​ຕໍ່​ເພີ່ມທະວີການ​ປະສານ​ສົມທົບລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໃນ​ສະຫະ​ປະຊາ​ຊາດ ອົງການ​ການ​ຄ້າ​ໂລກ​ແລະ​ອົງການ​ອາ​ເປັກ​ເປັນຕົ້ນ,ພ້ອມ​ກັນ​ປົກ​ປັກ​ຮັກສາສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ​ຂອງ​ປະ​ເທດ​ພວມ​ພັດທະນາ.

ທ່ານ​ນາງ​ອາ​ໂລ​ໂຢ​ເວົ້າວ່າ,ການ​ສ້າງ​ການ​ພົວພັນ​ຮ່ວມ​ມືດ້ານຍຸດ​ທະ​ສາດ​ລະຫວ່າງ​ຟີ​ລິບ​ປິນຈີນ​ເພື່ອສັນຕິພາບ​ແລະ​ການ​ພັດທະນາ​ແມ່ນການ​ເລືອກ​ເອົາ​ທີ່​ສຳຄັນ​ຂອງ​ລັດຖະບານ​ຟີ​ລິບ​ປິນ.ທ່ານ​ຍັງ​ກ່າວ​ລື້ມ​ວ່າ,ລັດຖະ​ບານ​ຟີ​ລິບ​ປິນຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ,​ໂຄລົບ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ.