|
 |
(GMT+08:00)
2005-04-28 14:24:56
|
ກອງປະຊຸມໂຕະມົນອາຊີຄັ້ງທຳອິດຂອງເວທີປາໄສເສດຖະກິດໂລກຈັດຂຶ້ນຢູ່ສິງກະໂປ
cri
Author: sayvanny
ຕາມຂ່າວ CRI:ວັນທີ 28 ເມສາ ກອງປະຊຸມໂຕະມົນອາຊີຄັ້ງປະຖົມມະເລີກຂອງເວທີປາໄສເສດຖະກິດໂລກທີ່ເວທີປາໄສເສດຖະກິດໂລກເຊິ່ງຕັ້ງສຳ ນັກງານໃຫຍ່ຢູ່ເຊີແນວແຫ່ງສວິສແລະກົມພັດທະນາເສດຖະກິດສິງກະໂປຮ່ວມກັນເປັນເຈົ້າພາບໄດ້ໄຂຂຶ້ນຢູ່ສິງກະໂປ.
ກອງປະຊຸມເທື່ອນີ້ຈະຈັດຂຶ້ນສອງມື້, ພາຍໃຕ້ຫົວຂໍ້"ຄວາມຫມາຍຍຸດທະສາດຂອງການພັດທະນາອາຊີ".ຜູ່ຮ່ວມປະຊຸມຈະເຈາະຈົງຫາລືຫົວຂໍ້ທີ່ວ່າ:ຜົນສະທ້ອນຂອງພູມສາດການເມືອງອາຊີທີ່ມີຕໍ່ການຄ້າ,ການສະຫນອງຊັບພະຍາກອນທຳມະຊາດຕົ້ນຕໍໃນອະນາຄົດແລະຜົນສະທ້ອນຕໍ່ການພົວພັນລະຫວ່າງພາກພື້ນ,ການພົວພັນການຄ້າກັບການລົງທຶນທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງຕາເວັນອອກກາງກັບອາຊີ, ອະນາຄົດການເງິນອາຊີທີ່ເຊື່ອມໂຍງເຂົ້າກັນ, ອັດຕາແລກປ່ຽນຂອງເງິນຢວນຈີນແລະບັນຫາອື່ນໆ.
|
|
|