ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-28 23:16:11    
ລົງ​ເລິກ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ສົ່ງ​ເສີມ​ນ້ຳ​ໃຈ​ບັນ​ດຸງ​--ທ່ານ​ລີ​ຈ້າວ​ຊິງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ທີ່ ທ່ານ​ປະ​ທານ​ຫູ​ຈິນ​ທາວ ​ໄດ້​ຮັບ​ໃນ​ການ​ໄປ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ

cri Author: lqz


ແຕ່​ວັນ​ທີ 20 ຫາ​ວັນ​ທີ 28 ​ເມສາ, ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ ​ຢ້ຽມຢາມ​ບຼູ​ໄນ ອິນ​ໂດ​ເນ​ເຊຍ​ແລະ​ຟິລິບ​ປິນທາງ​ລັດຖະກິດ, ​ຍັງ​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ອາ​ຟິຼກ​ກາ​ປີ 2005 ​ແລະ​ການ​ເຄື່ອນ​ໄຫວ​ລະ​ລຶກກອງ​ປະຊຸມ​ບັນ​ດຸ​ງຄົບຮອບ 50 ປີ​ທີ່​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ. ​ໃນ​ການ​ຢ້ຽມຢາມ​ 9 ມື້​ເທື່ອນີ້, ​ໄດ້​ຮັບ​ໝາກ​ຜົນ​ ​ອຸ​ດົມ​ສົມ​ບູນ. ຢູ່​ເທິງ​ຍົນ​ພິ​ເສດ​ບົນ​ເສັ້ນ​ທາງ​ກັບ ​ຄືນ​ປະ​ເທດ, ທ່ານ​ລີ​ຈ້າວ​ຊິງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຕິດ​ຕາມ​ທ່ານ​ຫູ​ຈິນ​ທາວ​ໄປ​ຢ້ຽມ​ຢາມ​ນັ້ນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວທີ່​ຕິດ​ຕາມ​ຄະນະ.

ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນທາວ​ເທື່ອ​ນີ້​ມີ​ຈຸດ​ພິ​ເສດ​ເດັ່ນ 4 ຂໍ້ຄື​ດັ່ງ​ລຸ່ມ​ນີ້:

ໜຶ່ງ ປັບປຸງ​ມິດຕະພາບ​ດັ້ງ​ເດີມ, ​ແຕ່ງບົດ​ໃໝ່​ທີ່​ເປັນ​ບ້ານ​ໃກ້​ເຮືອນຄຽງທີ່​ດີ​ຕໍ່​ກັນ.​

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ປະທານ​ຫູ​ຈິນທາວ​ແລະ​ຊຸນ​ຕັນ​​ໂບນ​ເກ​ຍ​ແຫ່ງ​ບຼູ​ໄນ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສືບ​ຕໍ່​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ລະ​ຫວ່າງ​ຈີນ​ບຼູ​ໄນ, ກັບ​ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ລົງ​ນາມ​ໃນ​ຄຳ​ຖະ​ແຫຼງ​ການ​ຮ່ວມ​ມື​ກ່ຽວ​ກັບ​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ກັບ​ທ່ານ​ນາງ​ອາ​ໂລ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟິລິບ​ປິນ​ຕົກ​ລົງ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ທີ່​​​ເລັ່ງ​ໃສ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ, ​ເຮັດ​ໃຫ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ຈີນ​ກັບ​ສາມ​ປະ​ເທດ​ດັ່ງກ່າວ​ກ້າວ​ເຂົ້າສູ່​ໄລ​ຍະ​ຂະ​ຫຍາຍ​ຕົວ​ໃໝ່.ວັດ​ສະ​ດຸ​ສົງ​ເຄາະ 50 ​ໂຕນ​ທີ່​ຂົນໄປ​ນຳ​ຍົນ​ພິ​ເສດ​ຂອງ​ທ່ານ​ຫູ​ຈິນທາວ​ເພື່ອ​ສົ່ງ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ, ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ລັດຖະບານ​ແລະ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ.

ສອງ: ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ.

ໃນ​ໄລຍະ​ຢ້ຽມຢາມ​ສາມ​ປະ​ເທ​ດດັ່ງກ່າວ, ​ລວມທັງ​ໝົດໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ປະມານ 30 ສະບັບ, ກວມ​ເຖິງ​ຂົງ​ເຂດ​ ການ​ເມືອງ ​ເສດຖະກິດ​ການ​ຄ້າ ຄວາມ​ປອດ​ໄພ ​ ​ວິ​ທະ​ຍາ​ສາດ​ເນັກ​ໂນ​ໂລ​ຊີ ວັດທະນະທຳ ອະນາ​ໄມ ການ​ກູ້​ໄພ ການ​ແລກ​ປ່ຽນ ​ບຸກ​ຄະ​ລາ​ກອນ​ແລະ​ປະ​ຊາ​ຊົນ. ​ການ​ຮ່ວມ​ມືຢ່າງ​ມີ​ໄມຕີ​ຈິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ດັ່ງ​ກ່າວ​ນີ້,​ ຍ່ອມ​ຈະ​​ເພີ່ມ​ຕື່ມ​ພະ​ລັງ​ຊີ​ວິດ​ໃໝ່​​ເຂົ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ສາມ​ປະ​ເທດ​ດັ່ງ​ກ່າວ, ​ໃຫ້​ປະ​ຊາ​ຊົນ ​ຮັບ​ຜົນ​ປະ​ໂຫຍ​ດ, ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ.

ສາມ​,ຊຸກຍູ້​ການ​ຮ່ວມ​ມື​ສັນຕິພາບ​ແລະ​ສະຖຽນລະ​ພາບ​ໃນ​ພາກ​ພື້ນ

ບຼູ​​ໄນ ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນລ້ວນ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ອາ​ຊຽນ.ທ່ານ​ປະທານ​ຫູ​ຈີນ​ທາວ​ກ່າວ​ເນັ້ນວ່າ,ຈີນ​ຍິນ​ດີ​ເພີ່​ມທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດຖານ​ບ້ານ​ໃກ້​ເຮືອນຄຽງກັບ​ບັນດາ​ປະ​ເທດອາ​ຊຽນ,ບັນລຸ​ການ​ພັດທະນາ​ແລະຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ,​​ເພີ່ມ​ທະວີການ​ແລກປ່ຽນ​ແລະ​ປະສານ​ສົມທົບ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.ຈີນ​ສະໜັບສະໜູນ​ຂະ​ບວນ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ,ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີ​ນ-ອາ​ຊຽນ.​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້,ຈີນ​ຍິນ​ດີ​ໂຈະ​ການວິວາດ​ກັນ,ພ້ອມ​ກັນ​ພັດທະນາ.ຜູ້ນຳ​ສາມ​ປະ​ເທດ​ໄດ້​ຕີ​ລາ​ຄາສູງ​ຕໍ່​ບົດບາດທີ່​ມີ​ລັກສະນະກໍ່​ສ້າງຂອງ​ຈີນ​ໃນພາກ​ພື້ນ​ແຫ່ງ​ນີ້.

ສີ່,​ສົ່ງ​ເສີມນ້ຳ​ໃຈ​ບັນ​ດຸ​ງ,​ເກາະ​ແຂນກັນ​ສ້າງ​ອະນາຄົດ​

ກອງ​ປະຊຸມ​ອາຊີ​ອາ​ຟຼີກາ​ໃນ 50 ປີ​ກ່ອນ,​​ເປັນ​ຫຼັກ​ໝາຍ​ທາງ​ແຫ່ງ​ຂະ​ບວນປົດ​ປ່ອຍ​ຊາດ​ອາຊີ​ອາ​ຟຼີກາ,​ໄດ້​ເກີດ​ມີ​ຜົນ​ສະທ້ອນ​ທີ່​ສຳຄັນ​ຕໍ່​ການ​ຂະຫຍາຍການ​ພົວພັນ​ລະຫວ່າງຊາດ.​ໃນ​ມື້​ 50 ປີຫຼັງ,ຜູ້ນຳ​ຂອງ 89 ປະ​ເທດ​​ໄດ້​ເຕົ້າ​ໂຮມ​ກັນ​ອີກ,ຊອກ​ຄົ້ນການ​ພົວພັນ​ອາຊີ​ອາ​ຟຼີກາ​ໃຕ້​ສະຖານະ​ການ​ໃໝ່,ກອງ​ປະຊຸມ​ໄດ້​ປະກາດ​ຄຳ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ໃໝ່​ອາຊີ​ອາ​ຟຼີກາ.

​ໃນ​ກອງ​ປະຊຸມ ທ່ານ​ຫູ​ຈີນ​ທາວ​ໄດ້​ບັນລະຍາຍ​ຄວາມ​ເຫັນ​ແລະ​ເຈດ​ຈຳນົງ​ຂອງ​ຈີນ​ກ່ຽວ​ກັບ​ການສ້າງ​ການ​ພົວພັນໝູ່ຄູ່​ຍຸດ​ທະ​ສາດ​ໃໝ່ອາຊີ​ອາ​ຟຼີກາ,​ໃນ​ນັ້ນລວມທັງ​ຕ້ອງ​ໂຄລົບ​ກັນ​​ແລະສະໜັບສະໜູນ​​ເຊິ່ງກັນ​ແລະ​ກັນທາງ​ການ​ເມືອງ;​ຕ້ອງ​ໃຫ້​ທ່າ​ແຮງ​ຕາບ​ຈູ​ນກັນ,​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທາງ​ເສດຖະກິດ​ແລະ​ອື່ນໆ.ປະ​ເທດພວມ​ພັດທະນາ​ຕ້ອງ​ເພີ່ມທະວີ​ການ​ປະສານ​ສົມທົບໃນ​ວຽກ​ງານ​ເສດຖະກິດ​ສາກົນ,ຊຸກຍູ້​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ເໜືອ​ໃຕ້,ຮັບ​ມື​ກັບສິ່ງທ້າ​ທາຍ​ຈາກ​ເສດຖະກິດ​ໂລກາ​ວິວັດ,ຄວາມ​ເຫັນ​ແລະ​ເຈດ​ຈຳນົງ​ຂອງ​ທ່ານ​ຫູ​ຈີນ​ທາວ​ໄດ້​ຮັບ​ຄວາມ​ເຫັນດີນຳ​ຢ່າງ​ກວ້າງຂວາງ.

​ຕອນ​ສຸດ​ທ້າຍ ທ່ານ​ຫຼີຈ້າວ​ຊິງ​ເວົ້າວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທາວ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ເດັ່ນ​,​ໄດ້​​ບັນລຸ​ຄາດໝາຍ​ທີ່ວາງ​ໄວ້​ກ່ອນ​ຄື ຮັດ​ແໜ້ນມິດຕະພາບ,ຊຸກຍູ້ການ​ຮ່ວມ​ມື​,​ເພີ່ມ​ທະວີ​ຄວາມ​ສາມັກຄີ,​ແລະ​ພ້ອມ​ກັນ​ພັດທະນາ.