ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-28 23:23:08    
ອິນ​ໂດ​ເນ​ເຊຍ ປະ​ເທດ​ເກາະ​ດອນ​ຢູ່ແຖບ​ຮ້ອນ

cri Author: da




ອິນ​ໂດ​ເນ​ເຊຍຕັ້ງ​ຢູ່ເສັ້ນສູນ​ສຸດ,ປະກອບ​ດ້ວຍ​ເກາະ​ນ້ອຍເກາະ​ໃຫຍ່​​ 1 ໝື່ນ 7 ພັນ 508 ​ເກາະຢູ່ລະຫວ່າງ​ມະຫາ​ສະໝຸດ​ປາຊິ​ຟິກ​ແລະ​ມະຫາ​ສະໝຸດອິນ​ເດຍ.​ເນື້ອ​ທີ່​ທາງບົກ​ກວ້າງ 1 ລ້ານ 9 ​ແສນ​ກວ່າ​ກິ​ໂລ​ແມັດ​ມົນທົນ.ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດທີ​ສີ່ທີ່​ມີ​ປະຊາກອນ​ຫຼາຍ​ໃນ​ໂລກ, 215 ລ້ານ​ຄົນ​ແຈກ​ຢາຍຢູ່​ເທິງ​ປະມານ 6000 ​ເກາະ.ອິນ​ໂດ​ເນ​ເຊຍ​ມີ​ 100 ກວ່າ​ຊົນເຜົ່າ,​ໃນນັ້ນ​​ເຜົ່າຊາ​ວາກວມ​ປະຊາ​ກອນ​ທົ່ວ​ປະ​ເທດ 45%.ທົ່ວ​ປະ​ເທດ​ມີປະຊາກອນ 87% ​ເຊື່ອ​ຖື​ສາສະໜາ​ອິສລາມ,​ແມ່ນ​ປະ​ເທດ​ທີ່​ມີຊາວ​ມຸສລິ​ມຫຼາຍ​ກວ່າ​ໝູ່​ໃນ​ໂລກ.​ໃນລາຍການ​ເຂົ້າສູ່​ອາ​ຊຽນພາກ​ນີ້,ດາລາ​ວັນ​ຂໍ​ພາ​ທ່ານ​ໄປ​ທ່ຽວ​ອິນ​ໂດ​ເນ​ເຊຍ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດອາຊີມີ​ປະ​ຫວັດດົນ​ນານ.​​ແຕ່​ຄ.ສ.ສະ​ຕະວັດ​ທີ 3 ຮອດ​ສະຕະວັດ​ທີ 7 ​ໄດ້​ສ້າງ​ຕັ້ງ​ລາຊະ​ອະນາ​ຈັກ​ຢ່າງແຈກ​ຢາຍ.​​ແຕ່ຄ.ສ.​ທ້າຍສະ​ຕະວັດ​ທີ 13 ຮອດຕົ້ນ​ສະຕະວັດ​ທີ 13 ,​ເກາະຊາ​ວາໄດ້​ປະກົດ​ມີ​ປະ​ເທດ​ຈັກກະພັດ​ສັກ​ດິນາມາ​ໂນ​ປາທີ່​​​ເຂັ້ມແຂງ.​ໃນ​ລະຫວ່າງສະ​ຕະວັດ​ທີ 15 ,ປອກ​ຕຸຍ​ການ ​ແອ​ສປາຍ​ແລະ​ອັງ​ກິດ​ເຂົ້າລ່ວງ​ລ້ຳ​.​​ເມື່ອ​ປີ 1596,​ຮອນ​ລັງ​ເຂົາລ່ວງ​ລ້ຳແລະ​ສ້າງຕັ້ງ​ບໍລິສັດ​ອິນ​ເດຍຕາ​ເວັນ​ອອກ​ທີ່​ມີ​ສິດອຳ​ນາດ​ການ​ປົກຄອງ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ປີ 1602,​ເລີ່​ມດຳ​ເນີນ​ການປົກ​ຄອງ​ແບບ​ລ່າ​ເມືອງ​ຂຶ້ນຢູ່​ອິນ​ໂດ​ເນ​ເຊຍ 300 ກວ່າ​ປີ.ປີ 1942 ຍີ່ປຸ່ນ​ເຂົ້າຮຸກ​ຮານ.ປີ 1945 ຍີ່ປຸ່ນ​ຍອມ​ຈຳນົນ,ຢູ່​ອິນ​ໂດ​ເນ​ເຊຍ​ເກີດ​​ການ​ປະຕິວັດ​ສິງ​ຫາ,ວັນ​ທີ 17 ສິງຫາ ອິນ​ໂດ​ເນ​ເຊຍປະ​ກາດ​ເປັນ​ເອກະ​ລາດ,ສ້າງ​ຕັ້ງ​ສາທາ​ລະນະ​ລັດ​ອິນ​ໂດ​ເນ​ເຊຍ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ພູ​ໄຟ,ຢູ່​ທົ່ວ​ປະ​​ເທດ​ມີ​ພູ​ໄຟ 400 ກວ່າ​ໜ່ວຍ,​ໃນ​ນັ້ນມີ​ພູ​ໄຟ​ເປັນ 100 ກວ່າ​ໜ່ວຍ.ຂີ້​ຝຸ່ນພູ​ໄຟ​ແລະ​ນ້ຳຝົນ​ອັນ​ອຸດົມ​ສົມບູນ​ທີ່​​ເກີດ​ຈາກ​ອາກາດ​ ​ທະ​ເລ,​ເຮັດ​ໃຫ້​ອິນ​ໂດ​ເນ​ເຊຍ​ກາຍ​ເປັນໜຶ່ງ​ໃນ​ແຫ່ງ​ຕ່າງໆ​ທີ່​ມີ​ທີ່ດິນ​ມັ່ງ​ມູນທີ່​ສຸດ​ໃນ​​ໂລກ.​ເກາະ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ເຕັມ​ໄປ​ດ້ວຍປ່າ​ໄມ້,ອາກາດ​ຮ້ອນ​ຕະຫຼອດ​ປີ,ຄົນ​ທັງ​ຫຼາຍ​ເອີ້ນອິນ​ໂດ​ເນ​ເຊຍ​ເປັນ"​ຢົກຂຽວ​ຢູ່​ເທິງ​ເສັ້ນສູນ​ສຸດ."

ອິນ​ໂດ​ເນ​ເຊຍຖືກ​ເອີ້ນ​​ເປັນ"​ເກາະ​ປະ​ເສີດຢູ່ແຖບ​ຮ້ອນ",ມີຊັບພະຍາ​ກອນ​ບໍ່​ແຮ່​ສົມບູນ​ຫຼາຍ.ນັບ​ມາ​ຮອດ​ປີ 2003,​ໄດ້​ຢັ່ງ​ແທກ​ຮູ້​ວ່າ ນ້ຳມັນ​ເຊື້ອ​ໄຟ​​ໃຕ້​ດິນມີ 4 ຕື້ 720 ລ້ານບາ​ເລນ,ມີ​ອາຍ​ແກັສທຳ​ມະ​ຊາດ 94 ພັນ 750 ຕື້​ແມັດ​ກ້ອນ.​ ປ່າ​ໄມ້​ມີ 94 ລ້ານ​ເຮັກຕາ,ກວມ​ເນື້ອ​ທີ່ທົ່ວ​ປະ​ເທດ 49%.

ປັດຈຸບັນ ອິນ​ໂດ​ເນ​ເຊຍ​ແມ່ນ​ອົງ​ກອນ​ເສດຖະກິດ​ໃຫຍ່​ກວ່າໝູ່​ຂອງ​ອາ​ຊຽນ,ກະສິກຳ​ແລະ​ອຸດສາຫະກຳ​ນ້ຳມັນ​ເຊື້ອ​ໄຟ​ແມ່ນ​ອຸ​ດສາ​ຫະກຳ​ເສົາຄ້ຳດັ້ງ​ເດີມ.ປະຊາກອນ 59% ຜະລິດ​ກະສິກຳ​ເຊິ່ງລວມທັງ​ຂະ​ແໜງ​ການ​ປ່າ​ໄມ້​ແລະ​ຂະ​ແໜງ​ການ​ປະມົງ,ປະລິ​ມານ​ຜະລິດໝາກ​ກາ​ກາວ ນ້ຳມັນພາມ ຢາງພາລາ​​ແລະພິກ​ໄທ​ເປັນ​ທີ​ສອງ​ໃນ​ໂລກ,ປະລິ​ມານ​ຜະລິດ​ກາ​ເຟ​ເປັນ​ທີ​ສີ່​ຂອງ​ໂລກ.ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ສະມາຊິກ​ໂອ​ເປັກ,​ໃນທ້າຍ​ປີ 2004 ​ໄດ້​ຜະລິດ​ນ້ຳມັນ​ດິບ​ປະມານ 1 ລ້ານ 4 ​ແສນບາ​ເລນຕໍ່​ມື້.ລັດຖະບານ​ອິນ​ໂດ​ເນ​ເຊຍສົນໃຈນຳ​ການທ່ອງທ່ຽວ,​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ,ການທ່ອງທ່ຽວ​ໄດ້​ກາຍ​ເປັນ​ຂະ​ແໜງ​ການ​ສຳຄັນ​ທີ່​ສ້າງ​ລາຍ​ຮັບ​ເງິນ​ຕາຕ່າງປະ​ເທດ.

​ເກາະຊາ​ວາ​ແມ່ນ​ເຂດ​​ເສດຖະກິດ ການ​ເມືອງ​ແລະ​ວັດທະນະທຳ​ຈະ​ເລີ​ນທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ,ຕົວ​ເມືອງ​ສຳຄັນ​ແລະ​ບູຮານ​ນະ​ສະຖານ​​ສຳຄັນ​ຈຳນວນ​ນຶ່ງ​ລ້ວນ​ແຕ່​ຢູ່​​ເທິງເກາະ​ນີ້.ຢາ​ກາກ​ຕາ ນະຄອນຫຼວງ​ອິນ​ໂດ​ເນ​ເຊຍ​ແມ່ນ​ເມືອງ​ໃຫຍ່​ທີໜຶ່ງ​ໃນ​ອາຊີ​ອາຄະ​ເນ,ຕັ້ງຢູ່​ຝັ່ງ​ທະ​ເລ​​ເໜືອ​ຂອງ​ເກາະຊາ​ວາຕາ​ເວັນ​ຕົກ,ມີ​ປະຊາກອນ 8 ລ້ານ 3 ​ແສນ​ກວ່າ​ຄົນ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ສ້າງ​ການ​ພົວພັນ​ການ​ທູດ​ກັບ​ຈີນ​ກ່ອນກວ່າ​ໝູ່.​ໃນ​ເຄິ່ງສະ​ຕະວັດ​ມາ​ນີ້,​ເຖິງ​ວ່າການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່ງ​ຄົດ​ລ້ຽວ​ກໍ​ຕາມ,​ແຕ່​ເວົ້າ​ໃນ​ດ້ານ​ສັງ​ລວມ​ແລ້ວ ຍັງ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ຫຼັງ​ຈາກ​ສອງ​ປະ​ເທດ​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ໃນ​ເດືອນ​ສິງຫາ​ປີ 1990 ບໍ່​ດົນ,ທ່ານ​ຫຼີ​ເພີງ ນາຍົກລັດຖະມົນຕີ​ຈີນກໍ​ໄດ້​ຢ້ຽມຢາມສັນ​ຖາ​ວະ​ໄມຕີ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ,​ເປັນຂີດ​ໝາຍ​ສະ​ແດງ​ໃຫ້​​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເປີດ​ໜ້າ​ໃໝ່.​ໃນ​ຫຼາຍ​ປີ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນ​ອິນ​ໂດ​ເນ​ເຊຍ​ໄດ້​ຂະຫຍາຍຕົວ​ເປັນ​ຢ່າງ​ດີ.ຜູ້ນຳຊັ້ນສູງຂອງ​ສອງປະ​ເທດ​ໄດ້​ສຳຜັດ​ກັນ​ຢ່າງ​ເນື່ອງນິດ,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າ​ງສະພາ ພັກ​ຝ່າຍ ກອງທັບ ຊາວ​ໜຸ່ມ ​ແມ່ຍິງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແຂວງ​ແລະ​ເມືອງ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ ສັງຄົມ ວັດທະນະທຳ ການ​ສຶກສາ​ແລະ​ວິທະຍາສາດ​ເຕັກນິກ​​ໄດ້​ມີ​ຄວາ​ມ​ຄືບ​ໜ້າ​ຫຼາຍ.ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ທັງ​ສອງ​ປະ​ເທດ,ການ​ຄ້າ​ລະຫວ່າງສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ໄວວາ,ຍອດ​ມູນ​ຄ່າການ​ຄ້າລະຫວ່າງ​ສອງ​ຝ່າຍ​ໃນ​ປີ 2004 ​ໄດ້​ບັນລຸ 13 ຕື້ 480 ລ້ານ​ໂດ​ລາ​ສະຫະລັດ,ຈີນ​​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່ຂອງ​ອິນ​ໂດ​ເນ​ເຊຍ.