ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 14:02:34    
ທ່ານ​ປູ​ຕີນ​ຮຽກ​ຮ້ອງ​ໃຫ້​ອິສ​ຣາ​ແອນ​ສະ​ໜັບ​ສະ​ໜູນ​ທ່ານ​ອັບ​ບາສ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 28 ​ເມສາ ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ທີ່​ພວມ​ຢ້ຽມຢາມ​ອິສຣາ​ແອນ​ຢ່າງ​ເປັນ​ທາງ​ການ​ໄດ້​​ເຈລະຈາ​ກັບ​ທ່ານ​ຊາ​ລອນ ນາຍົກ​ລັດຖະມົນຕີ​ອິສຣາ​ແອນ. ທ່ານ​ປູ​ຕິນ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ສະໜັບ​ສະໜູນ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,​ແລະ​ກ່າວ​ວ່າ,ນະ​ໂຍບາຍ​ຂອງ​ອິສຣາ​ແອນ​ທີ່​ໃຊ້​ກຳລັງ​ໜີບ​ທ່ານ​ອັບ​ບາສນັ້ນ​ຈະ​ທຳລາຍ​ຜົນ​ປະ​ໂຫຍດ​ຂອງ​ອິສລາ​ແອນ​ແລະ​ປາ​ເລັສຕີນ.

​ໃນ​ກາ​ນ​ເຈລະຈາ,ທ່ານ​ຊາ​ລອນ​ໄດ້​ປະຕິ​ເສດ​ຂໍ້​ລິ​ເລີ່ມ​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຢູ່​ມົສກູ​ໃນ​ລະດູ​ໃບ​ໄມ້ຫຼົ່ນປີ​ນີ້​ທີ່ທ່ານ​ປູ​ຕິນສະ​ເໜີ​ໃນ​ວັນ​ທີ 27 ​ເມສາ. ທ່ານ​ຊາ​ລອນ​ເວົ້າວ່າ,ຄວນ​ອີງ​ຕາມ​ການ​ກຳນົດ​ໃນ​ແຜນການ"​ແຜນ​ທີ່​ເສັ້ນທາງ​"ສັນຕິພາບ​ຕາ​ເວັນ​ອອກ​ກາງ,ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ໃນ​ໄລຍະ​ທີ​ສອງ​ຂອງ​ການ​ປະຕິບັດ​ແຜນການ​ດັ່ງກ່າວ​.

​ໃນ​ການ​ເຈລະຈາ,ສອງ​ຝ່າຍ​ຍັງ​ມີ​ແຜນ​ສ້າງ​ກົນ​ໄກ​ຮ່ວມ​ກັນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ສອງ​ປະ​ເທດຣັດ​ເຊຍ​ອິສຣາ​ແອນ,​ແລກປ່ຽນ​ຂ່າວ​ຄາວ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢ່າງ​ທັນ​ການ.