ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 14:34:41    
ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ອາ​ເມ​ລິ​ກາ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຊົມ​ເຊີຍ​ອີ​ຣັກ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 28 ​ເມ​ສາ ລັດ​ຖະ​ສະ​ພາ​ແຫ່ງ​ຊາດຂ້າມ​ຜ່ານ​ຂອງ​ອີ​ຣັກ​ໄດ້​ຜ່ານ​ບັນ​ຊີ​ລາຍ​ຊື່​​ສະ​ມາ​ຊິກ​ລັດຖະບານ​ຂ້າມ​ຜ່ານ​ທີ່​ສະ​ເຫ​ນີ​ໂດຍ​ທ່ານ​ຈາ​ຟາ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ດ້ວຍ​ຄະ​ແນນ​ສຽງ​ເກືອບ​ທັງ​ຫມົດ,​ແລະ​ໄດ້​ສ້າງ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ​ພາຍ​ຫລັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​ເກືອບ 3 ​ເດືອນ​.ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ອາ​ເມ​ລິ​ກາ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຕ່າງ​ໄດ້​ອອກ​ຖະ​ແຫລງ​ການ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

​ໃນ​ຖະ​ແຫລງ​ການ, ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ອີ​ຣັກ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ​ຢ່າງ​ສະ​ດວກ​ແມ່ນ​ຫມາກ​ຜົນ​ທີ່​ໄດ້​ຮັບ​ຍ້ອນ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ອີ​ຣັກ​ປຶກ​ສາ​ຫາ​ລື ກັນ​ແບບ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ກວ້າງ​ຂວາງ. ທ່ານ​ກ່າ​ວລື້​ມວ່າ​ອົງ​ການ​ສະ​ຫະ​ປະ ຊາ​ຊາດ​ຈະ​ສືບ​ຕໍ່​ອອກ​ແຮງ​ຊ່ອຍ​ເຫລືອ​ອີ​ຣັກ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເມືອງ.

ທ່ານ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫລງ​ການ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ສະ​ຫນັບ​ສະ​ຫນູນ​ອີ​ຣັກ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂ້າມ​ຜ່ານ,​ແລະ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຕໍ່​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ທີ່​ພົ້ນ​ຕຳ​ແຫນ່ງ.

ຄະນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດ​ຖະ​ສະ​ພາ​ຂ້າມ​ຜ່ານ​ອີ​ຣັກ​ຜ່ານ​ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບານ​ຂ້າມ​ຜ່ານ,​ແລະ​ກ່າວ​ວ່າ​ສະ​ຫະ​ພາບ​ເອີ​ລົບ​ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ​ຈາກ​ສາມ​ດ້ານ​.