ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 17:00:38    
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ມຽນ​ມາ​ເຈ​ລະ​ຈາ​ກັນ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ່ 29 ​ເມສາ, ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກັບ​ທ່ານ​ອູ​ນຽນ​ວິມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ​ໄດ້​ເຈລະຈາ​ກັນ​ຢູ່​ທີ່​ປັກ​ກິ່ງ.

ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ມຽນມາ​ມີ​ທ່ວງ​ທ່າ​ຂະ​ຫຍາຍຕົວ​ເປັນ​ຢ່າງ​ດີ, ລັດຖະບານ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນຊັ້ນ​ສູງ​ກັບ​ມຽນ​ມາ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ການ​ປາບ​ຢາ​ເສບ​ຕິດ, ຊຸກ​ຍູ້​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​. ​ໃນ​ເວລາ​ກ່າວ​ເຖິງ​ສະ​ຖານະ​ການ​ພາຍ​ໃນ​ປະ​ເທດ​ມຽນມາ, ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ວ່າ​ມຽນ​ມາ​ຄົງຮັກສາ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດທະນາ, ຊຸກ​ຍູ້​ຂະ​ບວນວິວັດ​ປອງ​ດອງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ອູ​ນຽນ​ວິມກ່າວ​ວ່າ, ມຽນມາ​ເດັດດ່ຽວ​ສະໜັບສະໜູນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ຮັບ​ຮອງ​​ເອົາ​ກົດໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ. ພ້ອມ​ກັນນັ້ນ ຍິນ​ດີ​ຮັດ​ແໜ້ນ​ການ​ພົວພັນ​ໄມຕີ​ຈິດ​ທີ່​ມີ​ຢູ່​ລະຫວ່າງສ​ອງປະ​ເທດ​ຕື່ມ​ອີກ.