ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 17:36:15    
ການ​ກິນ​ຈຸກ​ຈິກ​ຫຼາຍ​ຈະ​ມີ​ຄວາມ​ອັນ​ຕະ​ລາຍ​ພາ​ໃຫ້​ເປັນ​ມະ​ເຮັງ

cri Author: li
​ຫວ່າງ​ມໍ່ໆ​ນີ້ ການຄົ້ນຄວ້າ​ຂອງ​ນັກ​ໂພຊະ​ນາ​ການ​ອາ​ເມ​ລິ​ກາ​ໄດ້​ຢັ້ງຢືນ​ຜົນ​ທີ່​​ເປັນ​ໜ້າ​ຕື່ນ​ຕົກ​ໃຈ​ຄື: ​ເວົ້າ​ໃນ​ຄວາມ​ໝາຍ​ໃດ​ໜຶ່ງ​ແລ້ວ,ການ​ມັກກິນ​ຈຸກ​ຈິກພໍ​ປານ​ກັນ​ກັບ​ການ​ຖືກ​ລັງສີ,ຈະເຮັດ​ໃຫ້​ຄົນ​ມັກ​ເປັນ​ມະ​ເຮັງ​​ໄດ້​ງ່າຍ. ນີ້​ແມ່ນ​ຍ້ອນ​ວ່າ,ການ​ສັງ​ເຄາະ​​ແລະ​ການ​ສ້ອມ​ແປງ​ DNA ​ເຊິ່ງ​ເປັນ​ວັດຖຸ​ກຳມະພັນ​ຂອງ​ຄົນ​ຕ້ອງການ​ທາດ​ໂຟ​ເລັດ,ວິຕາມິນ​ເບ 12,ວິຕາມິນ​ເບ 6,ວິຕາມິນ​ເຊ,​ແລະ​ວິຕາ​ມິນ​ເອີ​ເປັນຕົ້ນ,ຖ້າ​ທາດ​ບຳລຸງ​ເຫຼົ່ານີ້​ບໍ່​ພຽງພໍ,ກໍຈະ​ພາ​ໃຫ້ DNA ທີ່​ຖືກ​ທຳລາຍສ້ອມ​ແປງ​​ໃຫ້​ດີ​ຄືນບໍ່​ໄດ້,ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ມັນ​ແມ່ນ​ຄ້າຍ​ຄືກັນ​ຫຼາຍ​ກັບ​ການ​ຖືກ​ລັງສີ.

ການ​ທີ່ຄົນ​ເຮົາ​ເອົາ​ໃຈ​ໃສ່​ນຳ​ວິຕາມິນ​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ​ມັນ​ສາມາດ​ປ້ອງ​ກັນ​ພະຍາດຂາດ​ທາດ​ບຳລຸງ​ຕ່າງໆ​ເຊັ່ນ​ພະ​ຍາດ​ເລືອດຂາດ​ວິຕາມິນ​ເຊ​ແລະ​ພະຍາດ​ຕີນ​ຄັນ​ເປັນຕົ້ນ. ​ໃນຫຼາຍປີ​ມາ​ນີ້​ໄດ້ຄົ້ນ​ເຫັນ​ວ່າ,ວິຕາມິນ​ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ປ້ອງ​ກັນ​ມະ​ເຮັງ. ການ​ສຳຫຼວດ​ຫຼາຍ​ລາຍ​ກໍ​ຢັ້ນຢືນ​​ວ່າ,​ເມື່ອ​ທຽບ​ກັບ​ຜູ້​ທີ່​ມີ​ທາດ​ບຳລຸງພຽງພໍ​ແລ້ວ,ຜູ້​​ຂາດ​ວິຕາມິນ​ອາ,ວິຕາມິນ​ເບ 2,ວິຕາມິນ​ເຊ​ແລະ​ວິຕາມິນ​ເອີ​ແຮ່ງ​ມັກ​ເປັນ​ມະ​ເຮັງ​ຫຼາຍກວ່າ,ລວມທັງ​ມະ​ເຮັງ​ປອດ,ມະ​ເຮັງ​ກະ​ເພາະ,ມະ​ເຮັງ​ຕ່ອມ​ນົມ​ແລະ​ມະ​ເຮັງ​ປາກ​ມົດ​ລູກ​ເປັນຕົ້ນ.

​ແຕ່​ລະ​ມື້ ຄົນ​​ເຮົາ​ຕ້ອງການ​​ວິຕາມິນ​ບໍ່ຫຼາຍ. ຄຽງ​ຄູ່​ກັບ​ຈັງຫວະ​ເຮັດ​ວຽກ​ໄວ​ເຂົ້າ​ແລະ​ອາຫານ​ອຸດົມ​ສົມບູນຂຶ້ນ,​ໃນ​ອາຫານ​ການ​ກິນ​ຈຶ່ງ​ມັກ​ຈະ​ຂາດ​​ເຂີນ​ວິຕາມິນ,ນີ້​ແມ່ນ​ຍ້ອນ​ວ່າ​ອາຫານ​ກິນ​ເຫຼັ້ນ​ສ່ວນຫຼາຍ​,​​ເຊັ່ນ​ເຂົ້າໜົມ​ປັງ,ມັນ​ຝຣັ່ງ​ຈືນ,​ເຂົ້າໜົມນ້ຳຕານ,​ໂຊ​ໂກລາ,​ເຄື່ອງ​ດື່ມ​ຫວານ​ແລະ​ອາຫານ​ກຽມ​ໄວ​ມີ​ວິຕາມິນ​ໜ້ອຍ​ທີ່ສຸດ. ​ແຕ່​ວ່າຫຼາຍຄົນ​ບໍ່​ມີ​ເວລາ​ກິນ​ອາຫານ​ເຊົ້າກ່ອນ​ເຂົ້າການ,ຈຶ່ງ​ກິນ​ເຂົ້າໜົມປັງ​ຕາງ​ອາຫານ​ເຊົ້າ,​ຕອນ​ທ່ຽງ​ກໍກິນ​ໝີ່​ຫໍ່,ຄາບ​ຄ່ຳ​ກິນ​ອາຫານ​ແຊ່​ເຢັນ; ​ເມື່ອ​ຫິວ​ເຂົ້າ,ກໍກິນ​ອາ​ຫານ​​ຈຸກ​ຈິກ,ຫິວ​ນ້ຳກໍ​ກິນ​ເຄື່ອງ​ດື່ມ​ຫວານ,ກິນ​ແບບ​ນີ້​ແນ່ນອນ​ຕ້ອງຂາດ​ວິຕາມິນ​. ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນສະໝອງ​ແຮ່ງ​ສິ້ນ​ເປືອງ​ວິຕາມິນ​ຫຼາຍ,ສະນັ້ນ ຈຶ່ງ​ຕ້ອງ​ເພີ່ມ​ຕື່ມ​ວິຕາມິນ​ເລື້ອຍໆ.

ຫຼາຍຄົນ​ຢ້ານ​ສິ່ງ​ເຊື່ອມ​ພິດ,ຢ້ານ​ສີ​ອາຫານ,ຢ້ານ​ຖືກ​ແຜ່​ລັງສີ,​ແຕ່​ພັດ​ບໍ່​ຮູ້​ວ່າ,ການ​ກິນ​ອາຫານ​ຜິດ​ກໍ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່ພາ​ໃຫ້​ເປັນ​ມະ​ເຮັງ. ພະຍາດ​ແລະ​ຄວາມ​ເຈັບ​ປວດ​ທໍລະມານ​ຍ້ອນ​ອາຫານ​ບໍ່​ອະນ​າ​ໄມ​ແມ່ນ​ເຫັນ​​ໄດ້ກັບ​ຕາ​,ອາຫານ​ທີ່​ມີທາດ​ບຳລຸງ​ບໍ່​ສະ​ໝ່ຳສະ​ເໝີ​ກໍຈະ​ນຳ​ເອົາ​ພະຍາດ​ແລະ​ຄວາມ​ເຈັບ​ປວດ​ທໍລະມານ​ມາ​ໃຫ້​ຄົນ​ເຮົາ​ເຊັ່ນ​ດຽວ​ກັນ,​ຍ້ອນ​ວ່າ​ການ​ເປັນ​ພະຍາດ​ນີ້​ຂ້ອນ​ຂ້າງຊັກ​ຊ້າ​, ​ຄົນ​ເຮົາຈຶ່ງ​ມັກ​ປະໝາດ.

​ໃນ​ອາຫານ​ຊະນິດ​ຕ່າງໆ,ຜັກ,ໝາກ​ໄມ້,ປະ​ເພດ​ມັນ,ປະ​ເພດໝາກ​ຖົ່ວ​ເປັນຕົ້ນ​ແມ່ນ​ແຫຼ່ງສຳຄັນ​ຂອງ​ວິຕາ​ມິນ. ຈຸລະ​ທາດໃນ​ອາຫານ​ເຫຼົ່ານີ້​ສ່ວນຫຼາຍ​ແມ່ນ​ທາດ​ບຳລຸງ​ທີ່​ຕ້ານ​ການ​ຫັນ​ເປັນ​ອອກ​ຊີ,ມີ​ບົດບາດ​ກຳຈັດອະນຸ​ມູລະ​ອິດສະຫຼະໃນ​ຮ່າງກາຍ​ຄົນ​ເຮົາ,ສາມາດ​ປ້ອງ​ກັນ​ບໍ່​ໃຫ້ DNA ຖືກ​ທຳລາຍ. ອະນຸ​ມູລະ​ອິດສະຫຼະແມ່ນ​ກຳ​ເນີດຂຶ້ນ​ໄດ້ຈາກ​ສານ​ເຄມີ,​ແສງ​ແດດ​ຕະຫຼອດ​ຮອດ​ອອກ​ຊີ​ແຊນ​ທີ່​ຫາຍ​ໃຈ​​ເອົາຊູ່​ມື້,ຖ້າ​ບໍ່​ມີ​ການ​ປົກ​ປ້ອງ​ຂອງ​ທາດ​ບຳລຸງ​ທີ່​ຕ້ານ​ການ​ຫັນ​ເປັນ​ອອກ​ຊີຊະນິດ​ຕ່າງໆ,ພວກ​ມັນ​ກໍ​ຈະກັບ​ມາ​ທຳລາຍ​ຮ່າງ​ກາຍ,ກໍ​ຄື​ອອກ​ຊີ​ແຊນ​ສາມາດ​​ເຮັດ​ໃຫ້​ເຫຼັກທີ່​ບໍ່​ໄດ້​ທາ​ສີນ້ຳມັນ​ໃສ່​ທາງ​ນອກ​ເຂົ້າ​ຂີ້​ໝ້ຽງ.

ສິ່ງ​ທີ່​ຕ້ອງ​ລະວັງ​ເປັນ​ພິ​ເສດ​ນັ້ນ​ແມ່ນ,ຢາ​ວິຕາມິນ​ບໍ່​ສາມາດ​ເຂົ້າ​ແທນ​ວິຕາມິນ​ໃນ​ອາຫານ​ທຳ​ມະ​ຊາດ​ຢ່າງ​ສົມບູນໄດ້. ​ເພາະວ່າ​ວິຕາມິນ​ມີ​ແຕ່​ປະສົມ​ກັບ​ສານ​ບຳລຸງ​ອື່ນໆ​ໃນ​ອາຫານ​ທຳ​ມະ​ຊາດ​ຈຶ່ງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ປ້ອງ​ກັນ​ມະ​ເຮັງ​ໄດ້​ຢ່າງ​ເຕັມ​ສ່ວນ. ຕົວ​ເລກ​ສຳຫຼວດ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,ຜູ້​ທີ່​ກິນ​ຜັກ,ໝາກ​​ໄມ້​ແລະ​ປະ​ເພດ​ໝາກຖົ່ວ​ໜ້ອຍ​ນັ້ນຈະ​ມີ​ໂອກາດ​ເປັນ​ມະ​ເຮັງຫຼາຍ​ກວ່າຫຼາຍ. ພາຍຫຼັງກິນ​ຂອງຈຸກ​ຈິດ​ແລະ​ອາຫານ​ກຽມ​ໄວ​ຢ່າງ​ຫຼວງຫຼາຍ​ແລ້ວ,​ເຖິງ​ວ່າ​ກິນ​ຢາ​ວິຕາມິນ​​ໃສ່ກໍ​ບໍ່​ສາມາດ​​ໄດ້​ຮັບ​ຜົນ​ຄື​​ກັບ​ກິນ​ອາຫານ​ທຳ​ມະ​ຊາດ.

ຖ້າ​ຢາກ​ປ່ຽນ​ແປງ​ອົງ​ປະກອບ​ອາຫານ​ການ​ກິນ,ກໍ​ບໍ່​ຄວນ​ກິນ​ອາຫານ​ທີ່​ມີ​ທາດ​ບຳລຸງ​ບໍ່ສະ​ໝ່ຳສະ​ເໝີ​ກັນ,ຄວນ​ແຕ່ງກິນ​​ເອງ​ເລື້ອຍໆ,ກິນ​ຜັກ​ສົດ,​ມັນປະ​ເພດ​ຕ່າງໆ​ແລະ​ອື່ນໆ,ຫຼັງຈາກ​ກິນ​ອາຫານ​ສາມ​ຄາບ​ແລ້ວ,​ຕ້ອງ​ກິນ​ໝາກ​ໄມ້​ແລະ​ໝາກ​​ໄມ້ແຫ້ງ,ກິນ​ໝາກ​ຖົ່ວ​ແລະ​ອາຫານ​ທີ່​ເຮັດ​ດ້ວຍ​ໝາກ​ຖົ່ວ​ເຂົ້າ​ແທນ​ອາຫານປະ​ເພດ​ຊີ້ນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ວິທີ​ປ້ອງ​ກັນ​ມະ​ເຮັງ​ທໍ່​ນັ້ນ ​ແລະ​ຍັງ​ແມ່ນ​ວິທີ​ຮັກສາ​ສຸຂະພາບ​ໃຫ້​ມີ​ອາຍຸ​ຍືນ​ໄດ້.