ອົງການການຄ້າໂລກຕັດສິນຂັ້ນສຸດທ້າຍວ່າການເກື້ອກູນສິນຄ້າປະເພດນ້ຳຕານຂອງສະຫະພາບເອີລົບແມ່ນຜິດກົດໝາຍ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ28ເມສາ,ອົງການການຄ້າໂລກໄດ້ຕັດສິນຂັ້ນສຸດທ້າຍຕໍ່ຄະດີເບຼຊີນ,ໄທແລະອົສຕຼາລີຮ້ອງຟ້ອງສະຫະພາບເອີລົບເກື້ອກູນສິນຄ້າປະເພດນ້ຳຕານ,ຢືນຢັນວ່າ,ລັດຖະບານປະເທດສະຫະພາບເອີລົບໃຫ້ຄ່າເກື້ອກູນຕໍ່ສິນຄ້າປະເພດນ້ຳຕານສົ່ງອອກນັ້ນໄດ້ລະເມີດກະຕິກາອົງການການຄ້າໂລກ.
ໃນມື້ດຽວກັນ,ຄະນະກຳມາທິການສະຫະພາບເອີລົບໄດ້ອອກຖະແຫຼງການສະແດງຄວາມເສຍໃຈຕໍ່ການຕັດສິນຂອງອົງການການຄ້າໂລກ,,ແຕ່ກ່າວອີກວ່າຈະຮັບເອົາການຕັດສິນຂັ້ນສຸດທ້າຍດັ່ງກ່າວ.ຖະແຫຼງການຍັງກ່າວວ່າ,ສະຫະພາບເອີລົບຈະປະຕິບັດພັນທະສາກົນທີ່ຕົນຄວນຫາບແບກໃນບັນຫາເກື້ອກູນສິນຄ້າປະເພດນ້ຳຕານທີ່ສົ່ງອອກ,ຈະໃຊ້ມາດຕະການປະຕິຮູບທີ່ຈຳເປັນກ່ອນກອງປະຊຸມຂັ້ນລັດຖະມົນຕີອົງການການຄ້າໂລກທີ່ຈະຈັດຂຶ້ນໃນເດືອນທັນວາປີນີ້.
ເດືອນກໍລະກົດປີ2003,ປະເທດຜະລິດນ້ຳຕານສຳຄັນໃນໂລກຄືເບຼຊີນ,ໄທແລະອົສຕຼາລີໄດ້ຮ່ວມກັນສະເໜີຄຳຮ້ອງຟ້ອງຕໍ່ອົງການການຄ້າໂລກ,ຕິຕຽນສະຫະພາບເອີລົບຂຶ້ນພາສີເພື່ອປົກປ້ອງຜົນປະໂຫຍດຂອງຊາວນາຜະລິດນ້ຳຕານຂອງປະເທດສະມາຊິກສະຫະພາບເອີລົບ,ຮັກສາລາຄາສູງຂອງນ້ຳຕານໃນຕະຫຼາດສະຫະພາບເອີລົບ,ພ້ອມກັນນັ້ນ,ໃຊ້ຮູບການທີ່ລັດຖະບານໃຫ້ຄ່າເກື້ອກູນ,ສົ່ງອອກນ້ຳຕານລາຄາຖືກຢູ່ຕະຫຼາດສາກົນ,ພາໃຫ້ລາຄານ້ຳຕານໃນຕະຫຼາດສາກົນຕົກຕ່ຳລົງ,ອັນໄດ້ທຳລາຍຜົນປະໂຫຍດຂອງຜູ້ຜະລິດນ້ຳຕານຂອງປະເທດອື່ນຢ່າງໜັກໜ່ວງ.
|
|