ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-29 17:54:39    
ກຸ່ມ​​ເລ​ໂນ​ໂວ​ຜະ​ລິດ​ແຜ່ນ​ຊິບ​ປອດ​ໄພ​ແຜ່ນ​ທຳ​ອິດ​ຂອງ​ຈີນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ​ເມສາ ​ແຜ່ນຊິ​ບ"​ເຮີງ​ຈື"​ເລ​ໂນ​ໂວ ​ເຊິ່ງ​ເປັນ​​ແຜ່ນຊິບ​ປອດ​ໄພ​ແຜ່ນ​ທຳ​ອິດທີ່ຈີນ​ຄົ້ນຄວ້າ​ສອງ​ປີນັ້ນ​ໄດ້​ຜະລິດ​ອອກ. ນີ້​ແມ່ນ​ແຜ່ນ​ຊິບປອດ​ໄພ​ຊະນິດ​ທຳ​ອິດ​ທີ່​ຄັ້ງ​ໂຄງການ​ຢູ່ຂອງກົມ​ຄຸ້ມ​ຄອງ​ກົດ​ລັບ​ແຫ່ງ​ຊາດ​ແລະ​ວິ​ສາ​ຫະກິດ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ​ຢ່າງ​ສຳ​ເລັດ​ຜົນ. ​

ນັກ​ຂ່າວ​ໄດ້​ຊາ​ບຈາກ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ກຸ່ນ​ເລ​ໂນ​ໂວ​ຕີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປັກ​ກິ່ງ​ວ່າ,ຄຸນຄ່າ​ອັນ​ສຳຄັນ​ຂອງ​​ແຜ່ນຊິບ​ນ້ອຍໆນີ້​ແມ່ນຢູ່​ບ່ອນທີ່​ວ່າ,ມັນ​ສາມາດ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂັ້ນ​ຮາດ​ແວຢ່າງ​ແຂງ​ແຮງ​ໃຫ້​ແກ່​ຄອມ​ພິວ​ເຕີ​ສ່ວນ​ຕົວ.

​ແຜ່ນ​ຊິ​ບນີ້ມີ​ຈຸດ​ພິ​ເສດ​ສາມ​ຈຸດຄື: ໜຶ່ງ​ແມ່ນ​ມັນ​ມີ​ລະບົບ​ຕ້ານທານ​​ໃນ​ຕົວ. ​ໃນ​ເວລາ​ຄອມ​ພິວ​ເຕີ​ທີ່​ໄດ້​ຕິດຕັ້ງ​​ແຜ່ນຊິບ​ປອດ​ໄພ​ກວດ​ຮູ້​ວ່າ​ລະບົບ​ບໍ່​ຄົບ​ຖ້ວນ​ຍ້ອນ​ຖືກ​ທຳລາຍ​ນັ້ນ,ພາຍ​ໃຕ້​ການ​ປະສານ​ສົມ​ທົບ​ຂອງ​ຊອຟ​ແວ,ມັນ​ຈະ​ຟື້ນ​ຟູ​ລະ​ບົບຢ່າງ​ອັດຕະ​ໂນ​ມັດ,ຮັບປະກັນ​​ໃຫ້​ຄອມ​ພິວ​ເຕີບໍ່ຕາຍ​ຈັກ​ເທື່ອ. ສອງ​ແມ່ນ​ໃນ​ແຜ່ນ​ຊິບມີ​​ເລກປະຈຳ​ຕົວ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຄອມ​ພິວ​ເຕີ​ດັ່ງກ່າວ,ຄ້າຍຄື​ກັບການຈຳ​ແນ​ກລາຍ​ມື,ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ອື່ນ​ສວຍ​​ໃຊ້​ຊື່​ຂອງ​ເຈົ້າຄອມ​ພິວ​ເຕີ​ດຳ​ເນີນ​ການ​ຊື້ຂາຍ​ຢູ່​ອິນ​ເຕີ​ເນັດ​ຢ່າງ​ຜິດ​ກົດໝາຍ. ຈຸດ​ພິ​ເສດ​ທີ​ສາມ​ແມ່ນ​ຮັກສາ​ລູກ​ກະ​ແຈ​ທີ່​ມີ​ກົດ​ລັບ​ນັ້ນ​ໄວ້ຢູ່​​ໃນ​ແຜ່ນ​ຊິບ,​ແຕ່​ບໍ່​​ແມ່ນ​ເກັບ​ໄວ້​​ໃນຮາດ​ດິສຄ໌​ດ້ວຍ​ຮູບ​ການ​ຂໍ້​ມູນ​ເປີດ​ເຜີຍຄື​ເມື່ອ​ກ່ອນ,ສາມາດ​ປ້ອງ​ກັນ​ຢ່າງ​ບັງ​ເກີດ​ຜົນ​ບໍ່​ໃຫ້​ທຳລາຍ​ກົດ​ລັບ​ດ້ວຍ​ຊອຟ​ແວ​ແລະ​ຖືກເຮ​​​ເກີບຸກ​ໂຈມ​ຕີ,ສ່ວນ​ຕົວ​ເລກ​ທີ່​​ໄດ້​ເພີ່ມ​ກົດ​ລັບ​ແລ້ວ​ມີ​ແຕ່​ແກ້​ກົດ​ລັບ​ແລ້ວກວດ​ເບິ່ງ​ໃນ​​ເຄື່ອງຄອມ​ພິວ​ເຕີ​​ເອງ​ຈຶ່ງ​ໄດ້,ປ້ອງ​ກັນ​ບໍ່​ໃຫ້​ຜູ້​ໃຊ້​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຍ້ອນ​ກົດ​ລັບ​ເສຍ​ແລ້ວ​ຫຼື​ຖືກຜູ້​ອື່ນ​ແກ້​ໄດ້.

​​ແຜ່ນຊິ​ບ​ປອດ​ໄພ"​ເຮີງ​ຈື"​ແມ່ນ​ໄດ້​ເພີ່ມ​ຮາດ​ແວ​ບົນ​ພື້ນຖານ​ຄວາມ​ປອດ​ໄພ​ຂອງ​ລະບົບ​ຄອມ​ພິວ​ເຕີ​ເອງ​ໃນ​ອົງ​ປະກອບ​ຂອງ​ຄອມ​ພິວ​ເຕີ​ສ່ວນ​ຕົວ​​ໃນ​ປັດຈຸບັນ. ການ​ປະດິດ​ສ້າງ​ແຜ່ນ​ຊິບ​ຊະນິດ​ນີ້​ໝາຍ​ຄວາມ​ວ່າ,ກຸ່ມ​ເລ​ໂນ​ໂວ​ຈີນ​ຈະ​ບໍ່​ແມ່ນ​ຜູ້​ຕິດ​ຕາມ​ເຕັກນິກ​ຂອງ​ອົງການ​ຄິດ​​ໄລ່​ທີ່​ໄວ້​​ໃຈ​ໄດ້​​ໃນ​ໂລກ​ເຊັ່ນ IBM ,​​ໄມ​ໂຄຼ​ຊອບ,ອິນ​ເທັວ,AMD,​ແລະHP​ເປັນຕົ້ນ,ກໍ​ໄດ້​ກາຍ​ເປັນ​ໂຮງງານ​ໜຶ່ງ​ທີ່​ສາມາດ​ຄົ້ນຄວ້າ​ຜະລິດ​ແຜ່ນ​ຊິບ​ປອດ​ໄພ​ທີ່​ມີ​ຢູ່​ບໍ່ຫຼາຍ​ໃນ​ໂລກ.

ຕາມ​ເຜີຍ​ໃຫ້​ຮູ້​ວ່າ,​ແຜ່ນຊິບ​ປອດ​ໄພ​​ແຜ່ນ​ນີ້​ຈະ​ຖືກ​ນຳ​ໃຊ້​ໃນ​ຄອມພິວ​ເຕີ​ຂອງ​ກຸ່ມ​ເລໂນ​ໂວ​ໃນ​ປີ​ນີ້. ນັກ​ວິຊາການ​ເຫັນ​ວ່າ,ກຸ່ມ​ເລໂນ​ໂວ​ນອກຈາກ​ສາມາດ​ສະໜອງ​ຄອມ​ພິວ​ເຕີ​ທີ່​​ໄວ້​ໃຈ​ໄດ້​ທີ່​ຊາວ​ຈີນ​ຄົ້ນຄວ້າ​ຜະລິດ​ແລະ​ຄວບ​ຄຸມ​​ເອງ​ໝົດໃຫ້​ຜູ້​ໃຊ້​ທຳ​ມະ​ດາ​ແລ້ວ,​ຍັງ​ສາມາດ​ສະໜອງ​ໃຫ້​ພະ​ແນກທີ່​ສະດຸ້ງ​ໄວ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ເຊັ່ນ​ລັດຖະບານ,ກອງທັບ​ແລະ​ອົງການ​ຄົ້ນຄວ້າ​ເຕັກນິກ​ວິທະຍາສາດ​ເປັນຕົ້ນ. ປັດຈຸບັນ ອົງການ​ລັດຖະບານ​ໄດ້​ກວມ​ເອົາ​ປະມານ 60% ຂອງ​ຕະຫຼາດ​ຄອມ​ພິວ​ເຕີ,ກອງທັບ​ກວມ​ປະມານ 10%.

ຕໍ່​ບັນຫາ​ທີ່ວ່າ​ມັນ​ຈະ​ເຮັດ​ໃຫ້​ຕົ້ນທຶນ​ຂອງ​ຄອມ​ພິວ​ເຕີ​​ເພີ່ມ​ຂຶ້ນຫຼາຍ​ບໍ່ທີ່​ຜູ້​​ໃຊ້​ສົນ​ໃຈ​ນັ້ນ,ທ່ານ​ເຮີ​ຈືຊຽງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເລນໂນ​ໂວ​ກ່າວ​ວ່າ,​ແຜ່ນຊິບ​ປອດ​ໄພ​ກວມ​ຕົ້ນທຶນ​ຮາດ​ແວ​ໜ້ອຍ​ທີ່​ສຸດ​,ຄວາມ​ຈິງ​ແລ້ວ,ການ​ສ້າງ​ລະບົບ​ຄວາມ​ປອດ​ໄພ​ທັງ​ໝົດ​ຍັງ​ຕ້ອງການ​ການ​ປະສານ​ສົມທົບ​ຂອງ​ຊອຟ​ແວ,ຕົ້ນທຶນ​ຈະ​ເພີ່ມ​ຂຶ້ນ​ເລັກໜ້ອຍ​.

ອີງ​ຕາມ​ການ​ກຳນົດ​ທີ່​ກ່ຽວຂ້ອງ,ການ​ອອກ​ແບບ,ບຸກ​ເບີກ​ແລະ​ຜະລິດ​ຊິ​ບກົດ​ລັບ​ຂອງ​ຈີນ​ຕ້ອງ​ອາ​ໃສ​ກຳລັງ​ພາຍ​ໃນ​ປະ​ເທດ​ມາ​ຄົ້ນຄວ້າ​​ຜະລິດເອົາ​ເອງ,ບໍ່​ອະນຸ​ຍາດ​ໃຫ້​ໃຊ້​ຜະລິດ​ຕະພັນ​ທີ່​ກ່ຽວ​ຂ້ອງ​ຂອງ​ຕ່າງປະ​ເທດ. ຕໍ່​ໄປ​ພາ​ຍໜ້າ,ຖ້າ​ບໍລິສັດ​ໃຫຍ່​ຕ່າງໆ​ເຊັ່ນ​ເດວ​ແລະ HP ​ເປັນຕົ້ນ​ຢາກ​ຂາຍ​ຄອມ​ພິວ​ເຕີ​ທີ່​ມີ​​ແຜ່ນຊິບ​ປອດ​ໄພ​ຢູ່​ຕະຫຼາດຈີນ​ ​ເຂົາກໍ​ຕ້ອງ​ໃຊ້​ຊິບ"​ເຮີງ​ຈື"ຂອງ​ກຸ່ມ​ເລໂນ​ໂວ. ທ່ານ​ເຮີ​ຈືຊຽງ​ກ່າວ​ວ່າ,ຊິ​ບປອດ​ໄພ​ຈະ​ຈຳໜ່າຍ​ຕາມ​ກະຕິ​ກາ​ຕະຫຼາດ,ມັນ​ຈະ​ສະໜັບ​ສະໜູນ​ຄອມ​ພິວ​ເຕີ​ທີ່​ຂາຍ​ຢູ່​ຈີນ​ທັງ​ໝົດ.