ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-30 15:39:19    
ການ​ປຶກສາ​ຫາລື​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຈີນ​ອາ​ຊຽນ​ຄັ້ງ​ທີ 11 ​ໄດ້​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້

cri Author: mo
ຕາມ​ຂ່າວ​ສານຊີ​ນຮວາ: ການປຶກສາ​ຫາລືຂອງ​ເຈົ້າໜ້າ​ທີ່ຊັ້ນສູງຈີນ​ອາຊຽນຄັ້ງທີ 11 ​ໄດ້​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໃນວັນ​ທີ 29 ​ເມສາ. ​ເຈົ້າໜ້າ​ທີ່​ຊັ້ນສູງຫຼືຜູ້ຕາງໜ້າ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ 10 ປະ​ເທດ​ອາຊຽນ, ພ້ອມ​ດ້ວຍ​ເລ​ຂາ​ທິການ​ອົງການ​ອາຊຽນ​ຕ່າງ​ໄດ້​ນຳພາ​ຄະນະ​ເຂົ້າຮ່ວມ​ກອງ​ປະຊຸມ.

ບັນດາ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ. ​ເຫັນ​ດີ​ຈັດ​ເອົາ​ການ​ຄົມ​ມະ​ນາ​ຄົມ, ພະລັງງານ, ວັດທະນະທຳ, ການທ່ອງທ່ຽວ​ແລະ​ສາທາລະນະ​ສຸກ​ເປັນ​ 5 ຂົງ​ເຂດ​ຮ່ວມ​ມື​ຈຸດ​ໜັກອັນ​ໃໝ່.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ວຽກ​ງານ​ສາກົນ​ແລະ​ພາກພື້ນ, ​ໂດຍສະ​ເພາະ​ແມ່ນ​ບັນຫາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ການ​ພົວພັນ​ລະຫວ່າງ​ມະຫາປະ​ເທດ​, ການ​ປະຕິ​ຮູບ​ສະຫະ​ປະຊາ​ຊາດ​ແລະ​ອື່ນໆ. ອາຊຽນ​ໄດ້ຍ້ອງຍໍຈີນທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເພື່ອ​ປົກ​ປັກຣັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫລີ.