ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-01 18:54:35    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີ​ຣັກ​ຄັ້ງ​ທີ 8 ​ໄດ້​ອັດ​ລົງ

cri

ຕາມ​ຂ່າວCRI: ວັນ​ທີ 30 ​ເມສາ​ຢູ່​ອິສຕານ​ບູນ​ເຊິ່ງ​ເປັນ​ຕົວ​ເມືອງ​ໃຫຍ່​ກວ່າ​ໝູ່​ຂອງ​ຕວກກີ, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກຄັ້ງ​ທີ 8 ທີ່​ໄຂ​ເປັນ​ເວລາ 2 ມື້​ໄດ້ອັດ​ລົງ. ​ໃນ​ເວລາ​ອັດກອງ​ປະຊຸມ​​ໄດ້​​ຜ່ານ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງລັດຖະບານ​ອີຣັກຊຸດ​ໃໝ່​, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ສະ​ໜອງ​ການ​ຊ່ອຍ​​ເຫຼືອ​ໃຫ້​ລັດຖະບານ​ອີຣັກຊຸດ​ໃໝ່​ແລະ​ຂະ​ບວນວິວັດ​ການ​ເມືອງ​ຂອງ​ອີຣັກ.

ວັນ​ທີ 30 ​ເມສາ​​ໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ ​ເຈ​ປາຣີ ລັດ​ຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣັກ​ກ່າວ​ວ່າ, ອີຣັກຄອງ​ຄອຍ​ປະ​ເທດ​​ອ້ອມ​ຂ້າງສົ່ງ​ສະ​ໜອງ​ການ​ຊ່ອຍ​​ເຫຼືອ​ຫຼາຍ​ກວ່າ​​ເກົ່າ​ໃຫ້​ແກ່​ອີ​ຣັກ​ໃນ​ດ້ານ​ຕ້ານການ​ຫຼອນໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ແລະຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ເປັນ​ຕົ້ນ. ທ່ານຍັງ​ໄດ້​ຮຽກຮ້ອງ​ໃຫ້​ຫຼຸດ​ແລະ​ຍົກ​ເວັ້ນໜີ້​ສິນ​ຂອງ​ອີຣັກ.ວັນ​ທີ 30 ​ເມສາ, ທ່ານ ຊາ​ເລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງປະ​ເທດຊີ​ເລຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະກາດ​ວ່າ, ຊີ​ເລຍ​​ໄດ້​ຕົກ​ລົງ​ຟື້ນ​ຟູ​ສາຍ​ສຳ​ພັນ​ທາງ​ກາ​ນທູດ​ກັບ​ອີຣັກທີ່​ໄດ້​ຂາດສະບັ້ນ​ເປັນ​ເວລາ 20 ກວ່າ​ປີ