ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Apr 22th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-02 20:34:28    
ການ​ຊ້ອມ​ລົບ​ຮ່ວມ​ຂອງ​ຫຼາຍ​ປະ​ເທດ​ຊື່​"ງູ​ເຫົ່າ​ສີຄຳ"ໄດ້​ຈັດ​ຂຶ້ນ​ຢູ່​ໄທ

cri

ຕາມ​ຂ່າວCRI: ວັນ​ທີ 2 ພຶດສະ​ພາ ຢູ່​ນະ​ຄອນ ຊຽງ​​​ໃໝ​ທີ່​ພາກ​ເໜືອ​ຂອງ​ໄທ, ​ໄດ້​ຈັດ​ການ​ຊ້ອມລົບ​ຮ່ວມ​ຂອງ​ຫຼາຍ​ປະ​ເທດ​ທີ່​​ຊື່ວ່າ"ງູ​ເຫົ່າ​ສີຄຳ05".

ທະ​ຫານ 6000 ກວ່າ​ຄົນ​ທີ່​ມາ​ຈາກ​ໄທ ອາ​ເມ​ລິ​ກາ ສິງ​ກະ​​ໂປ​ແລະ​ຍີ່ປຸ່ນ​ຈະ​ເຂົ້າ​ຮ່ວມ​ການຊ້ອມລົບ​ຮ່ວມ​ເທື່ອ​ນີ້​ທີ່ຈະ​ຈັດ​ເປັນ​ເວລາ 11 ມື້. ນອກ​ນີ້​, ຈີນ ຟຼັ່ງ ສ.​ເກົາຫຼີ ​ອິສຣາ​ແອນ ນູ​ແວງ​ເຊ​ລັງ​ແລະ​ປາ​ກີ​ສະຖານ​ເປັນ​ຕົ້ນ​ກໍ​ຈະ​ແຕ່ງ​ນັກ​ສັງ​ເກດ​​ການໄປ​ຊົມການ​ຊ້ອມລົບ.

ຫົວ​ຂໍ້ຂອງ​​ການ​ຊ້ອມ​ລົບຮ່ວມ​​ໃນ​ປີ​ນີ້​ແມ່ນ"​ເກາະ​ແຂນ​ກັນ​ສ້າງ​ອະນາ​ຄົດ​ທີ່ປອດ​ໄພ". ​ໂດຍ​ແນໃສ່​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເກີດ​​ເມື່ອ​ທ້າຍ​ປີ​ກາຍ​ນີ້, ຈຸດ​ໜັກ​ຂອງ​ການຊ້ອມ​ລົບ​ຮ່ວມ​ປີ​ນີ້​ແມ່ນ​ການ​ຊ່ອຍ​ກອບ​ກູ້​​ແບບ​ມະນຸ​ດສະ​ທຳ​ສາກົນ​ແລະ​ວຽກ​ງານ​ຫຼຸດໄພ​ທຳ​ມະ​ຊາດ​​ເຊັ່ນ​ຄື້ນຊູ​ນາ​ມີ ​ແຜ່ນ​ດິນ​ໄຫວ​ເປັນ​ຕົ້ນ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040