ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-03 10:45:47    
ເພງ​ອອກ​ແຮງ​ງານ​(ສຽງ)

cri Author: huachunmei
ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ສະບາຍດີ, ​ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ​ຂ້າພະ​ເຈົ້າແມ່ນ​ສົມບູນ. ​ໃນ​​ໂອກາດ​ທີ່​ວັນ​ກຳມະກອນ​ສາກົນ 1 ພຶດສະພາ​ວຽກ​ມາ​ເທິງ​ນີ້, ພວກ​ເຮົາ​ໄດ້​ຈັດເພງ​ຈີນ​ປະມວນ​ໜຶ່ງ​ທີ່​ກ່ຽວກັບການ​ອອກ​ແຮງ​ງານມາສູ່​ທ່ານ​ຟັງ, ຄິດ​ວ່າ, ທ່ານຄົງ​ຈະ​ມັກ​ຟັງ.

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ທີ່​ທ່ານ​​ຟັງ​ມາ​ນັ້ນ​ແມ່ນ​ເພງ​​ເດັກ​ນ້ອຍ​ທີ່​ໃຊ້​ສຽງ​ເພງ​ອັນ​ໜ້າ​ຮັກ​ແລະ​ຄວາມ​ເວົ້າ​ອັນ​ໄຮ້​ດຽງ​ສາ​ບອກ​ເຫດ​ຜົນ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ວ່າ,​ ການ​ອອກ​ແຮງ​ງານ​ມີ​ກຽດ​ທີ່​ສຸດ. ​ເນື້ອ​ເພງ​ມີ​ຢູ່ງ​ວ່າ, "ພໍ​​​ແສງ​​ຕາ​ເວັນ​ສີ​ຄຳ​ໂພ່​ຂຶ້ນ, ​ໄກ່​ຜູ້​ຂັນ​ສາມ​ເທື່ອ. ​ດອກ​ໄມ້​ຕື່ນ​ນອນ, ນົກ​ນ້ອຍ​ຂຸ້ນ​ແຕ່ງ​ຕົວ, ນົກ​ແຊວ​ປຸກ​ເຮືອນ, ​ແມງ​ເຜິ້ງ​ນ້ອຍ​ເກັບ​ນ້ຳ​ເຜິ້ງ, ​ຊີ​ວິດ​ອັນ​ສຸກ​ສັນ​ມີ​ຂຶ້ນ​ແນວ​ໃດ,​ ຕ້ອງ​ສ້າງ​ເອງ​ດ້ວຍ​ການ​ອອກ​ແຮງ​ງານ​. ​ໃບ​ໄມ້​ສີ​ຂຽວ, ​ດອກ​ໄມ້​ສີ​​ແດງ, ​ແມງ​ກະ​ເບື້ອ​ນ້ອຍ​ມົວ​ແຕ່​ຫຼິ້ນ, ​ບໍ່​ມັກ​ອອກ​ແຮງ​ງານ, ​ບໍ່​ມັກ​ຮຽນ, ​ພວກ​ເຮົາ​ຢ່າ​ເຮັດ​ຄື​ກັນ, ​ຕ້ອງ​ຮຽນ​ແບບ​ນົກ​ແຊວ​ປຸກ​ເຮືອນ, ​ຮຽນ​ແບບ​ແມງ​ເຜິ້ງ​ເກັບ​ນ້ຳ​ເຜິ້ງ, ​ອອກ​ແຮງ​ງານ​​ມ່ວນ​ຊື່ນ, ​ອອກ​ແຮງ​ງານ​ມີ​ກຽດ​ກວ່າ​ເພິ່ນ."

​​​ໃນ​ເພງ​ຕໍ່​ໄປ​ໄດ້ປຽນ​ດວງ​ຕາ​ເວັນ​​ເປັນ​ກະ​ສວຍ​ຄຳ, ​ປຽນ​ດວງ​ເດືອນ​​ເປັນ​ກະ​ສວຍ​ເງິນ, ລະ​ດົມ​ໃຈ​ໃຫູ້​ຄົນ​ທັງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ຢ່າ​ເສຍ​ເວ​ລາ​ອັນ​ລ້ຳ​ຄ່າ, ​ຕ້ອງ​ສ້າງ​ຊີ​ວິດ​ອັນ​ຜາ​ສຸກ​ດ້ວຍ​ການ​ອອກ​ແຮງ​ງານ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "ດວງຕາ​ເວັນ​ຄື​ກະ​ສວຍ​ຄຳ​, ດວງ​ເດືອນ​ຄື​ກະ​ສວຍ​ເງິນ, ​ມອບ​ໃຫ້​ເຈົ້າ, ມອບ​ໃຫ້​​ຂ້ອຍ, ​ເບິ່ງ​ວ່າ​ໃຜ​ສາ​ມາດ​ຕ່ຳ​ແຜ່ນ​ແຫ່ງ​ຊີ​ວິດ​ທີ່​ງາມ​ກວ່າ​ໝູ່. ​ກະ​ສວຍ​ຄຳ​ ກະ​ສວຍ​ເງິນ​ສອດ​ໄປ​ສອດ​ມາ​ທັງ​ເວັນ​ຄືນ, ​ເວລາ​ຜ່ານ​ໄປ​ປານ​ນ້ຳ​​ໄຫຼ, ​ເຕືອນ​ໃຫ້​ຊາວ​ໜຸ່ມ​ພວກ​ເຮົາ​ເຈົ້າ​​ແລະ​ຂ້ອຍ​ຈົ່ງ​ບຸກ​ບືນ​ຫ້າວ​ຫັນ, ​ຢ່າ​ເຄີກ​ເວ​ລາ​ອັນ​ລ້ຳ​ຄ່າ, ​ເຈົ້າ​ກໍ​ຕ່ຳ, ​ຂ້ອຍ​ກໍ​ຕ່ຳ, ​ຕ່ຳ​ແຜ່ນ​​ແພ​ແຫ່ງ​ໄວ​ໜຸ່ມທີ່​ງາມ​ສະ​ຫງ່າ."

​ທ່ານ​ຜູ້​ຟັງ​ທີ່​ຮັກ​​ແພງ, ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ ​ເສົາ​ຢວນ​ເຕິ່ງ​ກ່ວງ ​ແສງ​ໄຟ​ຢູ່​ເທິງ​ທົ່ງ​ຫຍ້າ. ​ເພງ​ນີ້​ໄດ້​ສັນ​ລະ​ເສີນ​ກຳ​ມະ​ກອນ​ໄຟ​ຟ້າ​​ທີ່​ໃຊ້​ນ້ຳ​ເຫື່ອ​ນ້ຳ​ແຮງ​ຂອງ​ຕົນ, ​ເຮັດ​ໃຫ້​ທົ່ງ​ຫຍ້າ​ສວຍ​ງາມ​ກວ່າ​ເກົ່າ​​. ​ເນື້ອ​ເພງ​ມີ​ຢູ່​ວ່າ: "​ແສງ​ໄຟ​ເທິງ​ທົ່ງ​ຫຍ້າ​ຈັ່ງ​ແມ່ນ​ແຈ້ງ​ສະ​ຫວ່າງ, ​ນິ​ຄົມ​ລ້ຽງ​ສັດ​ແຈ້ງ​ຮູ້​ເຮືອງ. ​ທົ່ງ​ຫຍ້າ​ເກົ່າ​ແກ່​ປ່ຽນ​ໂສມ​ໜ້າ​ໃໝ່, ​ກຳ​ມະ​ກອນ​ໄຟ​ຟ້າ​​ເອົາ​ໂຊກ​ມາ​ໃຫ້​ທົ່ງ​ຫຍ້າ. ​ແສງ​ໄຟ​ນຳ​​ເອົາ​ຄວາມ​ຄຶດ​ອັນ​ກວງ​ໄກ, ນຳ​ເອົາມາ​ຄວາມ​ຫວັງ​ອັນ​ດີ​ງາມ​ມາ​ໃຫ້​ພວກ​ເຮົາ, ​ແສງ​ໄຟ​​ເຮັດ​ໃຫ້​ບ້ານ​ເກີດ​ເຮົາ​ມີ​ອະ​ນາ​ຄົດ​ຈະ​ເລີນ​ຮຸ່ງ​ເຮືອງ​ກວ່າ​ເກົ່າ."

1  2