ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-04 17:56:53    
ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ອີ​ຣັກ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ

cri Author: q
CRIລາຍ​ງານ​ວ່າ, ວັນ​ທີ3​ພຶດສະພາ,ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ໄດ້​ຈັດ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງຢູ່​ແບກ​ແດດ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ອີ​ຣັກ​ທີ່​ນຳ​ໂດຍ​ທ່ານ​ຈາ​ຟາ​ລີ ຜູ້ນຳ​ນິກາຍ​ຊີ​ອິດ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.

ລັດຖະບານ​ຂ້າມ​ຜ່ານ​ໄດ້​ປະກອບ​ດ້ວຍ37​ຕຳ​ແໜ່​ງ​ເຊິ່ງລວມທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.​ແຕ່​ໃນ​ວັນ​ທີ3​ພຶດສະພາ, ສະມາຊິກ​ຄະນະ​ລັດຖະບານພຽງ28​ທ່ານ​ເທົ່າ​ນັ້ນ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ.​ໃນ​ບັນ​ຊີ​ລາຍ​ຊື່​ສະມາຊິກ​ລັດຖະບານ​ຢ່າງ​ເປັນ​ທາ​ງການ​ທີ່​ທ່ານ​ຈາ​ຟາ​ລີ​ປະ​ກາດ​ນັ້ນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ຕຳ​ແໜ່​ງ,ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ,ລັດຖະມົນຕີ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ,​ລັດ​ຖະ​ມົ​ນ​ຕີ​ກະຊວງ​ ​ໄຟຟ້າ,ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ແລະ​ລັດຖະມົນຕີ​ສິດທິ​ມະນຸດ​ຍັງ​ເປົ່າ​ຫວ່າງ​ຢູ່.

ໃນ​ຫຼາຍ​ມື້​ມາ​ນີ້,ພັກ​ ​ຕົ້ນຕໍ​​ໃນ​ສະພາ​ຂ້າມ​ຜ່ານ​ໄດ້​ເຈລະຈາ​ກັນ​ຢ່າງ​​ເຄັ່ງ​ຮ້ອນ​ໂດຍ​ໝູນ​ອ້ອມ​ຜູ້​ຈະຮັບຕຳ​ແໜ່​ງ​ດັ່ງກ່າວ​ໂດຍ​ຕະຫຼອດ.​ແຕ່​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ໃນ​ຂັ້ນ​ສຸດ​ທ້າຍ​ກ່ອນ​ ​ພິທີ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ.

ທ່ານ​ຕາລາ​ບາ​ນີ ປະທານາທິບໍດີ​ຜູ້​ໃໝ່,ທ່ານ​ອານ​ມາ​ເຮີ​ຕີ ຮອງ​ປະທາ​ນາ​ທິ​ບໍ​ດີ​ແລະ​ທ່ານ​ອານ​ຮາ​ຊາ​ນີ ປະທານ​ສະພາ​ຂ້າມ​ຜ່ານຂອງ​ອີຣັກ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ3​ພຶດສະພາ.​ແຕ່​ຜູ້ນຳ​ນິກາຍ​ຊຸນ​ນິດ​ງວດ​ໜຶ່ງ​ເຊິ່ງລວມທັງ​ທ່ານອານ​ຢາ​ວາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ບໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.