ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-04 21:12:17    
ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ(ສຽງ)

cri Author: q

CRIລາຍ​ງານ​ວ່າ,ວັນ​ທີ3​ພຶດສະພາ,ລັດຖະບານ​ຂ້າມ​ຜ່ານ​ ​ອີຣັກ​ໄດ້​ຈັດ​ພິທີ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງຢູ່​ແບກ​ແດດ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,ລັດ​ຖະ​ບານ​ຊຸດ​ທຳ​ອິດ​ຂອງ​ອີ​ຣັກ​ທີ່​ປະ​ຊາ​ຊົນ​ເລືອກ​ຕັ້ງ​​ມາ​ແລະນຳ​ໂດຍ​ທ່ານ​ຈາ​ຟາ​ລີ ຜູ້ນຳ​ນິກາຍ​ຊີ​ອິດ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ,ຂະ​ບວນວິວັດ​ການ​ສ້າງສາ​ຄືນ​​ໃໝ່​ທາງ​ການ​ເມືອງ​ຂອງ​ອີຣັກ​ໄດ້​ຢ່ວງ​ບາດກ້າວ​ສຳຄັນ​ກ້າວ​ໜຶ່ງ.

ພິທີ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​​ໃນ​ເຂດ​ສີຂຽວ​ຢູ່​ແບກ​ແດດ.​ລັດ​ຖະ​ບານ​ຂ້າມ​ຜ່ານ​ປະ​ກອບ​ດ້ວຍ​37​ຕຳ​ແໜ່​ງ​ເຊິ່ງ​ລວມ​ທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ໃນ​ນັ້ນ,​ສະ​ຫະ​ພັນ​ສາ​ມັກ​ຄີ​ອີ​ຣັກ​ນິ​ກາຍ​ຊີ​ອິດ​ທີ່​ໄດ້​ຮັບ​​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ທ້າຍ​ເດືອນ​ມັງ​ກອນ​ປີ​ນີ້​ໄດ້15​ຕຳ​ແໜ່​ງ,​ສະ​ຫະ​ພັນ​ເຄີ​ດ​ໄດ້7​ຕຳ​ແໜ່​ງ.ວັນ​ທີ3​ພຶດ​ສະ​ພາ,​ ສະ​ມາ​ຊິກ​ລັດ​ຖະ​ບານ​ມີ​ແຕ່​28​ຄົນ​ເທົ່າ​ນັ້ນ​ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ. ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ຕຳ​ແໜ່ງ​ແລະ​ລັດ​ຖະ​ມົນ​ຕີ​ຫ້າ​ຕຳ​ແໜ່ງ​ເຊິ່ງ​ລວມ​ທັງ​ລັດ​ຖະ​ມົນ​ຕີ​ກະ​ຊ້ວງ​ປ້ອງ​ກັນ​ປະ​ເທດ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ຍັງ​ເປົ່າ​ຫວ່າງ​ຢູ່.​ຍ້ອນ​ວ່າ​ບັນດາ​ຝ່າຍ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ປະ​ກອບ​ລັດ​ຖະ​ບານ​ໃນ​ຂັ້ນ​ສຸດ​ທ້າຍ,​ທ່ານ​ອານ​ຢາ​ວາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ,​ຜູ້​ນຳ​ນິ​ກາຍ​ຊຸນ​ນິດ​ແລະ​ທ່ານ​ອາ​ລາ​ວີ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ບໍ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ.

ສື່​ມວນ​ຊົນ​ອາລັບຊີ້​ອອກ​ວ່າ, ໃນ​ພິທີ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ໄດ້​ປະກົດ​ມີ​ສະພາບ​ທີ່​ບໍ່​ກົມກຽວ​ກັນ​ຕ່າງໆ,ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ,​ບັນ​ດາ​ຝ່າຍ​ຂອງ​ອີ​ຣັກ​ຍັງ​ຄົງ​ມີ​ຄວາມ​ເຫັນ​ຂັດ​ກັນ​ບໍ່​ໜ້ອຍ​ໃນ​ການ​ແບ່ງ​ປັນ​ຕຳ​​ແໜ່​ງ​ໃນ​ລັດ​ຖະ​ບານ.​ກ່ອນ​ອື່ນ,​ໃນ​ບັນ​ຫາ​ຜູ້​ຈະ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ.ນິກາຍ​ຊີ​ອິດ​ແລະ​ຊາວ​ເຄີ​ດລ້ວນ​ແຕ່​ເຫັນ​ດີ​​ເອົາ​ຕຳ​​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃຫ້​ນິກາຍ​ຊຸນ​ນິດ,​ແຕ່​ວ່າ, ສອງ​ຝ່າຍ​ດັ່ງກ່າວ​ພັດ​​ຄັດຄ້ານ​ສະມາຊິກ​ພັກ​ຟື້ນ​ຟູ​ສັງຄົມ​ອາ​ລັບ​ເຊິ່ງ​ເປັນ​ອະດີດ​ພັກ​ຄອງ​ອຳນາດ​ໃນ​ນິກາຍ​ຊຸນ​ນິດ​ດຳລົງ​ຕຳ​ແໜ່​ງດັ່ງກ່າວ.ຕາມ​ລາຍ​ຊື່​ທີ່​ນິ​ກາຍ​ຊຸນ​ນິດ​ສະ​ເໜີ​ນັ້ນ,​ທ່ານ​ອາ​ຮາ​ແມັດ​ລີ​​ແກັນ​ແມ່ນ​ນາຍ​ພົນ​ຜູ້​ໜຶ່ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຊັດ​ດາມ.ນອກ​ນີ້,ຜູ້​ຈະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ,​ສະ​ນັ້ນ,​ອາ​ເມ​ລິ​ກາ​ໃຊ້​ຜົນ​ສະ​ທ້ອນ​ເລື້ອຍໆ​ໃນ​ບັນ​ຫາ​ປະ​ກອບ​ລັດ​ຖະ​ບານ​ອີຣັກ​ນັ້ນ​ກໍ​ໄດ້​ເຮັດ​ໃຫ້ການ​ປະ​ກອບ​ລັດ​ຖະ​ບານ​ອີຣັກ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ກວ່າ​ເກົ່າ.

ສອງ, ລັດ​ຖະມົນ​ຕີ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ​ເຊິ່ງ​ເປັນ​ຕຳ​ແໜ່​ງທີ່​ເປັນ​ຂໍ​ກະ​ແຈ​ໃນ​ລັດ​ຖະ​ບານ​ແມ່ນ​ສະຫະພັນ​ເຄີ​ດຫວັງ​ຢາກ​ໄດ້,​ແຕ່​ປັດຈຸບັນ,ຕຳ​ແໜ່​ງດັ່ງກ່າ​ວຍັງ​ເປົ່າ​ຫວ່າງ​ຢູ່,​ ທ່ານ​ຊາ​ລາ​ບີ ຜູ້ນຳ​ສະຫະພັນ​ສາມັກຄີ​ອີຣັກ​,ຮອງ​ນາຍົກລັດ​ຖະ​ມົນ​ຕີ​ລັດ​ຖະ​ບ້ານ​ຂ້າມ​ຜ່ານເປັນ​ຜູ້​ດຳ​ລົງ​ຕຳ​ແໜ່​ງ​ແທນ​ຊົ່ວ​ຄາວ.ທ່ານ​ຊາ​ລາ​ບີ​ບໍ່​ມີ​ປະ​ສົບ​ການ​ດ້ານ​ການ​ຄຸ້ມ​ຄອງ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ເຊື້ອ​ໄຟ,ສະ​ນັ້ນ,​ຈິ່ງ​ຖືກ​ ​ຝ່າຍ​ອື່ນໆ​ເຊິ່ງ​ລວມ​ທັງ​ສະ​ຫະ​ພັນ​​ເຄີດ​ຕິ​ຕຽນ.

ສຸດ​ທ້າຍ,ສະຫະພັນ​ພັກ​ການ​ເມືອງ​ໃຫຍ່​ທີ​ສາມ​ໃນ​ສະພາ​ທີ່​ນຳ​ໂດຍ​ທ່ານ​ອາ​ລາ​ວີ​ທີ່​ນິຍົມ​ອາ​ເມ​ລິ​ກາ​ບໍ່​ໄດ້​ຮັບ​ຈັກ​ຕຳ​ແໜ່​ງໃນ​ລັດຖະບານ​ຊຸດ​ໃໝ່,ສະ​ນັ້ນ,ທ່ານ​ອາ​ລາ​ວີ​ກໍ​ຈະ​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ອື່ນ​ເຊັ່ນ​ອາ​ເມ​ລິ​ກາ​ເປັນ​ຕົ້ນ,ໃຊ້​ກຳ​ລັງໜີ​ບຕໍ່​ລັດ​ຖະ​ບານ​ຈາ​ຟາ​ລີ.ດັ່ງ​ນັ້ນ​ຈິ່ງບໍ່​ມີ​ຜົນ​ດີ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຂອງ​ອີຣັກ.

ໜ້າ​ທີ່​ຕົ້ນຕໍ​ຂອງ​ລັດຖະບານ​ຈາ​ຟາ​ລີ​ແມ່ນ​ຮັບຜິດຊອບ​ສ້າງ​ລັດຖ​ະທຳ​ມະ​ນູນ​ສະ​ບັບ​ໃໝ່​ກ່ອນ​ວັນ​ທີ15​ສິງຫາ​ປີ​ນີ້,​ແລະກະກຽມ ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້.​ຄັນ​ຢາກ​ຮັບປະກັນ​ຂະ​ບວນວິວັດ​ການ​ເມືອງ​ຂອງ​ອີຣັກດຳ​ເນີ​ນ​ໄປ​ຕາມ​ແຜນ​ການ,​ທ່ານ​ຈາ​ຟາ​ລີ​​ແລະ​ລັດຖະບານ​ຊຸດ​ໃໝ່​ຂອງ​ເຂົາ​ຍັງ​ຈະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.ໜຶ່ງ​ການ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ.ສອງ​ ​ບັນຫາ​ປະ​ກອບ​ລັດ​ຖະ​ບານ​ຍັງ​ບໍ່​ທັນ​​ໄດ້​ແກ້​ໄຂ​ໃຫ້​ຕົກ​ຢ່າງ​​ເຖິງ​ຖອງ.ຕໍ່​ເລື່ອງ​ນີ້,ທ່ານ​ຈາ​ຟາ​ລີ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ນີ້,​ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ໃຫ້​ເວລາ​ຫຼາຍ​ກວ່າ​ເກົ່າ​ແກ່​ນິ​ກາຍ​ຊຸນ​ນິດ,ຈົນ​ຮອດ​ພວກ​ເຂົາ​ເຈົ້າ​ຄັດ​ເລືອກ​ຜູ້​ຈະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ຊາວ​ອີຣັກ​ຮັບ​ເອົາ​ໄດ້;​ຈະ​ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໄຟ​ຟ້າ ພາຍ​ໃນ​ສອງ​ມື້​ຂ້າງ​ໜ້າ;​ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ສ້າງ​ຕັ້ງ​ກອງ​ບັນຊາ​ການ​ໃນ​ໄລ​ຍະ​ໄວໆ​ນີ້​ເພື່ອ​ໂຈມ​ຕີ​ຜູ້​ກໍ່​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,ຖ້າລັດຖະບານ​ຊຸດ​ໃໝ່​ທີ່​ນຳ​ໂດຍ​ທ່ານ​ຈາ​ຟາ​ລີ​ຢາກ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາ​ກ​ແລະ​ສິ່ງ​ທ້າ​ທາຍ​ນາໆ​ປະການ,​ຮັບ​ປະ​ກັນ​ຂະ​ບວນ​ວິ​ວັດ​ການ​ເມືອງ​ຂອງ​ອີຣັກ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ດວກ​ນັ້ນ​ຍັງ​ຄົງ​ແມ່ນ​ໜ້າ​ທີ່​ໜັກໜ່ວງ​ແລະ​ລຳ​ບາກ​ສົມ​ຄວນ.