ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-04 21:39:04    
ຈີນ​ສຳຫຼວດ​ຮັບຮອງຜູ່​ສືບ​ທອດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ດີ​ເດັ່ນ ​ເພື່ອ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຢ່າງ​ບັງ​ເກີດ​ຜົນ

cri Author: lm

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ຈີນ​ໄດ້​ສຳຫຼວດ ​ຮັບຮອງແລະ​ຂະໜານ​ນາມ​ຜູ່ສືບ​ທອດ​ວັດ​ທະ​ນະ​ທຳພື້ນ​ເມືອງ​ທີ່​ດີ​ເດັ່ນ​ຂອງ​ຈີນ, ຈຸດປະສົງ​ແມ່ນ​ເພື່ອ​ຊຸກ​ຍູ້​ວຽກ​ງານ​ກອບ​ກູ້​ແລະ​ປົກ​ປັກ​ຮັກ​ສາ​ມໍລະດົກ​ວັດທະນະທຳ​ພື້ນ​ເມືອງ, ​ເຮັດ​ໃຫ້​​ຊັບພະຍາກອນວັດທະນະທຳ​ພື້ນ​ເມືອງປະ​ເພດ​ຕ່າງ​ໆຂອງຈີນ​ໄດ້​ຮັບ​ການ​ປົກປັກ​ຮັກສາແລະ​ພັດທະນາ​ຢ່າງບັງ​ເກີດ​ຜົນ.

ຈີນ​ແມ່ນ​ໜຶ່ງ​ໃນ 4 ປະ​ເທດ​ອາລະຍະ​ທຳ​ບູຮານ​ໃນ​ໂລກ, ມີ​ປະຫວັດ 5000 ກວ່າ​ປີ, ​ໄດ້​ສ້າງ​ວັດ​ທະ​ນະ​ທຳ​ທີ່​ມີ​ປະຫວັດຍາວ​ນານ​ແລະ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ. ​​ໂດຍ​ເປັນ​ພາກສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ວັດທະນະທຳ​ໂລກ, ວັດທະນະທຳ​ພາກ​ຕາ​ເວັນອອກ​ເຊິ່ງ​ແມ່ນ​ວັດ​ທະ​ນະ​ທຳ​ຈີນ​ເປັນ​ຕົວ​ແທນ, ນອກຈາກ​ມີ​ວັດທະນະທຳ​ຝ່າຍ​ທາງ​ການ​ທີ່​​ໄດ້​ບັນທຶກ​ໄວ້​ຢ່າງຄົບ​ຖ້ວນແລ້ວ, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຍັງ​ມີ​ວັດ​ທະ​ນະ​ທຳ​ພື້ນ​ເມືອງຫຼາຍ​ຢ່າງ​ຫຼາຍ​ແນວ. ວັດທະນະທຳພື້ນ​ເມືອງເຫຼົ່ານີ້​ມີຫຼາຍສີຫຼາຍສັນ, ມີ​ລັກສະນະ​ທ້ອງ​ຖິ່ນ​ແລະ​ມີ​ລັກ​ສະ​ນະ​ຊົນ​ເຜົ່າອຸດົມສົມບູນ, ​ແມ່ນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ວັດ​ທະ​ນະ​ທຳ​ມູນ​ເຊື້ອ​ຈີນ.

​ໃນຫຼາຍປີ​ມາ​ນີ້, ວັດທະນະທຳ​ພື້ນ​ເມືອງຫຼາຍຢ່າງ​ຂອງ​ຈີນໄດ້​ປະ​ເຊີນ​ຄວາມອັນ​ຕະ​ລາຍ​ທີ່​ຫາຍ​ສາບ​ສູນ, ຜູ່​ສືບ​ທອດ​ວັດທະນະທຳ​ພົນລະ​ເຮືອນນັບ​ມື້ນັບ​ໜ້ອຍ​ລົງ. ກ່ອນໜ້າ​ນີ້, ລັດ​ຖະ​ບານ​​ແລະ​ອົງ​ການ​ຈັດຕັ້ງພື້ນ​ເມືອງຫຼາຍອົງການ​ຂອງຈີນ​ໄດ້​ພາກັນ​ຈັດ​ໂຄງ​ການ​ສຳ​ຫຼວດ​ແລະ​ປົກ​ປັກ​ຮັກສາຫຼາຍ​ໂຄງການ, ປັບປຸງ​ແລະ​ປົກ​ປັກ​ຮັກສາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຈີນ. ວຽກ​ງານ​ສຳຫຼວດ​ແລະຮັບຮອງ​ຜູ່​ສືບ​ທອດ​ວັດທະ​ນະ​ທຳ​ພື້ນ​ເມືອງ​ທີ່​ດຳ​ເນີນ​ໃນ​ປະຈຸ​ບັນ ກໍ່​ແມ່ນມາດ​ຕະການ​​ໜຶ່ງໃນການ​​ປົກ​ປັກ​ຮັກສາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ. ທ່ານ​ອີ​ຈື້​ໄຫ ​ເລຂາທິການ​ສະມາຄົມ​ສິລະ​ປິ​ນ​ພື້ນ​ເມືອງ​ປັກ​ກິ່ງ​ແນະ​ນຳ​ວ່າ:

​ໂຄງການ​ສຳຫຼວດ ຮັບຮອງ​ແລະ​ຂະໜານ​ນາມນີ້ ກວມ​ວຽກສຳຫຼວດສະພາບຂອງ​ນັກ​ເລົ່າ​ເລື່ອງພື້ນ​ເມືອງ ນັກ​ກະວີ​ພື້ນ​ເມືອງ ນັກ​ເວົ້າ​ແລະ​ຮ້ອງ​ພື້ນ​ເມືອງ ນັກ​ຮ້ອງ​ພື້ນ​ເມືອງ ນັກ​ເສບ​ດົນ​ຕີ​ພື້ນ​ເມືອງ ນັກ​ຟ້ອນ​ພື້ນ​ເມືອງ ນັກ​ກາຍຍະກຳ​ພື້ນ​ເມືອງ ນັກ​ກົງ​ຟູ​ພື້ນ​ເມືອງ ນັກ​ແຕ້ມຮູບພື້ນ​ເມືອງ ​ແລະ​ນັກ​ຫັດ​ທະ​ກຳ​ພື້ນ​ເມືອງ. ​ໃນ​ທີ່​ສຸດ​ ​ສະຫະ​ພັນ​ວັດທະນະທຳ​ຈີນ​ຈະ​ຂະໜານ​ຍາມຍ້ອງ​ຍໍ, ທັງ​ມອບ​ໃບ​ຍ້ອງຍໍ​ຜົນງານ​ຕະຫຼອດ​ຊີວິດ​ໃຫ້​ພວກທ່ານ​ເຫຼົ່າ​ນັ້ນ.

ທ່ານ​ອີ​ຈື້​ໄຫ​ກ່າວ​ວ່າ, ວັດທະນະທຳ​ພື້ນ​ເມືອງ​ຈີນ​ຕ່າງ​ກັບ​ວັດທະນະທຳ​ຝ່າຍ​ທາງ​ການ. ຮູບ​ແບບ​ສືບທອດ​ວັດທະນະທຳ​ພື້ນ​ເມືອງຕົ້ນຕໍ​ແມ່ນ​​ຄູ​ສອນ​​ລູກສິດດ້ວຍ​ປາກ​ເປົ່າ, ສ່ວນ​ຫຼາຍບໍ່​ໄດ້​ບັນທຶກ​ໄວ້​ດ້ວຍ​ໂຕ​ໜັງສື. ສະນັ້ນ ຈຶ່ງບໍ່ມີເທົ່າ​​ໃດຄົນຈົນມີ​ພຽງຜູ່​ດຽວ​ໄດ້​ກຳ​ກັບຂໍ້​ມູນ​ຂ່າວສານ​ຂອງ​ສິລະ​ປະພື້ນ​ເມືອງ​ປະ​ເພດ​ໜຶ່ງ. ຕາບ​ໃດ​ການສືບ​ທອດ​​ຂາດ​ສະ​ບັ້ນ​ໄປ​ແລ້ວ, ວັດທະນະທຳ​ພື້ນ​ເມືອງປະ​ເພດ​ນັ້ນກໍ່​ມີ​ອັນຕະລາຍທີ່​ຈະ​ສູນ​ເສຍ​ໄປ. ສະ​ນັ້ນ ​ໂຄງ​ການ​ນີ້​ໝາຍ​ຈະ​ສຳຫຼວດສະພາບ​ການ​ສືບ​ທອດ​ວັດທະນະທຳ​ພື້ນ​ເມືອງ​ຈີນ ສົ່ງ​ເສີມ​ຜູ່​ສືບທອດ​ພັດ​ທະ​ນາ​ວັດທະນະທຳ​ພື້ນ​ເມືອງຕໍ່ໄປ​.

ຕາມ​ສະ​ເໜີ​ວ່າ, ​ເນື້ອ​ໃນ​ຂອງໂຄງການ​ດັ່ງກ່າວ​ກໍ່​ລວມທັງ​ການ​ປົກ​ປັກ​ຮັກສາແລະ​ພັດ​ທະ​ນາ​ບັນດາວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ. ວັດທະນະທຳ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນສ່ວນຫຼາຍ​ແມ່ນ​ວັດທະນະທຳ​ພື້ນ​ເມືອງ, ພວກ​ເຂົາ​ເຈົ້າບໍ່ມີ​ໂຕ​ໜັງສື​ຂອງ​​ເຜົ່າ​ຕົນ​ເອງ, ສືບ​ທອດ​ວັດທະນະທຳ​ແລະສີ​ໄມ້​ລາຍ​ມື​ຫັດ​ທະ​ກຳ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົນ​ດ້ວຍ​ປາກ​ເປົ່າ.

ທ່ານ​ຮາ​ອີ​ສີ​ແມ່ນ​ນັກຫັດ​ທະ​ກຳ​ເຜົ່າ​ຫຸຍ, ມີ​ຊື່ລື​ນາມ​ຍ້ອນ​ສີມື​ເຮັດ​ວ່າວ. ທ່ານ​ຫາ​ກໍ່​ໄດ້​ຮັບ​ນາມມະຍົດ​ເປັນ​ຜູ່​ສືບ​ທອດ​ວັດທະນະທຳພື້ນ​ເມືອງຜູ່​ດີ​ເດັ່ນ​ໃນ​ໂຄງການ​ສຳຫຼວດດັ່ງກ່າວ, ທ່ານ​ເວົ້າວ່າ: ນາມມະຍົດ​ນີ້​ແມ່ນ​ລັດຖະບານ​ແລະ​ປະຊາຊົນ​ມອບ​ໃຫ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເຫັນ​ວ່າ ຄວາມຫາບ​ແບກ​ຂອງ​ຂ້າພະ​ເຈົ້ານັບ​ມື້​ນັບ​ໜັກ​​ແລ້ວ, ຂ້າພະ​ເຈົ້າຕ້ອງ​​ເຮັດ​ວຽກ​ນີ້​ຕໍ່​ໄປ, ຕ້ອງພ້ອມ​ກັນ​ກັບ​ສິລະ​ປິນພື້ນ​ເມືອງຂະ​ແໜງ​ການ​ຕ່າງໆ​ເຮັດ​ວຽກນີ້​ໃຫ້​ດີ, ຈົ່ງ​ສິ່ງ​ປະດິດສ້າງ​ທີ່​ດີ​ໃຫ້​ສັງຄົມ​ແລະ​ຊົນ​ເຜົ່າ.

ຕາມ​ສະ​​ເໜີ​ວ່າ, ​ໂຄງການ​ນີ້​ຈະ​ໃຊ້​ເວລາ​ສອງ​ປີ, ສຳຫຼວດຜູ່​ສືບ​ທອດ​ວັດທະນະທຳ​ພື້ນ​ເມືອງ​ຜູ່​ດີ​ເດັ່ນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ. ​ເມື່ອ​ລັດຖະບານ​ຈັດຕັ້ງຜູ່​ຊ່ຽວຊານ​ສຳຫຼວດ​ພິ​ຈາ​ລະນາ​ແລ້ວ, ປະກາດ​ຜູ່​ສືບ​ທອດ​ວັດທະນະທຳ​ພື້ນ​ເມືອງ​ຜູ່​ດີ​ເດັ່ນ​ຂອງ​ຈີນ 100 ຄົນ, ຈະ​ພິມ​ແລະ​ຈຳ​ໜ່າຍ​ປື້ມ​ເອ​ກະ​ສານ​ຕ່າງໆ, ສ້າງສາ​ງຂໍ້​ມູນ​​ດີ​ຈີຕ​ອນ.