|
![](/images/spacer.gif) |
(GMT+08:00)
2005-05-04 22:34:39
|
![](/images/shim.gif) |
ສື່ມວນຊົນສິງກະໂປແລະກຳປູເຈຍຕີລາຄາສູງຕໍ່ການຢ້ຽມຢາມແຜ່ນດິນໃຫຍ່ຂອງທ່ານລຽນຈ້ານ
cri
Author: q
ຕາມຂ່າວCRI,ວັນທີ4ພຶດສະພາ,ສື່ມວນຊົນສິງກະໂປແລະກຳປູເຈຍຕ່າງໄດ້ປະກາດບົດວິຈານ,ຕີລາຄາສູງຕໍ່ທ່ານລຽນຈ້ານປະທານພັກກົກມິນຕັງຈີນຢ້ຽມຢາມແຜ່ນດິນໃຫຍ່ຈີນໃນຫວ່າງມໍ່ໆນີ້,ເຫັນວ່າການຢ້ຽມຢາມເທື່ອນີ້ໄດ້ຮັບຜົນສຳເລັດ,ມີຄວາມໝາຍເລິກເຊິ່ງຍາວໄກ.
ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປໄດ້ພິມບົດວິຈານໂດຍຊີ້ເນັ້ນວ່າ,ໃນການຢ້ຽມຢາມແຜ່ນດິນໃຫຍ່ຢ່າງສຳເລັດຜົນຂອງທ່ານລຽນຈ້ານເທື່ອນີ້,ຄວາມເປີດເຜີຍຂອງຈິນຕະນາການນະໂຍບາຍຕໍ່ໄຕ້ຫວັນຂອງແຜ່ນດິນໃຫຍ່ຈີນ,ຄວາມຄ່ອງແຄ້ວແລະຄວາມໂອບອ້ອມອາລີໃນເວລາປະຕິບັດນະໂຍບາຍດັ່ງກ່າວ,ຄວາມຫ້າວຫັນບຸກບືນແລະຄວາມເຊື່ອໝັ້ນຕົນເອງໃນການບັນລຸເປົ້າໝາຍນັ້ນລ້ວນແຕ່ໄດ້ສ້າງພາບປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຊາວໂລກ.
ໜັງສືພິມຮວາຊາງຢື້ປ້າວ ໜັງສືພິມພາສາຈີນຂອງກຳປູເຈຍໄດ້ຊີ້ອອກວ່າ,ຜູ້ນຳສູງສຸດຂອງພັກກົກມິນຕັງຈີນແລະພັກກອມມູນິດຈີນຈັບມືກັນອີກຫຼັງ60ປີມານີ້,ເປັນຂີດໝາຍສະແດງໃຫ້ເຫັນວ່າ,ສອງພັກດັ່ງກ່າວປະລະຄວາມເຫັນຂັດກັນໃນເມື່ອກ່ອນ,ເລີ່ມເຂົ້າສູ່ໄລຍະໃໝ່ທີ່ປຶກສາຫາລືແລະສົນທະນາກັນ.ກຳລັງທີ່ປົກປັກຮັກສາສັນຕິພາບລະຫວ່າງສອງຝັ່ງໄດ້ເພີ່ມທະວີຂຶ້ນຕື່ມ.
|
|
|