ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-05 19:04:08    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ລະ​ແອນ​ກ່າວ​ວ່າ ຈະ​ງັດ​ແຜນ​ການ​ມອບ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສ​ຕີນ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 4 ພຶດ​ສະພາ ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ລັດຖະ​ບານ​ອິສລະ​ແອນ​​ໄດ້​ຍົກເອົາ​ຄວາມ​ເວົ້າ​ຂອງ​ທ່ານ​ໂມ​ຟາ​ສ໌ ລັດຖະ​ມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ລະ​ແອນທີ່​ກ່າວ​ໃນ​ກອງ​ປະຊຸມ​ລັດ​ຖະ​ບານ​ຄວາມ​ປອດ​ໄພ​ຂອງ​ອິສລະ​ແອນ​ໃນ​ມື້​ດຽວ​ກັນ​ມາ​ແຈ້ງ​ວ່າ,​ຝ່າຍ​ອິສ​ລະ​ແອນ​ຈະ​ງັດ​ແຜນ​ການ​ທີ່ມອບ​ສິດ​ຄວງ​ຄຸມ​ຄວາມ​ປອດ​ໄພ​ຂອງ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​​ໃຫ້​ຝ່າຍ​ປາ​ເລັສ​ຕີນ.

ທ່ານ​ໂມ​ຟາ​ສ໌​ກ່າວ​ວ່າ,​ອິສລະ​ແອນ​ທຳ​ການ​ຕົກລົງ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ວ່າ ຝ່າຍ​ປາ​ເລັສ​ຕີນ​ບໍ່​ໄດ້​ປົດ​ອາວຸດ​ຂອງ​ອົງ​ການ​ຫົວ​ຮຸນ​ແຮງ​ປາ​ເລັສ​ຕີນ​ຕາມ​ຄຳ​ໝັ້ນ​ສັນ​ຍາ.

ມື້​ດຽວ​ກັນ ທ່ານ​ລາ​ຮິດ ຜູ້​ບັນຊາ​ການ​ກອງ​ທະ​ຫານ​ເຕືອນ​ໄພ​ຂອງ​ປາ​ເລັສ​ຕີນ​ເວົ້າ​ວ່າ,​ກ່ອນ​ອິສ​ລະ​ແອນ​ປະຕິ​ບັດ​​ສັນຍາ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ 5 ​ຕົວເມຶ​ອງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​ທັງ​ໝົດ​ໃຫ້​ຝ່າຍ​ປາ​ເລັສຕີນ​​ແລ້ວ,​ຝ່າຍ​ປາ​ເລັສ​ຕີນ​ບໍ່ຫ່ອນ​ຈະປົດ​ອາ​ວຸດ​ຂອງ​ຜູ້​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ.

ມື້​ດຽວ​ກັນ ຢູ່​ເຢລູ​ຊະ​ເລັມ ທ່ານ​ເບ​​ເລັສ ຮອງ​ນາຍົກ​ລັດຖະ​ມົນຕີ​ອິສລະ​ແອນ​ເວົ້າ​ວ່າ,​ເມື່ອ​ພິຈາ​ລະນາ​ເຖິງ​ອາລົມ​ຈິດ​ທາງ​ສາສະ​ໜາ​ຂອງ​ຊາວ​ຢິວ​ທີ່ຢູ່​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ,​ແຜ​ນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ທີ່​ລັດຖະ​ບານ​ອິສລະ​ແອນຈະ​ປະຕິບັດ​ແຕ່​ວັນ​ທີ 20 ກໍລະ​ກົດ​ປີ​ນີ້​ນັ້ນຈະ​ຖືກ​​ເລື່ອນ​ໄປ​ອີກ​ຫຼາຍ​ອາ​ທິດ​ຈ່ງປະ​ຕິບັດ.

ນອກ​ນີ້ ຂ່າວ​ແຈ້ງ​ວ່າ,​ວັນ​ທີ 4 ພຶດ​ສະພາ,​ບຸກ​ຄົນ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນ​ຜູ້​ໜຶ່ງ​ເວົ້າ​ວ່າ,​ໃນ​ມື້​ດຽວ​ກັນ ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ຄັດ​ຄ້ານ​ອິສລະ​ແອນ​ຢູ່​ຊານ​ເມືອງ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ເມືອງ​ລາມາ​ລາ,​ເຍົາວະ​ຊົນ​ປາ​ເລັສ​ຕີນ 2 ຄົນ​ຖືກ​ທະ​ຫານ​ອິສລະ​ແອນ​ຍິງ​ຕາຍ​.ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ອິສລະ​ແອນ​ໄດ້​ສັ່ງ​ໃຫ້​ສຳ​ຫຼວດ​ເຫດ​ການ​ດັ່ງ​ກ່າວ.