ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-05 19:07:19    
ນັກວິທະຍາສາດ​ຈີນ​ອາ​ເມ​ລິ​ກາ​ສ້າງ​​ລະ​ບົບ​ຈຸ​ລັງ​ລຳ​ຕົ້ນ​ຂອງ​ອຳ​ໄບຼ​ຢົງ​ງົວ​ໂຄຼນ​ທີ່​ໝັ້ນ​ທ່ຽງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກວິທະຍາສາດ​ຈີນ​ອາ​ເມ​ລິ​ກາ​ໄດ້​ສ້າງ​ລະບົບ​ຈຸ​ລັງ​ລຳ​ຕົ້ນ​ຂອງອຳ​ໄບຼຢົງ​ງົວ​ໂຄຼນທີ່​ໝັ້ນທ່ຽງ​ຂຶ້ນເປັນຄັ້ງທຳ​ອິດ. ຈຸ​ລັງ​ເຫຼົ່ານີ້​ຈະ​ລອກ​ແບບ​ໄດ້​ໂດຍ​ບໍ່​ມີ​ການຈຳກັດ, ​ແລະ​ຈະ​ປ່ຽນ​ເປັນ​ຈຸ​ລັງ​ຂອງ​ອົງປະກອບແລະ​ອະ​ໄວ​ຍະ​ວະ​ຂອງ​ງົວ​ເກືອບ​ທັງ​ໝົດ​ໄດ້.

ຫວ່າງ​ບໍ່​ດົນ​ນີ້ ໜ່ວຍ​ຄົ້ນຄວ້າ​ທີ່​ຕ່າງ​ນຳພາ​ໂດຍ​ທ່ານ​ສາດສະດາຈານ​ຢາງ​ຊຽງ​ຈົງ ນັກວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນ​ແລະ​ທ່ານ​ດອກ​ເຕີຕ້ວນ​ເອີນ​ຄຸຍ ນັກວິທະຍາສາດ​ຈີນ​ໄດ້​ປະ​ກາດ​ໝາກ​ຜົນຄົ້ນຄວ້າ​ໃໝ່​ດັ່ງກ່າວ​ໃນ​ວາລະສານ​ຊີວະສາດ​ສືບພັນ​ທີ່​ມີ​ອິດ​ທິ​ພົນ​ສາ​ກົນ​.

ຈຸ​ລັງ​ລຳຕົ້ນຂອງ​ອຳ​ໄບຼຢົງ​ສາມາດ​ປ່ຽນ​ແປງ​ໃໝ່​​ໂດຍ​ຕົນ​ເອງ​ໄດ້, ​ເຕີບ​ໂຕ​​ແລະຈໍ່ຕົວ​ເປັນ​ຈຸ​ລັງ​ໃດໆ​ໃນ​ຮ່າ​ງກາຍ, ສາມາດ​ໃຊ້​ໃນ​ການຄົ້ນຄວ້າ​ປິ່ນປົວພະຍາດ​ເບົາຫວານ​ແລະ​ພະຍາດ​ປັກ​ກິນ​ເຊີນ​. ​ເມື່ອຄົ້ນຄວ້າ​​ແລ້ວ​ໄດ້​ປະກົດ​ເຫັນ​ວ່າ, ລະບົບຈຸ​ລັງລຳຕົ້ນຂອງ​ອຳ​ໄບຼຢົງ​ງົວ​ອາດ​ຍິ່ງ​ເໝາະໃຊ້​ໃນ​ການ​ທົດ​ລອງ​ການ​ລົງເລິກ​ຄົ້ນຄວ້າ​ການ​ປິ່ນປົວ​ຈຸລັງ​ມະ​ນຸດ.